ສະຫະລັດ ປະຕິເສດຄຳສະເໜີຂອງລັດເຊຍ ເພື່ອສ້າງຕັ້ງສາຍພົວພັນຂອງສອງປະເທດຄືນໃໝ່

ສະຫະລັດ ປະຕິເສດຄຳສະເໜີຂອງລັດເຊຍ ເພື່ອສ້າງຕັ້ງສາຍພົວພັນຂອງສອງປະເທດຄືນໃໝ່ - 67 1 - ສະຫະລັດ ປະຕິເສດຄຳສະເໜີຂອງລັດເຊຍ ເພື່ອສ້າງຕັ້ງສາຍພົວພັນຂອງສອງປະເທດຄືນໃໝ່
ສະຫະລັດ ປະຕິເສດຄຳສະເໜີຂອງລັດເຊຍ ເພື່ອສ້າງຕັ້ງສາຍພົວພັນຂອງສອງປະເທດຄືນໃໝ່ - kitchen vibe - ສະຫະລັດ ປະຕິເສດຄຳສະເໜີຂອງລັດເຊຍ ເພື່ອສ້າງຕັ້ງສາຍພົວພັນຂອງສອງປະເທດຄືນໃໝ່

ສຳນັກຂ່າວຕ່າງປະເທດ ລາຍງານ ເມື່ອວັນທີ 29 ເມສານີ້ ໃຫ້ຮູ້ວ່າ ລັດຖະມົນຕີກະຊວງການຕ່າງປະເທດຂອງລັດເຊຍ ເປີດເຜີຍວ່າ ມົສໂກ ໄດ້ສະເໜີສ້າງຕັ້ງສາຍພົວພັນລະຫວ່າງສອງປະເທດຄືນໃໝ່ທັງໝົດ ແຕ່ຖືກທຳນຽບຂາວປະຕິເສດຄຳສະເໜີດັ່ງກ່າວ.

ກອງປະຊຸມໃຫ້ສຳພາດ ຕໍ່ນັກຂ່າວໃນອາທິດນີ້, ລັດຖະມົນຕິກະຊວງການຕ່າງປະເທດຂອງລັດເຊຍ ທ່ານ ເຊີເກ ຣາບຣົບ ໃຫ້ຮູ້ວ່າ: ມົສໂກ ມີຄວາມຫວັງຢາກສ້າງຕັ້ງຄວາມພົວພັນທີ່ໝັ້ນຄົງກັບສະຫະລັດຄືນໃໝ່ເພື່ອປ່ຽນແທນ ຄວາມເຄັ່ງຕຶງ ແລະ ປີນຂັ້ນໄດຄືທຸກວັນນີ້.

ສະຫະລັດ ປະຕິເສດຄຳສະເໜີຂອງລັດເຊຍ ເພື່ອສ້າງຕັ້ງສາຍພົວພັນຂອງສອງປະເທດຄືນໃໝ່ - Visit Laos Visit SALANA BOUTIQUE HOTEL - ສະຫະລັດ ປະຕິເສດຄຳສະເໜີຂອງລັດເຊຍ ເພື່ອສ້າງຕັ້ງສາຍພົວພັນຂອງສອງປະເທດຄືນໃໝ່

ທ່ານ ຣາບຣົບ ກ່າວວ່າ “ຖ້າບັນຫາດັ່ງກ່າວຫາກຂຶ້ນກັບພວກເຮົາ, ພວກເຮົາກໍຈະກັບຄືນມາດີນຳກັນຄືເກົ່າ. ພວກເຮົາໄດ້ສະເໜີບັນຫານີ້ກັບລັດຖະບານຂອງປະທານາທິບໍດີ ໂຈໄບເດັນ ແລ້ວ ແຕ່ຫົວທີ ທີ່ທ່ານຂຶ້ນກຳອຳນາດ ແລະ ຂ້າພະເຈົ້າກໍໄດ້ແລກປ່ຽນບັນຫາດັ່ງກ່າວກັບລັດຖະມົນຕີກະຊວງການຕ່າງປະເທດຂອງສະຫະລັດແລ້ວ ທ່ານ ອານໂຕນີ ບລິງເຄນ”.

ທ່ານລັດຖະມົນຕີການຕ່າງປະເທດຂອງລັດເຊຍ ຍັງໃຫ້ຮູ້ຕື່ມອີກວ່າ: ບັນຫາຂອງສອງປະເທດເລີ່ມວິກິດການມາຕັ້ງແຕ່ສະໃໝຂອງປະທານາທິບໍດີ ບາຣັກ ໂອບາມາ ທີ່ວາງນະໂຍບາຍຕ້ານກັບ ມົສໂກ ກ່ອນທີ່ເຂົາຈະໝົດວາລະ. ພາຍຫຼັງ ໂດນັລທຣຳ ຂຶ້ນມາກຳອຳນາດ, ມົສໂກ ກໍຝາກຄວາມຫວັງໄວ້ກັບລັດຖະບານໃໝ່ຂອງສະຫະລັດ ເພື່ອປັບປຸງສະຖານະການ ແຕ່ບັນຫາກໍບໍ່ສາມາດດີຂຶ້ນໄດ້.

ທ່ານ ເຊີເກ ຣາບຣົບ ເນັ້ນວ່າ “ຂ້າພະເຈົ້າມີຄວາມຫວັງຢ່າງແຮງກ້າວ່າ ວໍຊິງຕັນ ກໍຄືພວກຂ້າພະເຈົ້າ ຄົງຮັບຮູ້ດີພາລະໜ້າທີ່ຂອງຕົນຕໍ່ກັບຄວາມໝັ້ນຄົງຂອງໂລກ. ຂະນະນີ້ ບໍ່ສະເພາະແຕ່ແມ່ນບັນຫາຂອງລັດເຊຍ ແລະ ສະຫະລັດເທົ່ານັ້ນ ທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນພົນລະເມືອງຂອງພວກເຮົາ ແຕ່ຫາກຍັງສ້າງຄວາມບໍ່ຖືກຕ້ອງປອງດອງກັນ ແລະ ຄວາມໝັ້ນຄົງຂອງໂລກ ເກີດຄວາມສ່ຽງທີ່ຮ້າຍແຮງ”.

ວັນທີ 15 ເມສາ ຜ່ານມາ, ປະທານາທິບໍດີ ໂຈໄບເດັນ ໄດ້ລົງນາມໃນຄຳສັ່ງ ວາງມາດຕະການລົງໂທດເພີ່ມເຕີມຕໍ່ລັດເຊຍ ຊຶ່ງມີບຸກຄົນ ແລະ ການຈັດຕັ້ງຂອງລັດເຊຍຫຼາຍກວ່າ 30 ຄົນ ຖືກຈັດເຂົ້າຢູ່ໃນບັນຊີດຳ ເພື່ອລົງໂທດ ດ້ວຍຂໍ້ຫາທີ່ວ່າ ຫຍຸ້ງກ່ຽວກັບການເລືອກຕັ້ງປະທານາທິບໍດີສະຫະລັດ ກໍຄືການບຸໂຈມຕີທາງເຄືອຂ່າຍອິນເຕີເນັດ ຂອງສະຫະລັດ ໂດຍຜ່ານທາງ ຊອບແວ SolarWinds . ທ່ານ ໄບເດັນປະກາດ ຂັບໄລ່ນັກການທູດຂອງລັດເຊຍອອກຈາກ ສະຫະລັດ. ເພື່ອເປັນການຕອບໂຕ້ຄືນ ທາງລັດເຊຍ ກໍອອກຄຳສັ່ງຂັບໄລ່ນັກການທູດຂອງສະຫະລັດອອກຈາກ ລັດເຊຍເຊັ່ນດຽວກັນ.

ສະຫະລັດ ປະຕິເສດຄຳສະເໜີຂອງລັດເຊຍ ເພື່ອສ້າງຕັ້ງສາຍພົວພັນຂອງສອງປະເທດຄືນໃໝ່ - 4 - ສະຫະລັດ ປະຕິເສດຄຳສະເໜີຂອງລັດເຊຍ ເພື່ອສ້າງຕັ້ງສາຍພົວພັນຂອງສອງປະເທດຄືນໃໝ່
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!