ເຈົ້າໜ້າທີ່ຕຳຫຼວດ ເປຣູ ມ້າງກຸ່ມແກ້ງເຄືອຂ່າຍ ຕອບສະໜອງຕຽງນອນ ICU ໃຫ້ກັບຜູ້ປ່ວຍໂຄວິດ-19 ດ້ວຍລາຄາ 200 ລ້ານກວ່າກີບ


ເມື່ອວັນທີ 21 ກໍລະກົດນີ້, ເຈົ້າໜ້າທີ່ຕຳຫຼວດ ເປຣູ ໃຫ້ຮູ້ວ່າ: ພວກເຂົາໄດ້ມ້າງກຸ່ມແກ້ງເຄືອຂ່າຍ ຕອບສະໜອງຕຽງນອນ ICU ໃຫ້ກັບຜູ້ປ່ວຍໂຄວິດ-19 ແລະ ເພື່ອໃຫ້ໄດ້ຮັບການເບິ່ງແຍງດູແລເປັນພິເສດ ດ້ວຍລາຄາ 21.000 ໂດລາ ຫຼື ປະມານ 200 ລ້ານກວ່າກີບ.
ໄອຍະການ Reynaldo Abia ໃຫ້ຮູ້ວ່າ: ເຈົ້າໜ້າທີ່ກ່ຽວຂ້ອງໄດ້ບຸກເຂົ້າຈັບກຸມກຸ່ມແກ້ງພວກ 9 ຄົນໃນນັ້ນລວມມີທັງການນຳຂອງໂຮງໝໍ Guillermo Almenara Irigoyen ຊຶ່ງເປັນໂຮງໝໍຂອງລັດ ໃນເມືອງ Lima ລວມຢູ່ນຳດ້ວຍ
ກຸ່ມແກ້ງດັ່ງກ່າວຖືກຈັບກຸມ ພາຍຫຼັງເຈົ້າໜ້າທີ່ຕຳຫຼວດໄດ້ຮັບຄຳຮ້ອງຟ້ອງຈາກອ້າຍຂອງຜູ້ປ່ວຍໂຄວິດຄົນໜຶ່ງວ່າ ຕົນຕ້ອງຈ່າຍ 21.000 ໂດລາສະຫະລັດ ເພື່ອໃຫ້ນ້ອງຊາຍໄດ້ນອນຕຽງ ແລະ ໄດ້ຮັບການດູແລເປັນພິເສດ.
ພາຍຫຼັງເກີດເຫດ, ລັດຖະມົນຕີກະຊວງສາທາລະສະສຸກ Óscar Ugarte ກ່າວວ່າ: “ການກະທຳເຊັ່ນນັ້ນ ມັນເປັນການກະທຳທີ່ບໍ່ຖືກຕ້ອງ, ພວກເຮົາບໍ່ໄດ້ຕ້ອງການຫາເງິນບົນຊີວິດຂອງຄົນ”
ໂຮງໝໍ Guillermo Almenara Irigoyen ເປັນໂຮງໝໍຂອງລັດຖະບານ ຂຶ້ນກັບພາຍໃຕ້ການຄຸ້ມຄອງຂອງລະບົບປະກັນສັງຄົມ ໂດຍບໍ່ໄດ້ເສຍຄ່າ. ຜູ້ທີ່ມີອາການປ່ວຍໜັກຕ້ອງໄດ້ລຽນແຖວເພື່ອລໍຖ້າໃຫ້ໄດ້ນອນຕຽງ ICU ຊຶ່ງມີພຽງ 80 ຕຽງເທົ່ານັ້ນ.
ໃນຂະນະທີ່ມີການລະບາດສູງສຸດ, ຜູ້ປ່ວຍຈຳຕ້ອງໄດ້ຈ່າຍເງິນເປັນຈຳນວນຫຼາຍໃຫ້ກັບໂຮງໝໍເອກະຊົນ ເມື່ອໂຮງໝໍຂອງລັດເກືອບວ່າເປັນອຳມະພາດທັງໝົດ. ຕຽງນອນຄົນເຈັບແບບ ICU ໃນທົ່ວປະເທດມີພຽງແຕ່ 3.000 ຕຽງ ແຕ່ຜູ້ປ່ວຍປະເພດ ICU ສູງຈົນເຖິງຂັ້ນລົ້ນຕຽງນອນ.
ເມື່ອມາເຖິງວັນທີ 22 ກໍລະກົດນີ້, ມີຜູ້ປ່ວຍໂຄວິດສະສົມໃນເປຣູ 2,1 ລ້ານຄົນ ແລະ ເສຍຊິວິດ 195.000 ຄົນ.