ທົ່ວປະເທດລາວ ສາມາດສັກວັກຊີນເຂັມທີ 1 ໄດ້ຫລາຍກວ່າ 1 ລ້ານໂດສ

ທົ່ວປະເທດລາວ ສາມາດສັກວັກຊີນເຂັມທີ 1 ໄດ້ຫລາຍກວ່າ 1 ລ້ານໂດສ - 21472 - ທົ່ວປະເທດລາວ ສາມາດສັກວັກຊີນເຂັມທີ 1 ໄດ້ຫລາຍກວ່າ 1 ລ້ານໂດສ
ທົ່ວປະເທດລາວ ສາມາດສັກວັກຊີນເຂັມທີ 1 ໄດ້ຫລາຍກວ່າ 1 ລ້ານໂດສ - kitchen vibe - ທົ່ວປະເທດລາວ ສາມາດສັກວັກຊີນເຂັມທີ 1 ໄດ້ຫລາຍກວ່າ 1 ລ້ານໂດສ

ໃນໂອກາດຖະແຫລງຂ່າວສະຖານະການໂຄວິດ-19 ປະຈໍາວັນທີ 17 ກໍລະກົດ 2021 ທີ່ກະຊວງສາທາລະນະສຸກ, ທ່ານ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ໄດ້ລາຍງານໃຫ້ຮູ້ວ່າ: ມາຮອດມື້ນີ້ໃນທົ່ວປະເທດສາມາດສັກວັກຊີນເຂັມທີ 1 ໄດ້ 1.050.680 ໂດສ ກວມເອົາ 14,3%, ເຂັມທີ 2 ສັກໄດ້ 722.542 ໂດສ ກວມເອົາ 9,7% ແລະ ຜ່ານການຈັດຕັ້ງປະຕິບັດມາເຫັນວ່າຫລາຍແຂວງໄດ້ຮີບຮ້ອນຈັດຕັ້ງປະຕິບັດການສັກວັກຊີນ ເພື່ອສ້າງພູມຕ້ານທານໃຫ້ແກ່ປະຊາຊົນ ໂດຍສະເພາະກຸ່ມເປົ້າໝາຍທີ່ມີຄວາມສ່ຽງສູງໃນການຕິດເຊື້ອໂຄວິດ-19. ສຳລັບແຂວງທີ່ສັກໄດ້ຫລາຍກວ່າໝູ່ແມ່ນນະຄອນຫລວງວຽງຈັນສັກໄດ້ 43,5%, ແຂວງບໍ່ແກ້ວ ສັກໄດ້ 39,9% ແລະ ແຂວງອື່ນໆແມ່ນກວມເອົາຫລາຍກວ່າ 10% ຂອງປະຊາກອນກຸ່ມເປົ້າໝາຍຂຶ້ນໄປແລ້ວ.

ຜ່ານການຈັດຕັ້ງປະຕິບັດການສັກວັກຊີນປ້ອງກັນໂຄວິດ-19 ໄລຍະຜ່ານມາແມ່ນບໍ່ມີກໍລະນີຜູ້ເສຍຊີວິດ, ມີອາການເບົາບາງມີ 112 ກໍລະນີ ແລະ ຮຸນແຮງ 9 ກໍລະນີ.

ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ໃຫ້ຮູ້ຕື່ມວ່າ: ຕອນແລງວັນທີ 16 ກໍລະກົດ 2021 ສປປ ລາວ ໄດ້ຮັບວັກຊີນ ຈອນສັນ ແລະ ຈອນສັນ ຈຳນວນ 1.008.000 ໂດສ ຈາກສະຫະລັດອາເມລິກາ ໂດຍສົ່ງຜ່ານໂຄງການ Covax facility.

ມາຮອດວັນທີ 17 ກໍລະກົດນີ້ ສປປ ລາວ ມີວັກຊີນຢູ່ 3.143.620 ໂດສ, ທີ່ຈະສັກໃຫ້ປະຊາກອນ ຈຳນວນ 2.750.810 ຄົນ ໂດຍກວມເອົາອັດຕາປະຊາກອນ 29%, ຄິດໄລ່ໃສ່ປະຊາກອນທີ່ມີອາຍຸ 18 ປີຂຶ້ນໄປ ການສັກວັກຊີນທັງໝົດນີ້ຄິດເປັນ 46% ແລະ ການສັກວັກຊີນຍັງຈະສືບຕໍ່ໃນໄຕມາດທີ 3-4 ຄາດວ່າຈະບັນລຸໄດ້ຫລາຍກວ່າ 50% ຕາມເປົ້າໝາຍທີ່ວາງໄວ້ພາຍໃນປີ 2021.

ທົ່ວປະເທດລາວ ສາມາດສັກວັກຊີນເຂັມທີ 1 ໄດ້ຫລາຍກວ່າ 1 ລ້ານໂດສ - 5 - ທົ່ວປະເທດລາວ ສາມາດສັກວັກຊີນເຂັມທີ 1 ໄດ້ຫລາຍກວ່າ 1 ລ້ານໂດສ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!