WHO ຮັບຮອງແລ້ວ “ຊີໂນຟາມ” ຜ່ານມາດຕະຖານ ເປັນວັກຊີນສຸກເສີນຍີ່ຫໍ້ທີ 6
May 8, 2021 - 2:42 PM


ອົງການອະນາໄມໂລກ (WHO) ໄດ້ອະນຸມັດວັກຊີນປ້ອງກັນໂຄວິດ-19 ຈາກບໍລິສັດ ຊີໂນຟາມ ໃຫ້ສາມາດນຳໃຊ້ໄດ້ໃນກໍລະນີສຸກເສີນແລ້ວ.
ໂດຍວັກຊີນປ້ອງກັນໂຄວິດ-19 ຂອງຊີໂນຟາມເປັນວັກຊີນຈາກບໍລິສັດຂອງຈີນເຈົ້າທຳອິດທີ່ໄດ້ຮັບການອະນຸມັດຈາກອົງການອະນາໄມໂລກໃຫ້ນຳໃຊ້ໄດ້ໃນກໍລະນີສຸກເສີນ ຄືກັບວັກຊີນຍີ່ຫໍ້ອື່ນໆທີ່ກ່ອນໜ້ານີ້ຜ່ານການຮັບຮອງແລ້ວຄື: Pfizer, AstraZeneca, Johnson & Johnson.
ອົງການອະນາໄມໂລກລະບຸວ່າ: ຈາກການກວດສອບ ຊີໂນຟາມມີປະສິດທິພາບ ແລະ ຄຸນນະພາບ ເຊິ່ງພາບລວມຂອງວັກຊີນມີປະສິດທິພາບ 78,1% ໃນການປ້ອງກັນໂຄວິດ-19 ໄດ້ ລວມທັງມີຄວາມປອດໄພໃນການນຳໃຊ້ ໂດຍສາມາດໃຊ້ໄດ້ກັບຜູ້ທີ່ມີອາຍຸ 18 ປີຂຶ້ນໄປ.