ອາຊຽນມີແຜນກໍ່ສ້າງຊາວໜຸ່ມ ເພື່ອຮັບມືກັບຂ່າວປອມ

ສຳນັກຂ່າວຕ່າງປະເທດລາຍງານໃຫ້ຮູ້ວ່າ: ວັນທີ 25 ພຶດສະພາຜ່ານມາ, ກະຊວງສຶກສາ ຟີລິບປິນໄດ້ສົມທົບກັບອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID) ໄດ້ຈັດການສຳມະນາທາງອອນລາຍຂຶ້ນເພື່ອຮ່າງບົດແນະນຳສ້າງແຜນການຝຶກອົບຮົມໃຫ້ນັກວິທະຍາກອນເພື່ອຝຶກອົບຮົມໃຫ້ນັກຮຽນ, ນັກສຶກສາ ຄວາມຊຳນິຊຳນານທີ່ຈຳເປັນຈຳນວນໜຶ່ງ ເພື່ອຮັບຮູ້, ເລືອກເຟັ້ນຂ່າວປອມ, ຂ່າວບໍ່ມີມູນຄວາມຈິງ ແລະ ຂ່າວບິດເບືອນ
ການສຳມະນາຄັ້ງນີ້ໄດ້ຮັບການສະໜັບສະໜູນຈາກ ຢູແນສໂກ ໂດຍການເຂົ້າຮ່ວມຂອງບັນດາຜູ້ຕາງໜ້າຊາວໜຸ່ມຈາກ 10 ປະເທດອາຊຽນ, ທັງນີ້ເພື່ອເປັນການຮັບມືກັບຂ່າວປອມ ໂດຍຜ່ານວຽກງານໂທລະຄົມມະນາຄົມ ແລະ ການສື່ສານໂດຍສ້າງເປັນໂຄງການຫຼັກສູດສິດສອນໃນຊັ້ນມັດທະຍົມ ແລະ ມະຫາວິທະຍາໄລຂອງອາຊຽນ ເພື່ອສ້າງພູມຄຸ້ມກັນຕ້ານຂ່າວປອມ, ຂ່າວບໍ່ມີຄວາມຈີງ ແລະ ຂ່າວບິດເບືອນ.
ການສຳມະນາດຳເນີນໄປພາຍໃຕ້ສະຖານະການຂ່າວປອມ, ຂ່າວບໍ່ມີຄວາມຈີງ ແລະ ຂ່າວບິດເບືອນທີ່ກຳລັງສ້າງຜົນກະທົບຢ່າງຮ້າຍແຮງໄປໃນທົ່ວໂລກ ໃນຂະນະນີ້ ຊຶ່ງມັນເປັນການແບ່ງແຍກ, ສ້າງຄວາມກຽດຊັງ ແລະ ສ້າງຄວາມເຂົ້າໃຈຜິດຊຶ່ງກັນ ແລະ ກັນ. ຊຶ່ງຂໍ້ມູນຂ່າວສານທີ່ລົງໃນສື່ອອນລາຍນັ້ນບໍ່ມີຄວາມຊັດເຈນ ໄດ້ສົ່ງຜົນກະທົບໄປທົ່ວໂລກ
ໃຜໃຜກໍສາມາດແບ່ງປັນຂ່າວປອມອອກໄປໄດ້ ແລະ ມີບາງບຸກຄົນ ແລະ ການຈັດຕັ້ງຈຳນວນໜຶ່ງຢາກສ້າງຂ່າວປອມ ເພື່ອສ້າງຄວາມເປັນເຈົ້າການ ແລະ ສ້າງອຳນາດໃຫ້ກັບຕົນເອງ. ເວົ້າຢ່າງໜຶ່ງກໍໝາຍຄວາມວ່າ ຂໍ້ມູນ ແລະ ພື້ນຖານທາງດ້ານເຄືອຂ່າຍສັງຄົມກຳລັງຖືກນຳໃຊ້ໃຫ້ເປັນອາວຸດເພື່ອຂົ່ມຂູ່ຄວາມໝັ້ນຄົງຂອງທົ່ວສັງຄົມ ຊຶ່ງໄດ້ສົ່ງຜົນກະທົບຕໍ່ພືດຕິກຳຂອງປະຊາຊົນ.
ຂະນະນີ້ກຳລັງມີຄວາພະຍາຍາມໃນທົ່ວໂລກເພື່ອສຶກສາອົບຮົມ ແລະ ສ້າງເຄື່ອງມືໃຫ້ກັບປະຊາຊົນ ເພື່ອຍົກສູງຄວາມເຂົ້າໃຈກ່ຽວກັບຂໍ້ມູນໃນເຄືອຂ່າຍສັງຄົມ ອອນລາຍ ແລະ ສ້າງຄວາມສາມາດກຳນົດບັນດາຂໍ້ມູນທີ່ບໍ່ຊັດເຈນ ແລະ ສ້າງຄວາມເຂົ້າໃຈຜິດ.
ບັນດາຜູ້ນຳອາຊຽນລ້ວນແຕ່ຮັບຮູ້ຄວາມຈຳເປັນຂອງການຮັບມືກັບວິກິດດ້ານຂ່າວປອມໃນຂັ້ນພື້ນຖານຂອງປະຊາຊົນ ແລະ ແຜນການເຮັດວຽກເພື່ອຮັບມືກັບສະພາບການດັ່ງກ່າວ.