ລັດຖະບານສືບຕໍ່ຟື້ນຟູ ເມືອງສະໜາມໄຊ ແຂວງອັດຕະປື ຈາກຜົນກະທົບເຂື່ອນເຊປ່ຽນ-ເຊນໍ້ານ້ອຍ


ເມື່ອທ້າຍອາທິດຜ່ານມາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງໄດ້ສະຫລຸບການຈັດຕັ້ງປະຕິບັດການຟື້ນຟູ ເມືອງ ສະໝາມໄຊ ແຂວງອັດຕະປື ໄລຍະເດືອນກໍລະກົດ 2018 ເຖິງ ເດືອນພຶດສະພາ 2021
ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນປະເທດ ທັງເປັນປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ແຈ້ງໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ທາງຄະນະກຳມະການຂັ້ນສູນກາງ ແລະ ຂັ້ນແຂວງ ແມ່ນໄດ້ຮ່ວມກັນໃນການຊຸກຍູ້ການຕິດຕາມແກ້ໄຂ ການຟື້ນຟູເມືອງສະໝາມໄຊ ໂດຍໃກ້ຊິດຕິດແທດ, ທາງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ແມ່ນໄດ້ມີການຊຸກຍຸ້ຕິດຕາມການຈັດຕັ້ງປະຕິບັດ ລາຍງານໃຫ້ລັດຖະບານຮັບຊາບທຸກໄລຍະ, ມີການປະສານສົມ ທົບກັນບັນດາຄູ່ຮວມງານສາກົນ ທັງພາຍໃນ, ຕ່າງປະເທດ ແລະ ບັນດາປະເທດອາຊຽນ ໃນການລະດົມທຶນ ແລະ ຮັບບໍລິຈາກການຊ່ວຍເຫລືອເມືອງສະໝາມໄຊ, ມີການຮ່ວມມືກັບອົງການຈັດຕັ້ງສາກົນ ປະຕິ ບັດໂຄງການຟື້ນຟູໄພພິບັດ ເມືອງສະໝາມໄຊ ເຊິ່ງມີຫລາຍກິດຈະກຳ ເຊັ່ນ: ກິດຈະກຳສົ່ງເສີມຊີວິດການເປັນຢູ່ເປັນຕົ້ນ ການພັດທະນາສີມືແຮງງານ, ວຽກງານປົກປ້ອງເດັກ, ສາທາລະນະສຸກ, ກະສິກຳ ແລະ ປ່າໄມ້, ຄຸ້ມຄອງໄພພິິບັດ ແລະ ວຽກງານການກໍ່ສ້າງໂຄງລ່າງພື້ນຖານຕ່າງໆ ເຫັນວ່າມີຜົນສໍາເລັດຫລາຍດ້ານ ແລະ ຍັງມີຫລາຍກິດຈະກຳທີ່ຍັງສືບຕໍ່ຈັດຕັ້ງປະຕິບັດ.
ນອກຈາກນັ້ນ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງອັດຕະປື ແມ່ນໄດ້ມີການປະສານສົມທົບເປັນຢ່າງດີ ກັບ ບໍລິສັດ ຜູ້ພັດທະນາ ເຂື່ອນ ເຊປ່ຽນ-ເຊນໍ້ານ້ອຍ (PNPC/SK) ໃນການເກັບກຳຂໍ້ມູນ, ການເອກະພາບທາງດ້ານຂໍ້ມູນ ເພື່ອເອກະພາບຢັ້ງຢືນຄ່າຊົດເຊີຍ ແລະ ການຟື້ນຟູຕາມແຜນແມ່ບົດ ທີ່ໄດ້ເອກະພາບເຊັນບົດບັນທຶກຮ່ວມກັນ ລະຫວ່າງແຂວງອັດຕະປື ແລະ ບໍລິສັດ PNPC/SK ໂດຍໄດ້ເອກະພາບການຊົດເຊີຍ ແລະ ຟື້ນຟູ ໃນມູນຄ່າ 828.516.000.000 ກີບ. ໃນນີ້, ຍັງບໍ່ທັນລວມການຊົດເຊີຍໃນລາຍການທີ 6 ກໍ່ຄື ສິ່ງປຸກສ້າງ, ເງິນສົດ, ວັດຖຸມີຄ່າ, ອັດຖິ, ຂໍ້ມູນຕົກຫລົ່ນທີ່ຍັງບໍ່ທັນເອກະພາບຕົວເລກເສຍຫາຍໄດ້ ແມ່ນຢູ່ໃນໄລຍະສືບຕໍ່ເອກະພາບຮ່ວມກັນ ລະຫວ່າງແຂວງ ແລະ ບໍລິສັດ PNPC/SK.