ສາຍການບິນ Delta ເລີ່ມໃຊ້ລະບົບສະແກນວລາຍນິ້ວມືແທນ Boarding Pass ແລ້ວ


ລະບົບສະແກນລາຍນິ້ວມືນັ້ນຄືທີ່ເຮົາຮູ້ກັນວ່າມີໃຊ້ກັນຢ່າງແຜ່ຫຼາຍກັບການປົດລັອກເຂົ້າໃຊ້ໂທລະສັບມືຖື, ເທັບເລັດ, ເລັດທອບ ຫຼື ອຸປະກອນເອເລັກໂຕຣນິກອື່ນໆ ເຊິ່ງຫລ້າສຸດສາຍການບິນ Delta ຮ່ວມກັບສາຍການບິນ CLEAR ໄດ້ນໍາເອົາລະບົບສະແກນລາຍນິ້ວມືມາໃຊ້ຢືນຢັນຕົວຕົນແທນ Boarding Pass ແລ້ວ.
ສໍາລັບລະບົບຢືນຢັນຕົວຕົນແບບໃຫມ່ນັ້ນ ທາງສາຍການບິນຈະຕິດຕັ້ງເປັນຄື ອໍສຂະໜາດນ້ອຍໄວ້ໃຫ້ຜູ້ໂດຍສານໃຊ້ລະບົບ Boarding Pass ໂດຍໃຊ້ພຽງສອງນິ້ວໃນການສະແກນຢືນຢັນຕົວຕົນ ເຊິ່ງຈະເຮັດໃຫ້ສະດວກສະບາຍວ່ອງໄວກວ່າປົກກະຕິຫຼາຍ. ແນວໃດກໍຕາມ ຜູ້ໂດຍສານທີ່ຈະໃຊ້ຮູບແບບໃຫມ່ນີ້ຕ້ອງໄດ້ເປັນສະມາຊິກທັງໂປຣແກຣມສະກາຍໄມລ໌ SkyMiles ລວມເຖິງການສະໝັກເຂົ້າໃຊ້ບໍລິການໂປຣແກຣມ CLEAR ທີ່ເປັນບໍລິການຮັກສາຄວາມປອດໄພຂອງສະໜາມບິນ ເຊິ່ງມີຄ່າທໍານຽມຕໍ່ປີໃນລາຄາ 179 ໂດລາສະຫະລັດ.
ທັງນີ້ Delta ໄດ້ເຮັດການທົດສອບການໃຊ້ລະບົບສະແກນນິ້ວມືມາແຕ່ເດືອນພຶດສະພາຜ່ານມາແລ້ວ ເຊິ່ງຄາດວ່າຈະເລີ່ມໃຊ້ຕົວຈິງພາຍໃນປີນີ້ ໂດຍຜູ້ໂດຍສານຈະສາມາດໃຊ້ການສະແກນລາຍນິ້ວມື ເພື່ອເຊັກອິນກະເປົາໄດ້ ແລະ ການນໍາເຕັກໂນໂລຊີດັ່ງກ່າວມາໃຊ້ກັບການເດີນທາງນັ້ນ ທາງ Delta ເບິ່ງວ່າຈະເປັນອີກບາດກ້າວສໍາຄັນໃນການປະຕິບັດງານໃນສະໜາມບິນ ເຊິ່ງຈະມີຄວາມວ່ອງໄວ ແລະ ແນ່ນອນໃນການເຊັກອິນ, ຊ່ວຍໃຫ້ພະນັກງານສະໜາມບິນບໍ່ຕ້ອງກັງວົນຕໍ່ການສະແກນປີ້ເປັນລາຍບຸກຄົນ, ແຕ່ຈະມີເວລາຊ່ວຍເຫຼືອຜູ້ໂດຍສານດ້ານອື່ນໆຫຼາຍຂຶ້ນເຊັ່ນ: ການປ່ຽນບ່ອນນັ່ງໃນເຮືອບິນ ຫຼື ໃຫ້ຄໍາແນະນໍາອື່ນໆ.
ສໍາລັບລະບົບສະແກນລາຍນິ້ວມືແທນ boarding pass ນັ້ນ ມີໃຫ້ໃຊ້ພຽງສະໜາມບິິນ Reagan Washington National Airport ເທົ່ານັ້ນ.