6 ເດືອນຕົ້ນປີ ສາລະວັນບໍ່ສາມາດເກັບລາຍໄດ້ຮັບໄດ້ຕາມແຜນ


ທ່ານ ຂັນທະລັກ ໂພໄຊ ຫົວໜ້າພະແນກການເງິນແຂວງສາລະວັນ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານ ໃນກອງປະຊຸມສະຫລຸບ 6 ເດືອນຕົ້ນປີຜ່ານມາ ໃນວັນທີ 1 ກໍລະກົດ 2021 ນີ້, ໃຫ້ຮູ້ວ່າ:
ຕາມແຜນປີ 2021 ມີທັງໝົດ 173,04 ຕື້ກີບໃນນັ້ນພູດສູນກາງ 65 ຕື້ກີບພູດຂອງທ້ອງຖິ່ນ 108,04 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ສາມາດຈັດຕັ້ງປະຕິບັດໄດ້ 54,89 ຕື້ກີບ ເທົ່າກັບ 31,73%, ໃນນັ້ນພູດຂອງສູນກາງປະຕິບັດໄດ້ 12,62 ຕື້ກີບເທົ່າກັບ 40,18%, ລາຍຮັບພູດຂອງທ້ອງຖິ່ນປະຕິບັດໄດ້ 42,22 ຕື້ກີບເທົ່າກັບ 78,26%,
ທິດທາງ 6 ເດືອນທ້າຍປີຕ້ອງສູ້ຊົນເກັບລາຍຮັບໃຫ້ໄດ້ 52,23 ຕື້ກີບ, ໃນນັ້ນລາຍຮັບພູດສູນກາງ 13,80 ຕື້ກີບ, ລາຍຮັບພຸທ້ອງຖິ່ນ 38,57 ຕື້ກີບ.
ຈາກທ່ານ ເຈົ້າແຂວງສາລະວັນ ເນັ້ນໃຫ້ເອົາໃຈໃສ່ເຜີຍແຜ່ບັນດາເອກະສານຕ່າງໆ ໃນການຈັດເກັບລາຍຮັບໃຫ້ປະຊາຊົນໄດ້ຮັບຮູ້ ແລະເຂົ້າໃຈຕໍ່ລະບຽບຫຼັກການຕ່າງ, ຕ້ານ ແລະສະກັດກັນປະກົດການຫຍໍ້ທໍ້ຕ່າງໃນສັງຄົມ, ເອົາໃຈໃສ່ໃນການເກັບກຳຖານຂໍ້ມູນທີ່ດິນ, ພ້ອມທັງລົງຕົວຈິ່ງໃນການຈັດຕັ້ງປະຕິບັດ, ນອກນັ້ນກໍ່ຕ້ອງມີການວາງແຜນໃນການຈັດຕັ້ງປະຕິບັດ, ມີການກວດກາຕິດຕາມ ແລະລາຍງານ, ທັງນີ້ກໍ່ເພື່ອເຮັດໃຫ້ວຽກງານການຈັດເກັບລາຍຮັບໄດ້ບັນລຸຕາມແຜນການທີ່ວ່າງໄວ້, ໃຫ້ມີຄວາມຖືກຕ້ອງສອດຄ່ອງຕາມລະບຽບຫຼັກການ.