ຝຶກອົບຮົມວຽກບັນຊີຈຸນລະວິສາຫະກິດ ແລະ ວິສາຫະກິດທີ່ບໍ່ຮັບໃຊ້ຜົນປະໂຫຍດສາທາລະນະໃຫ້ສ່ວຍສາອາກອນ

ໃນວັນທີ 23 ສິງຫາ 2021 ຜ່ານມາ, ທີ່ສະຖາບັນເສດຖະກິດ-ການເງິນ (ດົງຄຳຊ້າງ), ກົມບັນຊີໄດ້ເປີດຊຸດຝຶກອົບຮົມບັນຊີສຳລັບຈຸນລະວິສາຫະກິດ ແລະ ການບັນຊີສຳລັບວິສາຫະກິດທີ່ບໍ່ຮັບໃຊ້ຜົນປະໂຍດສາທາລະ ນະໃຫ້ຂະແໜງການສ່ວຍສາອາກອນ ຊຸດທີ I, ໂດຍການເປັນປະທານຂອງ ທ່ານ ປອ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ, ມີທ່ານ ນາງ ດາວອນ ທອງຈັນ ຫົວໜ້າກົມບັນຊີ, ຮອງກົມສ່ວຍສາອາກອນ, ພ້ອມດ້ວຍວິທະຍາກອນ ແລະ ນັກສຳມະນາກອນເຂົ້າຮ່ວມ.
ຊຸດຝຶກອົບຮົບໃນຄັ້ງນີ້, ອີງຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 0369/ກງ,ລົງວັນ 4 ກຸມພາ 2021 ວ່າດ້ວຍການຮັບຮອງຮູບແບບເອກະສານລາຍງານການເງິນ ແລະ ຜັງບັນຊີສຳລັບວິສາຫະກິດທີ່ບໍ່ຮັບໃຊ້ຜົນປະໂຫຍດສາທາລະນະ, ອີງຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 2381/ກງ, ລົງວັນທີ 7 ມິຖຸນາ 2021 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບປັບປຸງກົນໄກການຊຸກຍູ້ ແລະ ສົ່ງເສີມຫົວໜ່ວຍຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ, ກາງ ແລະ ໃຫຍ່ຖືບັນໃຫ້ຖືກຕ້ອງ ແລະ ຄົບຖ້ວນ.
ສຳລັບການຝຶກອົບຮົມການບັນຊີໃຫ້ພະນັກງານຂະແໜງສ່ວຍສາອາກອນເວົ້າລວມ ເວົ້າສະເພາະ ພະນັກ ງານສ່ວຍສາອາກອນປະຈຳຢູ່ກົມສ່ວຍສາອາກອນ, ສ່ວຍສາອາກອນ ປະຈຳນະຄອນຫຼວງວຽງຈັນ ແລະ ສ່ວຍສາອາກອນປະຈຳ 9 ຕົວເມືອງຂອງນະຄອນຫຼວງວຽງຈັນ, ຈະໄດ້ພ້ອມກັນລົງເລິກຄົ້ນຄວ້າບັນຫາສຳຄັນເຊັ່ນ: ການສົມທຽບຜັງບັນຊີປີ 2020 ແລະ ປີ 1992, ການສະເໜີຮູບແບບເອກະສານລາຍງານການເງິນ, ການບັນຊີຈຸນລະວິສາຫະກິດ, ຫຼັກການບັນຊີວິສາຫະກິດ, ການບັນຊີຂອງບັນດາລາຍການທີ່ເກີດຂຶ້ນໃນວິສາຫະກິດ, ການສ້າງເອກະ ສານລາຍງານການເງິນຕາມຮູບແບບໃໝ່ ແລະ ຄົ້ນຄວ້າການນຳໃຊ້ເຄື່ອງມືທັນສະໄໝ (ໂປຣແກຣມບັນຊີ) ເຂົ້າໃນການບັນທຶກບັນຊີເພື່ອສ້າງເອກະສານການເງິນ.
ໂອກາດດັ່ງກ່າວ, ທ່ານ ປອ ພູທະນູເພັດ ໄຊຊົມບັດ ໄດ້ມີຄຳຄິດເຫັນ ແລະ ໃຫ້ທິດຊີ້ນຳໃນການຝຶກອົບຮົມການບັນຊີສຳລັບວິສາຫະກິດທີ່ບໍ່ຮັບໃຊ້ຜົນປະໂຫຍດສາທາລະນະຕາມລະບົບບັນຊີທີ່ໄດ້ຜ່ານການຮັບຮອງ,ເຫັນໄດ້ວ່າຈຸດປະສົງ, ລະດັບຄາດໝາຍ ແລະ ເນື້ອໃນທີ່ຈະເຜີຍແຜ່, ແນະນຳນັ້ນແຜມ່ນມີຄວາມໝາຍຄວາມສຳຄັນຫຼາຍ ແລະ ຖືເປັນໂອກາດອັນດີທີ່ສຸດສຳລັບພະນັກງານສ່ວຍສາອາກອນທີ່ຈະໄດ້ພ້ອມກັນຄົ້ນຄວ້າ, ລະບຽບຫຼັກການດ້ານການບັນຊີໃຫ້ໄປຕາມມາດຕະຖານ,ຊຶ່ງມາດຕະຖານດັ່ງກ່າວມີຄວາມສອດຄ່ອງກັບການເຄື່ອນໄຫວຂອງວິສາຫະກິດ ແລະ ຮູບແບບວິທີການກວດກາບັນຊີແບບໃໝ່, ແນໃສ່ໃຫ້ມີຄວາມເປັນເອກະພາບທາງດ້ານທັດສະນະ, ທາງດ້ານວິຊາການ ແລະ ເປັນພື້ນຖານບ່ອນອີງເພື່ອຈັດຕັ້ງປະຕິບັດຕົວຈິງໃຫ້ແກ່ການຄຸ້ມຄອງການເງິນ, ການກວດກາພາຍໃນວິສາຫະກິດ ແລະ ການກວດກາພາຍນອກ, ເປັນພື້ນຖານເງື່ອນໄຂເຂົ້າຫາແຫຼ່ງທຶນ ແລະ ທັງເປັນພື້ນຖານຄິດໄລ່,ຈັດເກັບພັນທະເຂົ້າງົບປະມານແຫ່ງລັດໃຫ້ມີຄວາມຍຸຕິທຳ.
ພ້ອມນັ້ນ, ຍັງໄດ້ຮຽກຮ້ອງໃຫ້ນັກສຳມະນາກອນພາຍຫຼັງທີ່ສຳເລັດຊຸດຝຶກອົບຮົມໃນຄັ້ງນີ້,ສືບຕໍ່ໂຄສະນາ, ເຜີຍແຜ່ລະບຽບກົດໝາຍການບັນຊີ, ລະບົບບັນຊີ, ຮູບແບບລາຍງານໃຫ້ກວ້າງຂວາງທັນກັບສະພາບການ ແລະ ຈົ່ງນຳເອົາເນື້ອໃນຂອງລະບົບດັ່ງກ່າວໄປຜັນຂະຫຍາຍຕົວຈິງ, ຈັດຕັ້ງປະຕິບັດໃນເວລາກວດກາໄລ່ລຽງບັນຊີຢູ່ຫົວ ໜ່ວຍທຸລະກິດນັບແຕ່ປີ 2021 ເປັນຕົ້ນໄປ, ຊຶ່ງໝາຍຄວາມວ່າຫົວໜ່ວຍຖືບັນຊີຈະນຳບົດສະຫຼຸບປະຈຳປີ 2021 ຢູ່ລະຫວ່າງເດືອນກຸມພາ ຫາ ທ້າຍເດືອນມີນາຂອງປີ 2022 ໃຫ້ຂະແໜງການເງິນ (ສ່ວຍສາອາກອນ ແລະ ບັນຊີ) ເພື່ອກວດກາຄວາມຖືກຕ້ອງ.