ນ້ຳຖ້ວມເມືອງຮ້ຽມມີພື້ນທີ່ທຳການຜະລິດເສຍຫາຍຫລາຍກວ່າ 80 ເຮັກຕາ

ນ້ຳຖ້ວມເມືອງຮ້ຽມມີພື້ນທີ່ທຳການຜະລິດເສຍຫາຍຫລາຍກວ່າ 80 ເຮັກຕາ - 4785 - ນ້ຳຖ້ວມເມືອງຮ້ຽມມີພື້ນທີ່ທຳການຜະລິດເສຍຫາຍຫລາຍກວ່າ 80 ເຮັກຕາ
ນ້ຳຖ້ວມເມືອງຮ້ຽມມີພື້ນທີ່ທຳການຜະລິດເສຍຫາຍຫລາຍກວ່າ 80 ເຮັກຕາ - kitchen vibe - ນ້ຳຖ້ວມເມືອງຮ້ຽມມີພື້ນທີ່ທຳການຜະລິດເສຍຫາຍຫລາຍກວ່າ 80 ເຮັກຕາ

ໃນວັນທີ 30 ກໍລະກົດ 2021 ນີ້, ທ່ານ ບຸນວິໄຊ ກົງປາລີ ເຈົ້າເມືອງຮ້ຽມ ແຂວງຫົວພັນ ໄດ້ລາຍງານໃຫ້ຮູ້ກ່ຽວກັບສະພາບນ້ຳຖ້ວມຢູ່ພາຍໃນເມືອງວ່າ: ຕອນເຊົ້າເວລາ 02:00-4:00 ໂມງ ຂອງວັນທີ 30 ກໍລະກົດ 2021 ໄດ້ມີຝົນຕົກໜັກຕິດຕໍ່ກັນຫລາຍຊົ່ວໂມງ, ເຮັດໃຫ້ນ້ຳຫ້ວຍຫລາຍສາຍໄຫລຊຸມາປ່ອງໃສ່ແມ່ນ້ຳຄານໄຫລຊຸແຮງໄປຖ້ວມເຮືອນຂອງປະຊາຊົນທີ່ຢູ່ລຽບຕາມແຄມນ້ຳຄານ ຄືືບ້ານສຳພັນທອງ ໄດ້ຮັບຜົນກະທົບ 13 ຄອບຄົວ, ກະທົບໜັກ 1 ຄອບຄົວ ແລະ ຖ້ວມຖະໜົນຫົນທາງ, ພື້ນທີ່ນາ, ພື້ນທີ່ທຳການຜະລິດ ແລະ ສັດລ້ຽງຈຳນວນຫລາຍ.

ສຳລັບຜົນເສຍຫາຍເບື້ອງຕົ້ນມີພື້ນທີ່ເສຍຫາຍຫລາຍກວ່າ 80 ເຮັກຕາ, ຜົນລະປູກຜັກອິນຊີເສຍຫາຍຫລາຍ, ຊົນລະປະທານ, ລະບົບນ້ຳລິນ, ຈັກສູບນ້ຳ, ໜອງປາ 30 ໜອງ, ເສົາໄຟຟ້າໂຄ່ນລົ້ມ ແລະ ສັດລ້ຽງເສຍຫາຍຫລາຍກວ່າ 500 ໂຕ.

ປັດຈຸບັນການນຳເມືອງໄດ້ຊີ້ນຳນຳພາໃຫ້ກຳລັງ ປກຊ-ປກສ ຮີບຮ້ອນຊ່ວຍເຫລືອຍົກຍ້າຍສິ່ງຂອງທີ່ຈຳເປັນ ແລະ ຍົກຍ້າຍປະຊາຊົນທີ່ອາໄສຢູ່ລຽບນ້ຳຄານໄປໄວ້ບ່ອນທີ່ປອດໄພແລ້ວ.

ນ້ຳຖ້ວມເມືອງຮ້ຽມມີພື້ນທີ່ທຳການຜະລິດເສຍຫາຍຫລາຍກວ່າ 80 ເຮັກຕາ - 5 - ນ້ຳຖ້ວມເມືອງຮ້ຽມມີພື້ນທີ່ທຳການຜະລິດເສຍຫາຍຫລາຍກວ່າ 80 ເຮັກຕາ
ນ້ຳຖ້ວມເມືອງຮ້ຽມມີພື້ນທີ່ທຳການຜະລິດເສຍຫາຍຫລາຍກວ່າ 80 ເຮັກຕາ - 4 - ນ້ຳຖ້ວມເມືອງຮ້ຽມມີພື້ນທີ່ທຳການຜະລິດເສຍຫາຍຫລາຍກວ່າ 80 ເຮັກຕາ
ນ້ຳຖ້ວມເມືອງຮ້ຽມມີພື້ນທີ່ທຳການຜະລິດເສຍຫາຍຫລາຍກວ່າ 80 ເຮັກຕາ - 3 - ນ້ຳຖ້ວມເມືອງຮ້ຽມມີພື້ນທີ່ທຳການຜະລິດເສຍຫາຍຫລາຍກວ່າ 80 ເຮັກຕາ