ວິທີປິ່ນປົວ ແລະ ປ້ອງກັນພະຍາດຂີ້ຫິດ

- 022407 - ວິທີປິ່ນປົວ ແລະ ປ້ອງກັນພະຍາດຂີ້ຫິດ
- kitchen vibe - ວິທີປິ່ນປົວ ແລະ ປ້ອງກັນພະຍາດຂີ້ຫິດ

ພະຍາດຂີ້ຫິດ (Scabiasis)  ຈະມີອາການທາງຜິວໜັງ ລັກສະນະເດັ່ນຂອງພະຍາດຂີ້ຫິດແມ່ນຕຸ່ມຄັນຕາມງ່າມມື ອາດມີຕາມລຳໂຕ ແລະ ແຂນ, ແຕ່ບາງຄົນອາດພົບວ່າເປັນຕຸ່ມຄັນໝົດໂຕ, ມີສະເກັດໜາບໍລິເວນທີ່ເປັນ ເອີ້ນວ່າ : Norwegian ຫລື crusted scabies ມັກພົບໃນຄົນປ່ວຍທີ່ມີພູມຕ້ານທານຜິດປົກກະຕິ ເຊັ່ນ : ເບົາຫວານ, ຜູ້ເຖົ້າ, ຜູ້ທີ່ມີຄວາມພິການເຄື່ອນໄຫວບໍ່ໄດ້ ແລະ ຜູ້ປ່ວຍພະຍາດ HIV ເປັນຕົ້ນ.

ຄວາມຮຸນແຮງຂອງເຊື້ອພະຍາດຂີ້ຫິດທຳມະດາກັບຂີ້ຫິດທີ່ເປັນທົ່ວໂຕ ບໍ່ມີຄວາມແຕກຕ່າງກັນ, ແຕ່ Norwegian scabies ຈະມີຈຳນວນໂຕຂີ້ຫິດຫລາຍກ່ວາ ໃນບາງລາຍງານພົບວ່າມີຫລາຍກ່ວາ 2 ລ້ານໂຕ ແລະ ສາມາດຖ່າຍທອດຜ່ານທາງສິ່ງຂອງ ຫລື ເຄື່ອງໃຊ້ໂດຍບໍ່ຈຳເປັນຕ້ອງສຳຜັດກັບຄົນປ່ວຍໂດຍກົງ. ດັ່ງນັ້ນ, ຄົນປ່ວຍກຸ່ມນີ້ຕ້ອງໄດ້ປິ່ນປົວຢ່າງເຂັ້ມງວດເພື່ອບໍ່ໃຫ້ເປັນແຫ່ລງແຜ່ກະຈາຍເຊື້ອຕໍ່ໄປ.

- Visit Laos Visit SALANA BOUTIQUE HOTEL - ວິທີປິ່ນປົວ ແລະ ປ້ອງກັນພະຍາດຂີ້ຫິດ

ໄລຍະການຟັກໂຕຂອງເຊື້ອພະຍາດອາດກິນເວລາເຖິງ 2 ເດືອນຫລັງຈາກຕິດເຊື້ອ ໂດຍທົ່ວໆໄປແມ່ນ 2 – 6 ​ອາທິດ ໃນຄົນປ່ວຍທີ່ເຄີຍເປັນຂີ້ຫິດມາກ່ອນ ແລະ ເຊົາແລ້ວ ເມື່ອຕິດເຊື້ອເທື່ອຕໍ່ມາຈະມີອາການສະແດງໄວຂຶ້ນ ອາດໃຊ້ເວລາພຽງ 1 – 4 ມື້ເທົ່ານັ້ນ ຕຸ່ມຄັນນັ້ນເຊື່ອວ່າເປັນຜົນມາຈາກ Sensitization ຫລື allergic reaction ຕໍ່ໂປຣຕິນ ແລະ ຂີ້ຂອງເຊື້ອຂີ້ຫິດ ຕຸ່ມຄັນມັກພົບຕາມງ່າມນິ້ວມື ແລະ ກະຈາຍໄປຕາມແຂນ, ບ່າໄຫລ່, ນົມ, ແອວ, ບໍລິເວນອະໄວຍະວະເພດ ແລະ ກະໂພກ. ຜູ້ທີ່ສ່ຽງຕໍ່ການຕິດເຊື້ອນີ້ແມ່ນຜູ້ຄົນທີ່ຢູ່ຮ່ວມກັນຈຳນວນຫລາຍ ແລະ ມີຄົນເປັນພາຫະນຳເຊື້ອ, ການຕິດຕໍ່ທາງເພດສຳພັນກໍເປັນອີກທາງ ໜຶ່ງທີ່ພົບຫລາຍໃນຜູ້ໃຫຍ່.

ຕ້ອງຄຳນຶງສະເໝີວ່າຜູ້ທີ່ຕິດເຊື້ອຂີ້ຫິດເປັນເທື່ອທຳອິດອາດບໍ່ມີອາການຜິດປົກກະຕິເລີຍ ຈົນກ່ວາ 2 – 6 ອາທິດ ຈຶ່ງຈະສະແດງອາການ, ແຕ່ວ່າສາມາດກະຈາຍເຊື້ອໃຫ້ກັບຄົນຂ້າງຄຽງໄດ້ເຖິງຈະບໍ່ມີອາການກໍຕາມ. ດັ່ງນັ້ນ, ການປິ່ນປົວຄວນປິ່ນປົວຜູ້ທີ່ສຳຜັດພະຍາດນຳ ໂດຍແນະນຳໃຫ້ຜູ້ໃກ້ຊິດທີ່ຢູ່ໃກ້ກັນດົນ ແລະ ຄູ່ຜົວເມຍ ຫລື ຄູ່ທີ່ມີຄວາມສຳພັນທາງເພດ, ຢາຂ້າ ເຊື້ອຂີ້ຫິດແບ່ງອອກເປັນ 2 ລັກສະນະ ຄື : ຢາທາ ແລະ ຢາກິນ ສ່ວນຫລາຍຈະຂ້າໂຕແກ່ຫລາຍກ່ວາໄຂ່ ເນື່ອງຈາກອາການສະແດງຂອງຂີ້ຫິດເຊື່ອວ່າເປັນປະຕິກິລິຍາພູມແພ້ຈາກໂປຣຕິນ ແລະ ຂີ້ຂອງເຊື້ອຂີ້ຫິດ. ດັ່ງນັ້ນ, ອາການຄັນອາດຄົງຢູ່ໄດ້ 2 – 3 ເດືອນຫລັງການປິ່ນປົວແລ້ວ, ຖ້າອາການຄັນຍັງມີຢູ່ດົນກ່ວາ 4 ອາທິດຫລັງປິ່ນປົວ ຄົງຕ້ອງກວດຜິວໜັງໂດຍລະອຽດ ຖ້າພົບເສັ້ນທາງຢູ່ຂອງເຊື້ອຂີ້ຫິດໂຕແກ່ (Burrow) ຫລື ມີຮອຍພະຍາດເປັນຕຸ່ມນ້ອຍໆຈະຕ້ອງປິ່ນປົວຕື່ມອີກເທື່ອໜຶ່ງ.

ການປ້ອງກັນຄວນຈະປິ່ນປົວຜູ້ທີ່ເປັນພະຍາດ ແລະ ຄົນທີ່ສຳຜັດໃກ້ຊິດ ເຊັ່ນ : ຜູ້ທີ່ອາໄສຢູ່ໃນເຮືອນດຽວກັນ ສຳລັບ Norwe gian scabies ຈະມີເຊື້ອຫລາຍ ສາມາດຖ່າຍທອດໃຫ້ຜູ້ອື່ນໄດ້ງ່າຍໆ ບໍ່ຕ້ອງສຳຜັດເປັນເວລາດົນ, ສິ່ງຂອງເຄື່ອງໃຊ້ກໍອາດມີ ເຊືື້ອຂີ້ຫິດຢູ່ ແລະ ພ້ອມທີ່ຈະຕິດຕໍ່ໄປຍັງຄົນໄດ້, ບ່ອນນອນ, ໝອນ, ຜ້າຫົ່ມຂອງຜູ້ເປັນພະຍາດ ຫລື ມີໂອກາດຕິດເຊື້ອຂີ້ຫິດໄດ້, ແຕ່ຍັງບໍ່ມີອາການ 3 ມື້ກ່ອນໄດ້ຮັບການປິ່ນປົວ ໃຫ້ເຮັດຄວາມສະອາດໂດຍຊັກເຄື່ອງນຸ່ງດ້ວຍນຳ້ຮ້ອນອຸນຫະພູມສູງກ່ວາ 50 ອົງສາດົນ 10 ນາທີ ຫລື ການຊັກແຫ້ງສຳລັບສິ່ງຂອງທີ່ຊັກບໍ່ໄດ້ໃຫ້ເອົາໃສ່ໃນຖົງປລາສະຕິກມັດປາກຖົງໃຫ້ແໜ້ນ 3 – 7 ມື້ ເຊື້ອຂີ້ຫິດຈະຕາຍໝົດ ເພາະເຊື້ອຂີ້ຫິດບໍ່ສາມາດມີຊີວິດເກີນ 2 – 3 ມື້ ຖ້າບໍ່ອາໄສຢູ່ຜິວໜັງຂອງຄົນ.

- 4 - ວິທີປິ່ນປົວ ແລະ ປ້ອງກັນພະຍາດຂີ້ຫິດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!