ສັກວັກຊີນ ຄືເສັ້ນທາງໜີພົ້ນໂຄວິດ-19
ໂດຍ: ທິດກໍ່າ
ມາຮອດປັດຈຸບັນນີ້, ຂະບວນການສັກວັກຊີນ ຢູ່ໃນປະເທດເຮົາພວມດຳເນີນໄປຢ່າງເຄັ່ງຮ້ອນ ແລະ ດ້ວຍຄວາມຕື່ນຕົວສູງຂອງພົນລະເມືອງພາຍໃນປະເທດ ຕາມແຜນຄາດໃຫ້ໝົດປີ 2021 ຕ້ອງໃຫ້ໄດ້ 3 ລ້ານຄົນ ຫລື 20% ຂອງພົນລະເມືອງທັງໝົດ ແຕ່ຖ້າຫາກເກີນກວ່ານັ້ນກໍຍິ່ງດີ.
ວັກຊີນທີ່ໃຊ້ຢູ່ໃນລາວປັດຈຸບັນນີ້ມີ 3 ຊະນິດຄື: ໄຟເຊີ ສຳລັບຜູ້ອາຍຸສູງ, ມີພະຍາດປະຈຳໂຕ ພວມເລີ່ມສັກເຂັມທີ 1 ວັນນທີ 15 ມິຖຸນານີ້, ແອັສຕຣາເຊເນກາ ມາຮອດປັດຈຸບັນພວມສັກເຂັມທີ 2 , ສຳລັບໄວກາງຄົນ ມີພະຍາດປະຈຳໂຕ ແລະ ຊິໂນຟາມ ເປັນວັກຊີນສຳລັບຄົນທົ່ວໄປ ອາຍຸບໍ່ເກີນ 6 ປີ ເຊິ່ງຫລາສຸດໄດ້ຮັບການຊ່ວຍເຫລືອຈາກ ສປ ຈີນ 500.000 ໂດສວັນທີ 14 ມິຖຸນາ ນີ້ ລັດຖະບານລາວໄດ້ຈັດແຈງວັກຊີນໃຫ້ໄດ້ຢ່າງເທົ່າທຽມກັນ.
ນັບແຕ່ ສປປ ລາວເຮົາໄດ້ຮັບວັກຊີນ ມາຈົນເຖິງປັດຈຸບັນ ແມ່ນສັກໄດ້ແລ້ວຫລາຍກວ່າ 1 ລ້ານກວ່າໂດສ (ເຂັມ 1 7 ແສນກວ່າໂດສ, ເຂັມທີ 2 ເກືອບ 4 ແສນໂດສສະຖິຕິວັນທີ 12 ມິຖຸນາ).
ເຖິງຢ່າງໃດກໍຕາມ ກ່ອນອື່ນພວກເຮົາຕ້ອງເຂົ້າໃຈວ່າການສັກວັກຊີນ ແມ່ນມາດຕະການນຶ່ງໃນການປ້ອງກັນໂຄວິດ-19 ເຊິ່ງເປັນວິທີທາງຫລຸດພົ້ນອອກຈາການຕິດເຊື້ອ ບໍ່ໃຫ້ເຖິງຂັ້ນເສຍຊີວິດ ແລະ ຈະເຮັດໃຫ້ການໄປມາຫາສູ່ກັນໄດ້ສະດວກດີຍິ່ງຂຶ້ນ, ສະພາບການເປັນຢູ່ປົກກະຕິຕາມແບບວິຖິຊີວິດໃໝ່ ພ້ອມກັນສ້າງສາພັດທະນາເສດຖະກິດໃຫ້ເດີນໄປຂ່າງໜ້າເທື່ອລະກ້າວ.
ສະນັ້ນ, ການສັກວັກຊີນຈຶ່ງມີຄວາມຈຳເປັນສູງໃນສະພາບການຂົ່ມຂູ່ຈາກໂຄວິດ-19, ເປັນມາດຕະການທີ່ທຸກຄົນຄວນຈະໄດ້ຮັບຢ່າງເທົ່າທຽມ ພ້ອມກັນຫລີກລ່ຽງໂຄວິດ-19 ດັ່ງນັ້ນ, ພັກ-ລັດຖະບານເຮົາຈຶ່ງໄດ້ຂົນຂວາຍ ຫາວັກຊີນ ຈາກປະເທດເພື່ອນມິດ, ບັນດາອົງການຈັດຕັ້ງສາກົນ ມາຊ່ວຍປະຊາຊົນ ໂດຍບໍ່ໄດ້ເສຍຄ່າໃດໆ.
ເຖິງຢ່າງໃດກໍດີ, ການຈັດຕັ້ງຮັບສັກວັກຊີນນັ້ນຄວນເປັນໄປດ້ວຍຄວາມປາສະຈາກການແພ່ເຊື້ອ ແລະ ການຮັບເຊື້ອ ໝາຍຄວາມວ່າ ຝ່າຍຈັດຕັ້ງສັກວັກຊີນຄວນຈັດສະຖານທີ່ໃຫ້ເໝາະສົມ, ຮຽງລຳດັບໃຫ້ເປັນລະບົບລະບຽບ ແລະ ຝ່າຍເຮົາປະຊາຊົນຜູ້ໄປໃຊ້ບໍລິການ ກໍຄືການໄປຮັບສັກວັກຊີນ ກໍຄວນປະຕິບັດຕາມຄຳແນະນຳຂອງເຈົ້າໜ້າທີ່ແພດໝໍໃຫ້ເຄັ່ງຄັດ ທັງນີ້ກໍເພື່ອບໍ່ສ້າງຄວາມສັບສົນ, ສ້າງຄວາມຍາກໃຈໃຫ້ແພດໝໍ ແລະ ບໍ່ສ້າງຄວາມແອອັດຈົນເກີນໄປ ເພື່ອຄວາມປອດໄພທຸກໆທ່ານ.