ຣັດເຊຍເລີ່ມຜະລິດວັກຊີນປ້ອງກັນໂຄວິດ-19 ສຳລັບສັດ ເປັນຄັ້ງທຳອິດໃນໂລກ

ຣັດເຊຍເລີ່ມຜະລິດວັກຊີນປ້ອງກັນໂຄວິດ-19 ສຳລັບສັດ ເປັນຄັ້ງທຳອິດໃນໂລກ -           - ຣັດເຊຍເລີ່ມຜະລິດວັກຊີນປ້ອງກັນໂຄວິດ-19 ສຳລັບສັດ ເປັນຄັ້ງທຳອິດໃນໂລກ
ຣັດເຊຍເລີ່ມຜະລິດວັກຊີນປ້ອງກັນໂຄວິດ-19 ສຳລັບສັດ ເປັນຄັ້ງທຳອິດໃນໂລກ - kitchen vibe - ຣັດເຊຍເລີ່ມຜະລິດວັກຊີນປ້ອງກັນໂຄວິດ-19 ສຳລັບສັດ ເປັນຄັ້ງທຳອິດໃນໂລກ

ວັນທີ 30 ເມສາ 2021, ໜ່ວຍງານເບິ່ງແຍງສຸຂະພາບທາງກະສິກຳຂອງຣັດເຊຍ (Rosselkhoznadzor) ປະກາດເລີ່ມຕົ້ນການຜະລິດ Carnivac-Cov ວັກຊີນປ້ອງກັນພະຍາດໂຄວິດ-19 ຂະໜານໃຫຍ່ ໂດຍ Carnivac-Cov ເປັນວັກຊີນຊະນິດທຳອິດຂອງໂລກທີ່ໃຊ້ປ້ອງກັນພະຍາດໂຄວິດ-19 ໃນສັດ.

ຖະແຫລງການຈາກໜ່ວຍງານດັ່ງກ່າວ ລະບຸວ່າ: ວັກຊີນ Carnivac-Cov ຊຸດທຳອິດຈຳນວນ 17.000 ໂດສ ຖືກຜະລິດຢູ່ສູນສຸຂະພາບສັດສະຫະພັນທະລັດຣັດເຊຍ ເຊິ່ງເປັນເຄືອຂ່າຍຂອງໜ່ວຍງານດັ່ງກ່າວ ໂດຍວັກຊີນຊະນິດນີ້ເປັນທີ່ຕ້ອງການພາຍໃນປະເທດຫລາຍ ລວມທັງເປັນສິ່ງສົນໃຈຂອງບັນດາບໍລິສັດຕ່າງປະເທດນຳອີກ.

ຣັດເຊຍເລີ່ມຜະລິດວັກຊີນປ້ອງກັນໂຄວິດ-19 ສຳລັບສັດ ເປັນຄັ້ງທຳອິດໃນໂລກ - Visit Laos Visit SALANA BOUTIQUE HOTEL - ຣັດເຊຍເລີ່ມຜະລິດວັກຊີນປ້ອງກັນໂຄວິດ-19 ສຳລັບສັດ ເປັນຄັ້ງທຳອິດໃນໂລກ

ສື່ທ້ອງຖິ່ນຣັດເຊຍອ້າງທີ່ປຶກສາຫົວໜ້າໜ່ວຍງານດັ່ງກ່າວວ່າ: ປັດຈຸບັນກຳລັງການຜະລິດວັກຊີນຊະນິດນີ້ມີ 3 ລ້ານໂດສຕໍ່ເດືອນ ແລະ ອາດຈະເພີ່ມເປັນ 5 ລ້ານໂດສຕໍ່ເດືອນໃນອະນາຄົດອັນໃກ້.

ທັງນີ້, ຣັດເຊຍຢູ່ລະຫວ່າງເຈລະຈາຂໍຈົດທະບຽນວັກຊີນ Carnivac-Cov ແບບຮີບດ່ວນໃນຕ່າງປະເທດ ໂດຍສະເພາະສະຫະພາບເອີຣົບ (EU) ຫລັງຈາກໜ່ວຍງານດັ່ງກ່າວປະກາດເມື່ອວັນທີ 31 ມີນາຜ່ານມາວ່າ: ຣັດເຊຍໄດ້ຂຶ້ນທະບຽນວັກຊີນດັ່ງກ່າວໃນປະເທດເປັນທີ່ຮຽບຮ້ອຍແລ້ວ.

ອ້າງອີງ: ສຳນັກຂ່າວຊິນຮົວ

ຣັດເຊຍເລີ່ມຜະລິດວັກຊີນປ້ອງກັນໂຄວິດ-19 ສຳລັບສັດ ເປັນຄັ້ງທຳອິດໃນໂລກ - 3 - ຣັດເຊຍເລີ່ມຜະລິດວັກຊີນປ້ອງກັນໂຄວິດ-19 ສຳລັບສັດ ເປັນຄັ້ງທຳອິດໃນໂລກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!