ລະວັງ ! ພະຍາດໂຄວິດອາດຕິດແປດຢູ່ໃນວົງຊຸມແຊວ

ລະວັງ ! ພະຍາດໂຄວິດອາດຕິດແປດຢູ່ໃນວົງຊຸມແຊວ - 666 - ລະວັງ ! ພະຍາດໂຄວິດອາດຕິດແປດຢູ່ໃນວົງຊຸມແຊວ
ລະວັງ ! ພະຍາດໂຄວິດອາດຕິດແປດຢູ່ໃນວົງຊຸມແຊວ - kitchen vibe - ລະວັງ ! ພະຍາດໂຄວິດອາດຕິດແປດຢູ່ໃນວົງຊຸມແຊວ

ໂດຍ: ທິດກໍ່າ
ສະພາບຜ່ານມາ ໂດຍສະເພາະໃນຊ່ວງການປະຕິບັດມາດຕະການລັອກດາວ ເພື່ອຕ້ານການແຜ່ລະບາດຮອບໃໝ່ຂອງພະຍາດໂຄວິດ-19 ນັບແຕ່ກາງເດືອນເມສາເປັນຕົ້ນມາ ພວກເຮົາມັກເຫັນ ປກສ ບ້ານ ພ້ອມຕຳຫລວດ, ທະຫານ ໄດ້ເຂົ້າໄປປະສິດຄວບຄຸມພວກທີ່ຝືນກົດ ມັກຈັບກຸ່ມຊຸມແຊວກິນເຫລົ້າ, ກິນເບຍເຊຍກັນເຮຮາຢູ່ໃນບ້ານ, ຕາມເຮືອນ, ຕາມຫ້ອງເຊົ່າ ໂດຍບໍ່ເກງກົວຫົວຊາກັບກົດຫ້າມ ແລະ ກົດໝາຍບ້ານເມືອງ. ດັ່ງກໍລະນີໃນວັນທີ 30 ພຶດສະພາ 2021 ໄດ້ມີ ປກສ ກຸ່ມສີຖານເໜືອ ກັບ ປກສ ບ້ານນາຄຳ ເມືອງສີໂຄດຕະບອງ ໄດ້ເຂົ້າກວດກາຫ້ອງແຖວເຂດບ້ານນາຄຳ ໄດ້ຕັ້ງວົງຊຸມແຊວກິນເບຍທີ່ມີທັງໝົດ 6 ຄົນ, ຍິງ 2 ຄົນ (ເປັນຊາວຈີນ). ການກະທຳດັ່ງກ່າວນີ້ແມ່ນຝືນຕໍ່ຄຳສັ່ງເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ແລະ ຍັງເຫັນບ່ອນອື່ນໆຢູ່ຫລາຍບ້ານໃນຂອບເຂດນະຄອນຫລວງວຽງຈັນ. ຍັງບໍ່ພຽງແຕ່ເທົ່ານັ້ນ ນອກຈາກການຊຸມແຊວກິນເຫລົ້າກິນເບຍເຮາແລ້ວ ຍັງເຫັນປາກົດການອັດປະຕູຕີໄລໃສ່ກຸນແຈຕັ້ງວົງຫລິ້ນໄພ້ໝູ່ຫ້າໝູ່ສິບເຮັດຄືບໍ່ຢ້ານກົວຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19. ນີ້ລະຄືການກະທຳທີ່ບໍ່ດີ ທັງມີຄວາມສ່ຽງ ແລະ ອັນຕະລາຍທີ່ຈະເປັນຕົ້ນເຫດນຳເອົາເຊື້ອພະຍາດໂຄວິດ-19 ມາຕິດຕໍ່ໃສ່ກັນແບບລາມພະລາມຈົວ ແລະ ກວ້າງຂວາງ. ຕາມທິດກໍ່າວ່າ ຕົວຢ່າງທີ່ເຮົາເຫັນມາຢ່າງຊັດເຈນໃນການແຜ່ລະບາດໃນຮອບໃໝ່ກໍແມ່ນຍ້ອນຄວາມປະໝາດຂາດສະຕິເຫລີ້ນເລີ້ ຈຶ່ງເປັນເຫດໃຫ້ມີຜູ້ຕິດເຊື້ອແບບສະສົມເພີ່ມຂຶ້ນເກືອບ 2.000 ຄົນພາຍໃນເດືອນເມສາຫາພຶດສະພາ.
ດັ່ງພວກເຮົາເຫັນ ແລະ ຮູ້ນຳກັນມາແລ້ວວ່າ, ເຊື້ອພະຍາດໂຄວິດ-19 ເປັນພະຍາດທີ່ອັນຕະລາຍຮ້າຍກາດ, ຖ້າຜູ້ໃດຕິດເຊື້ອແລ້ວປິ່ນປົວບໍ່ທັນແມ່ນຕາຍລູກດຽວ, ຍິ່ງໄປກວ່ານັ້ນ ຖ້າຜູ້ໃດມີພະຍາດຕິດຕົວແຊກຊ້ອນເຊັ່ນ: ເບົາຫວານ, ຄວາມດັນ ແລະ ພະຍາດອື່ນໆ ແມ່ນມີສ່ຽງສູງຕໍ່ການເສຍຊີວິດ ຕົວຢ່າງພໍ່ຕູ້ບຸນມາຕິດເຊື້ອໂຄວິດໂດຍບໍ່ຮູ້ສາເຫດທີ່ໄປທີ່ມາ ສຸດທ້າຍບໍ່ພໍຮອດສອງອາທິດກໍຕາຍໂດຍບໍ່ມີຍາດພີ່ນ້ອງໄປສົ່ງສະການຕາມຮີດຕາມຄອງ.
ນີ້ລະເຖົ້າແກ່ບູຮານເພິ່ນເວົ້າວ່າ, ໂຣກຮ່າກ້ອມກິນຄົນ. ມາຮອດປັດຈຸບັນເຊື້ອພະຍາດໂຄວິດ-19 ຍິ່ງອັນຕະລາຍ ເພາະມັນສາມາດກາຍພັນມາເປັນຂອງອັງກິດກັບຂອງອິນເດຍ ແລະ ຕໍ່ໄປມັນຈະແປງລ່າງເປັນພັນອີ່ຫຍັງອີກ.
ສຳລັບປະເທດເຮົາ, ເພື່ອຕ້ານ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ຫາຍຂາດຈາກສັງຄົມລາວໂດຍໄວ, ພັກ ແລະ ລັດຖະບານກໍເລັ່ງສັກວັກຊີນຢ່າງຮີບດ່ວນ ເຊິ່ງມາຮອດປັດຈຸບັນກໍໄດ້ສັກກັນໄປແລ້ວຫລາຍແສນຄົນ ຄາດວ່າໝົດປີນີ້ຈະໃຫ້ບັນລຸເຖິງ 50% ຂອງຈຳນວນພົນລະເມືອງໃນກຸ່ມເປົ້າໝາຍໃນປະເທດ. ໝາຍຄວາມວ່າຕ້ອງໃຫ້ໄດ້ 3 ລ້ານກວ່າຄົນຂຶ້ນໄປ.
ເພາະສະນັ້ນ ຈຶ່ງຮຽກຮ້ອງມາຍັງທຸກທ່ານ, ທຸກຄົນທີ່ດຳລົງຊີວິດຢູ່ໃນປະເທດລາວ, ສັງຄົມລາວ ບໍ່ວ່າຊາດລາວ ກໍຄືຕ່າງປະເທດຈົ່ງພ້ອມກັນຮ່ວມໄມ້ຮ່ວມມືຕ້ານພະຍາດອຸບາດດັ່ງກ່າວໃຫ້ໝົດໄປຈາກປະເທດລາວໂດຍໄວ. ໃນເມື່ອພະຍາດຈັງໄຮຊະນິດນີ້ໝົດໄປຈາກສັງຄົມລາວ, ຕໍ່ໄປພວກເຮົາຈຶ່ງມ່ວນຊື່ນ, ໄປໃສມາໃສກໍສະດວກສະບາຍ, ຈະກິນຈະດື່ມກໍດື່ມຕາມໃຈ, ຈະທ່ອງທ່ຽວໄປມາຂຶ້ນເໜືອລ່ອງໃຕ້ ທັງເຮັດທຸລະກິດການງານຫາເງິນຫາຄຳລ້ຽງປາກລ້ຽງທ້ອງກໍບໍ່ຢ້ານບໍ່ກົວ ຍ້ອນພວກເຮົາໄດ້ຮັບໄຊຊະນະໃນການເຮັດສົງຄາມປາບໂຄວິດ-19 ໃຫ້ຮາບຄາບ ແລະ ໝົດໄປຈາກສັງຄົມລາວ ນັ້ນແລ !.

ລະວັງ ! ພະຍາດໂຄວິດອາດຕິດແປດຢູ່ໃນວົງຊຸມແຊວ - 3 - ລະວັງ ! ພະຍາດໂຄວິດອາດຕິດແປດຢູ່ໃນວົງຊຸມແຊວ
ລະວັງ ! ພະຍາດໂຄວິດອາດຕິດແປດຢູ່ໃນວົງຊຸມແຊວ - Visit Laos Visit SALANA BOUTIQUE HOTEL - ລະວັງ ! ພະຍາດໂຄວິດອາດຕິດແປດຢູ່ໃນວົງຊຸມແຊວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!