ຫວຽດນາມຈະສັກວັກຊິນ Nanocovax ໃຫ້ກັບປະຊາຊົນ 1 ລ້ານຄົນ.

ວັນທີ 2 ສິງຫານີ້, ຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ, ທ່ານ ເຈິນວັນ ຖ້ວນ, ຫົວໜ້າທິມງານພິເສດກ່ຽວກັບການຄົ້ນຄວ້າ ແລະ ທົດລອງຄລີນິກ ເພື່ອພັດທະນາວັກຊີນປ້ອງກັນໂຄວິດ-19 ໄດ້ຈັດກອງປະຊຸມທາງໄກກັບບັນດານັກວິທະຍາສາດຂອງສະຖາບັນການແພດທະຫານ, ສະຖາບັນອະນາໄມສູນກາງ, ສະຖາບັນ ປາສເຕີ(Pasteur) ໃນນະຄອນໂຮຈິມິນ ກ່ຽວກັບຄວາມຄືບໜ້າການທົດລອງໄລຍະຄລີນິກວັກຊີນໂຄວິກ-19 “made in Vietnam” Nanocovax ຜະລິດໂດຍເທັກໂນໂລຊີ ຊີວະວິທະຍາການຢາ Nanogen ຈາກບໍລິສັດ CP ໃນນະຄອນໂຮຈິມິນ.
ອີງຕາມການລາຍງານຂອງຜູ້ຕາງໜ້າບໍລິສັດ Nanogen ໃຫ້ຮູ້ວ່າ ຂະນະນີ້ ບໍລິສັດກຳລັງຈັດຕັ້ງຜັນຂະຫຍາຍຕາມບໍລິບົດຂອງການຄົ້ນຄວ້າທົດລອງຄລີນິກໄລຍະ 3 ຊຶ່ງຈະສັກວັກຊີນ Nanocovax ໃຫ້ກັບ 13.000 ຄົນ, ໂດຍຈະແບ່ງອອກເປັນ 2 ໄລຍະ (3a: 1.000 ຄົນ, 3b: 12.000 ຄົນ), ແຕ່ລະຄົນຈະໄດ້ສັກ 2 ເຂັມ ຫ່າງກັນ 4 ອາທິດ.
ພາຍຫຼັງສັກເຂັມທີໜຶ່ງໃຫ້ກັບ 1.000 ຄົນໄດ້ 42 ວັນໃນໄລຍະຄົ້ນຄວ້າ 3a ນັ້ນ ຜົນອອກມາປາກົດວ່າ: ຜູ້ທີ່ໄດ້ຮັບສັກວັກຊິນ Nanocovax 100% ແມ່ນມີພູມຄຸ້ມກັນເປັນກາງກັບ Surrogate ໄດ້ຫຼາຍກວ່າ 30% ແລະ 99,2% ຂອງຜູ້ທີ່ໄດ້ຮັບການສັກວັກຊີນລ້ວນແຕ່ເກີດພູມຕ້ານທານ IgG ຂອງຮ່າງກາຍກັບ Protein S ສູງທົບ 4 ເທື່ອເມື່ອທຽບໃສ່ຮ່າງກາຍປົກະຕິ. ຂະນະນີ້ກຳລັງຕິດຕາມເບິ່ງຜູ້ທີ່ຮັບວັກຊີນ 13.000 ຄົນຢູ່.
ໄປຄຽງຄູ່ກັບການຂໍໃບອະນຸຍາດນຳໃຊ້ວັກຊີນ sNanocovax ແບບສຸກເສີນທີ່ມີເງື່ອນໄຂນັ້ນ, ທາງບໍລິສັດ Nanogen ກໍໄດ້ສະເໜີຕໍ່ກະຊວງສາທາລະສະສຸກ ແລະ ສະພາຍຸຕິທຳແຫ່ງຊາດ ເພື່ອຄົ້ນຄວ້າພິຈາລະນາການຈັດຕັ້ງຜັນຈະຫຍາຍການທົດລອງໄລຍະ 3c (ສັກວັກຊິນ Nanocovax ໃຫ້ກັບ 500.000-1 ລ້ານຄົນ) ແລະ ໃຫ້ມີການທົດລອງກັບເດັກອາຍຸແຕ່ 12-18 ປີ ພາຍຫຼັງໄດ້ຮັບໃບອະນຸຍາດ.