ເກົາຫຼີໃຕ້ ເລັ່ງຄຸມການລະບາດໂຄວິດ-19 ເທິງເຮືອຮົບຂອງກອງທັບເຮືອຢູ່ກາງທະເລ


ເກົາຫຼີໃຕ້ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ 1,600 ຄົນ ຊຶ່ງຫຼຸດລົງຈາກຕົວເລກສູງສຸດໃນວັນກ່ອນໜ້ານັ້ນ ເລັກນ້ອຍ ຂະນະທີ່ທາງການຕ້ອງເລັ່ງຄຸມການລະບາດຂອງເຊື້ອໄວຣັດໂຄໂຣນາເທິງເຮືອຂອງກອງທັບທີ່ປະຕິບັດໜ້າທີ່ຢູ່ກາງທະເລ.
ເກົາຫຼີໃຕ້ພົບຜູ້ຕິດເຊື້ອລາຍໃໝ່ 1,600 ຄົນໃນວັນທີ 15 ກໍລະກົດ ຊຶ່ງຫຼຸດລົງຈາກຕົວເລກສູງສຸດໃນວັນກ່ອນໜ້າເລັກນ້ອຍ ພ້ອມທັງປະກາດຍົກລະດັບມາດຕະການເວັ້ນໄລຍະຫ່າງທາງສັງຄົມເກືອບທົ່ວທັງປະເທດຕັ້ງແຕ່ວັນພຸດທີ່ຜ່ານມາ ຫຼັງມີຍອດຜູ້ຕິດເຊື້ອສູງເຖິງ 1,615 ຄົນ ນັບເປັນການລະບາດທີ່ແຮງທີ່ສຸດທີ່ເຄີຍມີມາ.
ໂດຍຂະນະນີ້ເຈົ້າໜ້າທີ່ກຳລັງເລັ່ງມືຄວບຄຸມການລະບາດຂອງເຊື້ອໂຄວິດ-19ເທິງເຮືອຂອງກອງທັບເຮືອເກົາຫຼີໃຕ້ທີ່ອອກໄປປະຕິບັດການລາດຕະເວນປ້ອງກັນການປຸ້ນສະດົມໃນອ່າວ ເອເດັນ ແລະ ພື້ນທີ່ໃກ້ຄຽງ ຫຼັງພົບເຈົ້າໜ້າທີ່ເທິງເຮືອຕິດເຊື້ອຢ່າງໜ້ອຍ 6 ຄົນ ໂດຍໄດ້ນຳເອົາຜູ້ຕິດເຊື້ອແຍກອອກໄປກັກຕົວແລ້ວ ແລະ ກຳລັງເລັ່ງກວດເຊື້ອໃຫ້ກັບເຈົ້າໜ້າທີ່ເທິງເຮືອອີກປະມານ 300 ຄົນທີ່ຍັງບໍ່ໄດ້ສັກວັກຊິນ
ຫຼ້າສຸດເກົາຫຼີໃຕ້ມີຜູ້ຕິດເຊື້ອສະສົມ 173,511 ຄົນ ແລະ ເສຍຊິວິດສະສົມ 2,050 ຄົນ ໂດຍມີຜູ້ສັກວັກຊິນເຂັມ 1 ແລ້ວພຽງ 30.8% ຂອງປະຊາກອນລວມ 52 ບ້ານຄົນ ແລະ ມີອີກ 12% ທີ່ສັກວັກຊິນ 2 ເຂັມແລ້ວ.
ແຫຼ່ງຂ່າວ : ແຊນແນລນິວສເອເຊຍ