ກວດພົບເຫັນການລັກລອບຕັດໄມ້-ເລື່ອຍໄມ້ ຢູ່ເຂດເມືອງກາສີ ແຂວງວຽງຈັນ ແຕ່ບໍ່ພົບຜູ້ກະທຳຜິດ


ໜັງສືພິມ ປະຊາຊົນ ລາຍງານວັນທີ 20 ພຶດສະພາ 2025 ນີ້ວ່າ: ເຈົ້າໜ້າທີ່ກອງກວດກາປ່າໄມ້ແຂວງວຽງຈັນ ແລະ ເຈົ້າໜ້າທີ່ຈາກກົມກວດກາປ່າໄມ້ກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງກາສີ ກວດກາລາດຕະເວນສະກັດກັ້ນການລັກລອບບຸກລຸກທຳລາຍຊັບພະຍາກອນປ່າໄມ້, ການຕັດໄມ້, ເລື່ອຍໄມ້ ຢູ່ເຂດບ້ານຫ້ວຍພັນຫຼາ ເມືອງກາສີ ແຂວງວຽງຈັນ.
ຜ່ານການລົງກວດກາໄດ້ພົບເຫັນການຕັດໄມ້ໜ້າຂຽງທ່ອນສັ້ນ ທ້ອນໂຮມໄວ້ຢູ່ປ່າ 260 ທ່ອນສັ້ນ (ບ່ອມ) ເທົ່າກັບ 11,440 ແມັດກ້ອນ (ຊະນິດໄມ້ເຫຼັກ) ແລະ ໄມ້ທີ່ເລື່ອຍເປັນຕັບ/ແປຮູບ 62 ຕັບ/ໂຕ ເທົ່າກັບ 4,990 ແມັດກ້ອນ (ຊະນິດໄມ້ຍົມຜາ ແລະ ໄມ້ກວາງແດງ) ແຕ່ບໍ່ພົບເຫັນຜູ້ກະທຳຜິດ ຈຶ່ງໄດ້ຢຶດ, ອາຍັດໄມ້ຈຳນວນດັ່ງກ່າວໄວ້ເພື່ອເປັນຫລັກຖານ.
ປັດຈຸບັນ ທາງເຈົ້າໜ້າທີ່ກອງກວດກາປ່າໄມ້ແຂວງວຽງຈັນຍັງສືບຕໍ່ພົວພັນປະສານສົມທົບກັບອຳນາດການປົກເມືອງກາສີ ແລະ ພາກສ່ວນກ່ຽວຂ້ອງ ເພື່ອດຳເນີນການສືບສວນ-ສອບສວນ ຊອກຫາເປົ້າໝາຍຜູ້ກະທຳຜິດມາດຳເນີນຄະດີຕາມຂະບວນການຂອງກົດໝາຍ.
ທີ່ມາ: ໜັງສືພິມ ປາກຊາຊົນ