ຊ່ວງໂຄວິດຕ້ອງຫັນທິດຕາມວິຖີແບບໃໝ່

ຊ່ວງໂຄວິດຕ້ອງຫັນທິດຕາມວິຖີແບບໃໝ່ - student passing online exam home student passing online exam home closeup 181815769 - ຊ່ວງໂຄວິດຕ້ອງຫັນທິດຕາມວິຖີແບບໃໝ່
ຊ່ວງໂຄວິດຕ້ອງຫັນທິດຕາມວິຖີແບບໃໝ່ - kitchen vibe - ຊ່ວງໂຄວິດຕ້ອງຫັນທິດຕາມວິຖີແບບໃໝ່

ໂດຍ: ທິດກ່ຳ

ນັບແຕ່ເຊື້ອພະຍາດໂຄວິດ-19 ເລີ່ມແຜ່ລະບາດມາແຕ່ປີ 2019 ເປັນຕົ້ນມາ ຕ້ອງຍອມຮັບວ່າປະເທດຊາດຂອງພວກເຮົາໄດ້ປະສົບບັນຫາວິກິດຫລາຍຢ່າງ ຈົນເຮັດໃຫ້ລະບົບເສດຖະກິດ-ສັງຄົມຂອງປະເທດປະສົບບັນຫາຢ່າງໜັກໜ່ວງຫລວງຫລາຍ ບັນດາຂະແໜງການທີ່ມີຜົນກະທົບຫລາຍກວ່າໝູ່ກໍແມ່ນຂົງເຂດການທ່ອງທ່ຽວ, ບັນດາໂຮງແຮມ, ຮ້ານອາຫານ, ຮ້ານກິນດື່ມຕ້ອງໄດ້ຢຸດສະງັກອັດປະຕູ ຍ້ອນປະຕິບັດບັນດາມາດຕະການຕ່າງໆ ເພື່ອຫລີກລ່ຽງການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19. ຕໍ່ຜົນກະທົບຄັ້ງນີ້ ສະເພາະຢູ່ນະຄອນຫລວງວຽງຈັນນັບແຕ່ມື້ມີການແຜ່ລະບາດສອງຮອບມານີ້ ໄດ້ສົ່ງຜົນກະທົບຂັ້ນຮຸນແຮງຕໍ່ 245 ທຸລະກິດ ເຊິ່ງກວມເອົາ 15,9% ຂອງພາກທຸລະກິດທັງໝົດ. ສ່ວນຂະແໜງການທີ່ມີຜົນກະທົບອ່າວໜ້ອຍແດ່ກໍແມ່ນຂະແໜງກະສິກຳ ປູກຝັງ ແລະ ລ້ຽງສັດ, ແຕ່ຂະແໜງການດັ່ງກ່າວພັດຍັງບໍ່ທັນເຂັ້ມແຂງເທົ່າທີ່ຄວນ.

ຊ່ວງໂຄວິດຕ້ອງຫັນທິດຕາມວິຖີແບບໃໝ່ - Visit Laos Visit SALANA BOUTIQUE HOTEL - ຊ່ວງໂຄວິດຕ້ອງຫັນທິດຕາມວິຖີແບບໃໝ່

ແຕ່ແນວໃດກໍຕາມ, ອີງໃສ່ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ມາຮອດປັດຈຸບັນກໍຍັງສືບຕໍ່ແຜ່ລະບາດໄປຕິກໆ ເຊິ່ງໃນບາງມື້ ແລະ ບາງໄລຍະກໍມີຫລາຍມີໜ້ອຍ ມີຂຶ້ນມີລົງ ດັ່ງໃນວັນທີ 31 ກໍລະກົດ 2021 ທີ່ຜ່ານມາ ແມ່ນມີຜູ້ຕິດເຊື້ອໃໝ່ເພີ່ມຂຶ້ນເຖິງ 380 ຄົນ. ນີ້ຖືເປັນສະຖິຕິສູງສຸດໃນປະຫວັດສາດ ແລະ ປະຫວັດການຂອງປະເທດພວກເຮົາ.

ແນວໃດກໍດີ, ເມື່ອມາວິເຄາະເບິ່ງແລ້ວ ໃນຈຳນວນຜູ້ຕິດເຊື້ອໃໝ່ນີ້ສ່ວນຫລາຍແມ່ນແຮງງານນຳເຂົ້າຈາກປະເທດໄທ. ດັ່ງສະຖິຕິໃນວັນທີ 31 ກໍລະກົດ 2021 ມີຜູ້ຕິດເຊື້ອນຳເຂົ້າເຖິງ 376 ຄົນ ໃນຈຳນວນຜູ້ຕິດເຊື້ອທັງໝົດ 380 ຄົນ.
ນັບແຕ່ມີການລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ຜ່ານມາ, ມີບາງຂະແໜງການກໍສາມາດພິກສະຖານະການໃຫ້ຢູ່ລອດ ແລະ ແຕກໜໍ່ຈໍ່ແນວຂຶ້ນຢ່າງໂດດເດັ່ນ ເປັນຕົ້ນການບໍລິການຂາຍສິນຄ້າປະເພດຕ່າງໆທາງອອນລາຍ. ການບໍລິການຂາຍສິນຄ້າທາງອອນລາຍແມ່ນມີທຸກປະເພດສິນຄ້າ ວ່າແຕ່ຜູ້ບໍລິໂພກຕ້ອງການເຊັ່ນ: ຂາຍອາຫານການກິນ, ຂາຍເສື້ອຜ້າ, ຂາຍວັດຖຸສິ່ງຂອງທຸກຢ່າງທີ່ລູກຄ້າຕ້ອງການນັບແຕ່ນ້ອຍຫາໃຫຍ່ ເຊິ່ງເບິ່ງພາບລວມແລ້ວເຫັນວ່າ ຜູ້ຫັນອາຊີບບໍລິການດ້ານນີ້ກໍມີລາຍຮັບເປັນກອບເປັນກຳ ທັງມີຄວາມວ່ອງໄວ ເຊິ່ງສອດຄ່ອງກັບຍຸກແຜ່ລະບາດຂອງພະຍາດໂຄວິດ-19.

ໃນປັດຈຸບັນ ກໍຄືອະນາຄົດຕໍ່ໜ້າ ຄາດວ່າຖ້າການບໍລິການຂາຍສິນຄ້າທຸກຢ່າງຜ່ານທາງອອນລາຍຈະກາຍເປັນທຸລະກິດທີ່ສອດຄ່ອງກັບຍຸກສະໄໝຕາມວິຖີແບບໃໝ່ໃນຍຸກໂຄວິດ-19 ໄດ້ຢ່າງວ່ອງໄວໃຫຍ່ໂຕ ແລະ ມີຄວາມປອດໄພ.

ຊ່ວງໂຄວິດຕ້ອງຫັນທິດຕາມວິຖີແບບໃໝ່ - 4 - ຊ່ວງໂຄວິດຕ້ອງຫັນທິດຕາມວິຖີແບບໃໝ່
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!