6 ວິທີເບິ່ງທາດແທ້ຄົນ ໃຜຈິງໃຈ ຫລື ໃຜຫວັງຜົນ
August 25, 2021 - 4:11 PM

- ຄົນທີ່ໜ້າຫວ້າຍຫລັງຫລອກ ເຊື່ອຫຍັງບໍ່ໄດ້ : ຕໍ່ໜ້າເປັນແນວໜຶ່ງ ລັບຫລັງເປັນອີກແນວໜຶ່ງ, ບໍ່ມີຄວາມຈິງໃຈກັບໃຜ ແມ່ນແຕ່ຄົນດຽວ. ສະນັ້ນແລ້ວ ທ່ານຄວນຮີບຍ່າງອອກມາຈາກຄົນແບບນີ້ ເພາະບໍ່ວ່າຈະແນວໃດ ເຂົາກໍບໍ່ມີຄວາມ ຈິງໃຈກັບທ່ານ.
- ຄົນທີ່ດູຖູກດູໝິ່ນຄົນອື່ນ ບໍ່ເຫັນຄ່າຄົນອື່ນ : ຫາກທ່ານທຸກຍາກ ເຂົາຈະດູຖືກ, ເຂົາຈະລັງກຽດ ຫລື ຈະປະຕິບັດແບບໃດ ຂໍ້ນີ້ຈະຊ່ວຍໃຫ້ທ່ານຮູ້ເຖິງທາດແທ້ຂອງຄົນຜູ້ນັ້ນໄດ້ຫລາຍ ເພາະຄວາມທຸກຍາກ ແລະ ຄວາມລຳບາກນັ້ນ ມັນຊ່ວຍຄັດ ເລືອກຄົນທີ່ບໍ່ຈິງໃຈໄດ້ດີ, ບໍ່ເຊື່ອລອງເບິ່ງໄດ້.
- ຄົນທີ່ຄົບເພື່ອຜົນປະໂຫຍດຕົນເອງ : ຫາກທ່ານຢາກຈະລອງໃຈໃຜທີ່ຫາກໍຮູ້ຈັກກັນເທື່ອທຳອິດ ກໍຈົ່ງເຮັດໂຕໃຫ້ທຳມະ ດາເອົາໄວ້, ບໍ່ຕ້ອງຢິບຍື່ນສິ່ງໃດໃຫ້ເຂົາ ແລະ ຫາກເຂົາຄົບຫາທ່ານຕໍ່ ນັ້ນໝາຍຄວາມວ່າເຂົາຈິງໃຈກັບທ່ານແນ່ນອນ ແຕ່ຖ້າບໍ່ ນັ້ນໝາຍຄວາມວ່າ ເຂົາເຂົ້າມາພຽງເພື່ອຕ້ອງການບາງຢ່າງຈາກທ່ານ ຖ້າເຮົາກຳລັງພົບຄົນທີ່ເຂົ້າຂ່າຍໂອ ກາດທີ່ຈະໄດ້ຮັບຄວາມຈິງໃຈຈາກເຂົາມັນໜ້ອຍແທ້ໆ ຫລື ອາດບໍ່ມີເລີຍ ແລະ ຊີວິດຈະເຕັມໄປດ້ວຍການຫລອກລວງ ກັນ, ພົບບັນຫາສາລະພັດຫລວງຫລາຍ ແລະ ຖ້າເຮົາຕັ້ງໃຈທີ່ຈະຈິງໃຈກັບໃຜ ບໍລິສຸດໃຈຕໍ່ທຸກຄົນແທ້ໆ ຄວາມສຳພັນ ທຸກສຳພັນທະພາບທີ່ມີຈະດີຂຶ້ນ. ສ່ວນໃຜທີ່ບໍ່ຈິງໃຈກໍຈະຫລຸດອອກໄປ ເພາະຄວາມຈິງໃຈຕ້ອງແລກມາດ້ວຍຄວາມຈິງ ໃຈເທົ່ານັ້ນ.
- ຄົນທີ່ຖິ້ມທ່ານໄປຍາມມີບັນຫາ : ທ່ານມີບັນຫາ ມີໃຜແດ່ທີ່ຢູ່ຂ້າງທ່ານ ? ໃຜແດ່ທີ່ຖິ້ມທ່ານໄປ ? ຈົ່ງຈື່ໄວ້. ຖ້າເຂົາຈິງໃຈກັບທ່ານ ເຂົາຈະຊ່ວຍເຫລືອທ່ານ ຈະຢູ່ຂ້າງໆ ແລະ ຊ່ວຍກັນແກ້ໄຂບັນຫາຢ່າງເຕັມທີ່, ແຕ່ຖ້າເມື່ອໃດທີ່ເຂົາຖິ້ມທ່ານ ກໍຢ່າເສຍໃຈ ໃຫ້ຄິດສາວ່າ ເຂົາບໍ່ເໝາະສົມກັບເຮົາ, ເຂົາບໍ່ໄດ້ຈິງໃຈກັບເຮົາ.
- ຄົນທີ່ດີແຕ່ເວົ້າ, ແຕ່ບໍ່ລົງມືເຮັດຫຍັງ : ໝາຍເຖິງເວົ້າຢ່າງໜຶ່ງ ເຮັດອີກຢ່າງໜຶ່ງ, ການກະທຳສວນທາງກັບຄຳເວົ້າຂອງ ຕົນເອງ, ຫລື ເວົ້າແຕ່ເຮັດບໍ່ໄດ້, ບໍ່ເຄີຍມີສັດຈະ ເຊິ່ງຄົນປະເພດນີ້ບໍ່ມີຄວາມຈິງໃຈຢູ່ເລີຍ, ເວົ້າໃຫ້ຕົນເອງເບິ່ງດີໄປແຕ່ ລະມື້ ຄວາມຈິງແລ້ວເຮັດບໍ່ເຄີຍໄດ້ເລີຍ ຄົນແບບນີ້ບໍ່ມີຄວາມຈິງໃຈ ຫາຄວາມຈິງໃຈຈາກເຂົາໄດ້ຍາກ.
- ຄົນທີ່ເລືອກປະຕິບັດ ສອງມາດຕະຖານ : ໃນເມື່ອເລືອກປະຕິບັດກັນຄົນລະຢ່າງ ຄົນລະແບບ ນັ້ນໝາຍຄວາມວ່າ ຄົນປະ ເພດນີ້ບໍ່ໜ້າຄົບຫາ ເພາະບໍ່ມີຄວາມຈິງໃຈ ເພາະຫາກເຂົາເປັນຄົນຈິງໃຈແທ້ໆ ເຂົາຕ້ອງປະຕິບັດກັບທຸກຄົນຄືກັນໝົດ ບໍ່ແມ່ນເລືອກປະຕິບັດ.