ອົດສະຕຣາລີເສຍຊີວິດ 2 ຄົນ ຫລັງສັກວັກຊີນ ແອສຕຣາເຊນເນກາ

ອົດສະຕຣາລີເສຍຊີວິດ 2 ຄົນ ຫລັງສັກວັກຊີນ ແອສຕຣາເຊນເນກາ - 9127 728x409 1 - ອົດສະຕຣາລີເສຍຊີວິດ 2 ຄົນ ຫລັງສັກວັກຊີນ ແອສຕຣາເຊນເນກາ
ອົດສະຕຣາລີເສຍຊີວິດ 2 ຄົນ ຫລັງສັກວັກຊີນ ແອສຕຣາເຊນເນກາ - kitchen vibe - ອົດສະຕຣາລີເສຍຊີວິດ 2 ຄົນ ຫລັງສັກວັກຊີນ ແອສຕຣາເຊນເນກາ

ອົດສະຕຣາລີ ເສຍຊີວິດ 2 ຄົນ ຫລັງສັກວັກຊີນແອສຕຣາເຊນເນກາ ພົບ 1 ຄົນມີອາການຫລອດເລືອດໃນປອດ ທາງການຍັງບໍ່ຢືນຢັນວ່າເກີດຈາກວັກຊີນ.

ສຳນັກຂ່າວເດິ ກາດ້ຽນ ລາຍງານວ່າ: ໜ່ວຍງານເບິ່ງແຍງດ້ານຢາຂອງອົດສະຕຣາລີ ແລະ ໜ່ວຍງານດ້ານສຸຂະພາບຂອງລັດນິວເຊົາເວລ ຍັງບໍ່ຢືນຢັນວ່າການເສຍຊີວິດຂອງທັງ 2 ຄົນ ເກີດຈາກວັກຊີນ, ແຕ່ໄດ້ຢືນຢັນພຽງວ່າຈະ “ເນັ້ນໜັກ” ເຖິງກໍລະນີຕໍ່ໆໄປ.

ອົດສະຕຣາລີເສຍຊີວິດ 2 ຄົນ ຫລັງສັກວັກຊີນ ແອສຕຣາເຊນເນກາ - Visit Laos Visit SALANA BOUTIQUE HOTEL - ອົດສະຕຣາລີເສຍຊີວິດ 2 ຄົນ ຫລັງສັກວັກຊີນ ແອສຕຣາເຊນເນກາ

ໂດຍພົບວ່າມີ 1 ຄົນ ທີ່ເສຍຊີວິດໃນໂຮງໝໍ ເມື່ອວັນທີ 21 ເມສາ 2021 ຈາກອາການຫລອດເລືອດໃນປອດ ເຊິ່ງເກີດຂຶ້ນຫລັງຈາກທີ່ລາວໄດ້ຮັບວັກຊີນ ແລະ ທາງສຳນັກຂ່າວເອບີຊີລາຍງານວ່າ: ມີຜູ້ຊາຍອີກຄົນໜຶ່ງອາຍຸປະມານ 70 ປີ ເສຍຊີວິດໃນຊິດນີ ຫລັງຈາກໄດ້ຮັບວັກຊີນ, ແຕ່ບໍ່ໄດ້ລະບຸສາເຫດການເສຍຊີວິດ.

ອາການໃນກຸ່ມຫລອດເລືອດ ຫລື Thrombosis with thrombocytopenia syndrome (TTS) ເປັນກຸ່ມອາການໃໝ່ທີ່ຫາຍາກ ເກີດຫລັງຈາກເຂົ້າຮັບການສັກວັກຊີນ ເຊິ່ງຈະເກີດຂຶ້ນເມື່ອຫລອດເລືອດອຸດຕັນ ລວມທັງເຮັດໃຫ້ຈຳນວນເກັດເລືອດຕໍ່າ ແລະ ນຳໄປສູ່ອາການເກັດເລືອດຕໍ່າ.

ຈາກການລາຍງານໃນອົດສະຕຣາລີ ທີ່ເກີດມີອາການຫລອດເລືອດ ຫລື TTS ນີ້ ມີປະມານຫົກຕໍ່ໜຶ່ງລ້ານໂດສ (ຈາກການສັກ 1.093.738 ໂດສ ຈົນເຖິງວັນທີ 22 ເມສາ 2021), ສ່ວນອັດຕາລາຍງານໃນອັງກິດທີ່ໄດ້ຮັບວັກຊີນຫລາຍກວ່າ 12 ລ້ານໂດສແລ້ວນັ້ນ ມີປະມານແປດຕໍ່ໜຶ່ງລ້ານໂດສ.

ເຖິງຢ່າງໃດກໍຕາມ, ນັກວິໄຈຍັງເລັ່ງທົດລອງເພື່ອສ້າງຄວາມເຂົ້າໃຈການເຊື່ອມໂຍງລະຫວ່າງວັກຊີນແອສຕຣາເຊນເນກາກັບອາການຫລອດເລືອດນີ້ ໂດຍໄດ້ມີການອ້າງອີງເຖິງທິດສະດີໜຶ່ງ ຄືໃນບາງກໍລະນີວັກຊີນອາດສ້າງແອນຕິບໍດີທີ່ເຮັດປະຕິກິລິຍາກັບເກັດເລືອດ ຈຶ່ງເຮັດໃຫ້ເກັດເລືອດ “ເກາະຕິດກັນ” ຈຶ່ງເກີດເປັນຫລອດເລືອດອຸດຕັນ ເຊິ່ງຈະຢຸດເລືອດບໍ່ໃຫ້ໄຫລວຽນຜ່ານໄປສ່ວນຕ່າງໆຂອງຮ່າງກາຍໄດ້ ອາດຈະປິດກັ້ນການໄຫລວຽນຂອງເລືອດທີ່ສົ່ງໄປຫາສະໝອງເຮັດໃຫ້ເກີດອາການຄ້າຍພະຍາດຫລອດເລືອດສະໝອງ ມີອາການຄ້າຍອຳມະພຶກ ຫລື ອາດຈະໄປປິດກັ້ນການສົ່ງເລືອດໄປຫາອະໄວຍະວະອື່ນໆໄດ້ເຊັ່ນກັນ.

ອົດສະຕຣາລີເສຍຊີວິດ 2 ຄົນ ຫລັງສັກວັກຊີນ ແອສຕຣາເຊນເນກາ - 5 - ອົດສະຕຣາລີເສຍຊີວິດ 2 ຄົນ ຫລັງສັກວັກຊີນ ແອສຕຣາເຊນເນກາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!