ເຈົ້າໜ້າທີ່ທຳລາຍໃບຫວຍເຖື່ອນ ແລະ ເຄື່ອງຫລິ້ນການພະນັນທີ່ຕ້ອງຫ້າມ

ເຈົ້າໜ້າທີ່ທຳລາຍໃບຫວຍເຖື່ອນ ແລະ ເຄື່ອງຫລິ້ນການພະນັນທີ່ຕ້ອງຫ້າມ - 6855 e1631084207567 - ເຈົ້າໜ້າທີ່ທຳລາຍໃບຫວຍເຖື່ອນ ແລະ ເຄື່ອງຫລິ້ນການພະນັນທີ່ຕ້ອງຫ້າມ
ເຈົ້າໜ້າທີ່ທຳລາຍໃບຫວຍເຖື່ອນ ແລະ ເຄື່ອງຫລິ້ນການພະນັນທີ່ຕ້ອງຫ້າມ - kitchen vibe - ເຈົ້າໜ້າທີ່ທຳລາຍໃບຫວຍເຖື່ອນ ແລະ ເຄື່ອງຫລິ້ນການພະນັນທີ່ຕ້ອງຫ້າມ

ເຈົ້າໜ້າທີ່ ພະແນກຕໍາຫລວດປ້ອງກັນເສດຖະກິດ ຫ້ອງຕໍາຫລວດ ປກສ ນະຄອນຫລວງວຽງຈັນ ໄດ້ສົມທົບກັບພະແນກອຸດສາຫະກຳການຄ້າ ນະຄອນຫລວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ທໍາລາຍເຄື່ອງຫລິ້ນການພະນັນທີ່ຕ້ອງຫ້າມ ລວມມີ ຕູ້ເກມສະລັອດມາກຊີ່ນ 5 ຕູ້, ໃບຫວຍຂອງລັດຖະບານໄທ 5.000 ໃບ ແລະ ອຸປະກອນໄກ່ໂຕນຄອນ 6 ຊຸດ, ຂຶ້ນຢູ່ສູນບໍາບັດຂີ້ເຫຍື້ອຫລັກ 32 ເມືອງໄຊທານີ ນະຄອນຫລວງວຽງຈັນ ວັນທີ 3 ກັນຍາ 2021, ໂດຍມີ ພັຕ ຄໍາເບົ້າ ປີວແກ້ວປະເສີດ ຮອງຫົວໜ້າພະແນກຕໍາຫລວດປ້ອງກັນເສດຖະກິດ ຫ້ອງຕໍາຫລວດ ປກສ ນວ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນການທໍາລາຍຄັ້ງນີ້, ພັຕ ຄໍາເບົ້າ ປີວແກ້ວປະເສີດ ໃຫ້ຮູ້ວ່າ: ຕົ້ນປີ 2020 ໄດ້ຮັບແຈ້ງຂໍ້ມູນຈາກພົນລະເມືອງວ່າມີການລັກລອບຂາຍຫວຍ ໂດຍບໍ່ໄດ້ຮັບອະນຸດຍາດ ແລະ ເປີດໃຫ້ບໍລິການ ຫລິ້ນການພະນັນທີ່ຕ້ອງຫ້າມ ຢູ່ຕະຫລາດເຊົ້າມໍ ບ້ານຫັດສະດີ ເມືອງຈັນທະບູລີ ນວ. ເຈົ້າໜ້າທີ່ຕໍາຫລວດປ້ອງກັນເສດຖະກິດ ຈຶ່ງໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ອອກຕິດຕາມ, ກວດກາ ແລະ ພົບເຫັນ ຕາມການແຈ້ງຂອງພົນລະເມືອງ; ເຊິ່ງເປັນການລະເມີດຕໍ່ແຈ້ງການຂອງ ຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 2253/ຫສນຍ ລົງວັນທີ 25 ທັນວາ 2019; ລະເມີດຕໍ່ຄໍາສັ່ງແນະນໍາຂອງທ່ານຫົວໜ້າກົມຕໍາຫລວດເສດຖະກິດ ສະບັບເລກທີ 688/302 ລົງວັນທີ 26 ມີນາ 2020 ແລະ ກົດໝາຍ ມາດຕາ 141 ຂອງປະມວນກົດໝາຍອາຍາ.

ເຈົ້າໜ້າທີ່ທຳລາຍໃບຫວຍເຖື່ອນ ແລະ ເຄື່ອງຫລິ້ນການພະນັນທີ່ຕ້ອງຫ້າມ - Visit Laos Visit SALANA BOUTIQUE HOTEL - ເຈົ້າໜ້າທີ່ທຳລາຍໃບຫວຍເຖື່ອນ ແລະ ເຄື່ອງຫລິ້ນການພະນັນທີ່ຕ້ອງຫ້າມ

ສະນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ຢຶດໃບຫວຍເຖື່ອນ ແລະ ອຸປະກອນເຄື່ອງຫລິ້ນການພະນັນຕ້ອງຫ້າມ ມາໄວ້ຫ້ອງຕໍາຫລວດ ປກສ ນວ ເພື່ອທໍາລາຍຖິ້ມ. ພ້ອມທັງ ນໍາໃຊ້ມາດຕະການສຶກສາອົບຮົມກ່າວເຕືອນໃຫ້ຢຸດເຊົາ ແລະ ປັບໃໝຕາມກົດໝາຍຕາມລະບຽບການຕໍ່ເຈົ້າຂອງອຸປະກອນເຄື່ອງຫລິ້ນການພະນັນຕ້ອງຫ້າມ ແລະ ຜູ້ລັກລອບຂາຍຫວຍໂດຍບໍ່ໄດ້ຮັບອະນຸດຍາດ.

 

ເຈົ້າໜ້າທີ່ທຳລາຍໃບຫວຍເຖື່ອນ ແລະ ເຄື່ອງຫລິ້ນການພະນັນທີ່ຕ້ອງຫ້າມ - 3 - ເຈົ້າໜ້າທີ່ທຳລາຍໃບຫວຍເຖື່ອນ ແລະ ເຄື່ອງຫລິ້ນການພະນັນທີ່ຕ້ອງຫ້າມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!