ໝົດປີ 2021 ສ່ວຍສາອາກອນຄາດຄະເນ ການເກັບລາຍຮັບໄດ້ 10.094 ຕື້ກີບ


ອີງຕາມການລາຍງານຂອງທ່ານ ປອ ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນຕໍ່ກອງປະຊຸມການຈັດຕັ້ງປະຕິບັດວຽກງານ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍປີ 2021 ຂອງຂະແໜງການເງິນ, ຈັດຂຶ້ນໃນວັນທີ 09 ກໍລະກົດ 2021 ຜ່ານລະບົບວິດີໂອທາງໄກ, ພາຍໃຕ້ການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ.
ເນື່ອງຈາກວ່າການແຜ່ລະບາດຂອງພະຍາດໂຄວິດ-19 ຍັງສືບຕໍ່ແຜ່ລະບາດໃນປະເທດອ້ອມຂ້າງ ແລະ ທົ່ວໂລກ ຊຶ່ງສົ່ງຜົນກະທົບຕໍ່ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ໂດຍສະເພາະຂະແໜງສ່ວຍສາອາກອນ, ຊຶ່ງອີງຕາມການຄາດຄະເນໝົດປີ 2021 ຄາດປະຕິບັດໄດ້ພຽງແຕ່ 10.094,44 ຕຶ້ກີບ ເທົ່າກັບ 83,4% ຂອງແຜນການປີ.
ສຳລັບ 2021 ຂະແໜງສ່ວຍສາອາກອນ ໄດ້ຮັບຕົວເລກແຜນການຈັດເກັບລາຍຮັບທັງໝົດ 12.112 ຕື້ກີບ. ໃນນັ້ນ, ກົມສ່ວຍສາອາກອນຈຳນວນ 7.068,97 ຕື້ກີບ ແລະ ທ້ອງຖິ່ນ ຈຳນວນ 5.043,03 ຕື້ກີບ. ຊຶ່ງຕາມການຄາດຄະເນໝົດປີເບື້ອງຕົ້ນຈະປະຕິບັດໄດ້ 10.094,44 ຕື້ກີບ ເທົ່າກັບ 83,4% ຂອງແຜນການປີ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 2,5%. ໃນນີ້, ກົມສ່ວຍສາອາກອນ ຄາດຈະປະຕິບັດໄດ້ 6.146,36 ຕື້ກີບ ເທົ່າກັບ 86,9% ຂອງແຜນການປີ ແລະ ທ້ອງຖິ່ນຄາດຈະປະຕິບັດໄດ້ 3.951,07 ຕື້ກີບ ເທົ່າກັບ 78,3% ຂອງແຜນການປີ.
ສະນັ້ນ, ເພື່ອເຮັດໃຫ້ການຈັດເກັບລາຍຮັບໃນປີ 2021 ຂອງຂະແໜງສ່ວຍສາອາກອນບັນລຸຕາມແຜນ ຄະນະກົມ ໄດ້ວາງຫຼາຍມາດຕະການ ເປັນຕົ້ນ: ເພີ່ມທະວີການຄຸ້ມຄອງການເກັບລາຍຮັບຄ່າທຳນຽມທາງ ແລະ ພາສີທີ່ດິນ ຜ່ານລະບົບທະນາຄານ, ຄຸ້ມຄອງການຊຳລະແຕ່ຫົວທີ, ສຸມໃສ່ທົບທວນຄືນນະໂຍບາຍ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍຂອງຂະແໜງ, ການຫັນຫົວໜ່ວຍທຸລະກິດເຂົ້າສູ່ລະບົບອາກອນມູນຄ່າເພີ່ມ ແລະ ການແຈ້ງມອບຜ່ານລະບົບ TaxRIS, ຊຸກຍູ້ ແລະ ສົ່ງເສີມຫົວໜ່ວຍຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ, ກາງ ແລະ ໃຫຍ່ ຖືບັນຊີໃຫ້ຖືກຕ້ອງ, ສືບຕໍ່ວຽກງານຄຸ້ມຄອງເກັບອາກອນມູນຄ່າເພີ່ມ (ອມພ) ແລະ ອາກອນຊົມໃຊ້ (ອກຊ) ຈາກການສະໜອງບໍລິການຊົມໃຊ້ໄຟຟ້າ, ໂທລະສັບ ແລະ ອິນເຕີເນັດ ທີ່ມີການຊົມໃຊ້ເພີ່ມຂຶ້ນ, ຄຸ້ມຄອງການນຳເຂົ້າສິນຄ້າ ແລະ ນ້ຳມັນເຊື້ອໄຟ ຢ່າງເຄັ່ງຂັດ, ຄຸ້ມຄອງການສົ່ງອອກແຮ່ທາດ ທັງຮູບແບບມອບເໝົາ ແລະ ເປັນຖ້ຽວ, ສືບຕໍ່ສົມທົບກັບຂະແໜງສູນກາງ ແລະ ອົງການປົກຄອງທ້ອງຖິ່ນຂັ້ນແຂວງ, ນະຄອນຫຼວງ ແລະ ຂັ້ນເມືອງ ໂຄສະນາເຜີຍແຜ່ ແລະ ຊຸກຍູ້ການເກັບລາຍຮັບພາສີທີ່ດິນ.