ໂທລະພາບ ແລະ ໜັງສືພິມລາວກັບກະແສນິຍົມຈາກຄົນລາວ
ໂດຍ: ທິດກໍ່າ
ເມື່ອຕັ້ງໂຈດກັນວ່າ: ເປັນຫຍັງຄົນລາວເຮົາເອງຈຳນວນບໍ່ໜ້ອຍ ໂດຍສະເພາະໃນຖັນແຖວຊາວໜຸ່ມໄວຄະນອງຈຶ່ງບໍ່ມັກເບິ່ງໂທລະພາບລາວ ແລະ ອ່ານໜັງສືພິມລາວ. ຕໍ່ຄຳຕອບໂຈດມັນກໍມີຫລາຍປັດໄຈ ແລະ ຫລາຍເຫດຜົນ ເປັນຕົ້ນຈຸດພິເສດຂອງຄົນລາວເຮົາສ່ວນຫລາຍບໍ່ມັກເບິ່ງບໍ່ມັກສົນໃຈນຳການອ່ານການຄົ້ນຄວ້າຮໍ່າຮຽນ ເພື່ອຊອກສະແຫວງຫາສິ່ງໃໝ່ໆທີ່ຈະເປັນບໍ່ເກີດຄັງສາງແຫ່ງຄວາມຮູ້ ຕະຫລອດເຖິງສະພາບການປ່ຽນແປງຂອງບ້ານເມືອງ ແລະ ຂອງໂລກ. ຈາກນັ້ນກໍນຳເອົາສິ່ງທີ່ດີ, ມີປະໂຫຍດມາໝູນໃຊ້ເຂົ້າໃນການດຳລົງຊີວິດຂອງຕົນເອງໃຫ້ມີການພັດທະນາເໝືອນດັ່ງຄົນຊາດອື່ນທີ່ເຂົາຈະເລີນແລ້ວ.
ຍ້ອນສາເຫດພື້ນຖານດັ່ງກ່າວ ມັນຈຶ່ງສະທ້ອນໄປຮອດວິຖີການດຳລົງຊີວິດ, ເປັນພື້ນຖານວັດທະນະທຳທີ່ຕິດພັນຢູ່ກັບທຳມະຊາດມາຢ່າງຍາວນານ ນັບແຕ່ເຊັ່ນພໍ່ເຊັ່ນແມ່ປູ່ສັງກະສາຍ່າສັງກະສີສືບທອດກັນມາຈົນຮອດຍຸກປັດຈຸບັນ. ແຕ່ກົງກັນຂ້າມ ອີກແງ່ມຸມໜຶ່ງ ພັດມັກທະເຍີທະຍານນຳການຊອກຢູ່ຫາກິນຢາກໄດ້ຢາກມີເດີນຕາມກະແສສັງຄົມທີ່ເຫີ່ກັນແບບມີທັງອັນຖືກອັນຜິດ, ມີທັງອັນກ້າວໜ້າຫລ້າຫລັງ ຈົນມາຮອດຍຸກປັດຈຸບັນຄົນລາວ, ປະເທດລາວເຮົາກໍຍັງທຸກຍາກປາກໝອງບໍ່ທັນຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ດ້ອຍພັດທະນາ.
ສ່ວນເຫດຜົນອັນທີສອງນັ້ນ ແມ່ນບັນດາຂ່າວຄາວ, ເນື້ອຫາສາລະຕ່າງໆທີ່ໄດ້ອອກຂ່າວຜ່ານໜັງສືພິມ ແລະ ໂທລະພາບສ່ວນຫລາຍແມ່ນມີເນື້ອໃນອັນດຽວກັນ. ເພາະສະນັ້ນ ຖ້າອ່ານໜັງສືພິມກໍບໍ່ຈຳເປັນເບິ່ງໂທລະພາບ ຫລື ເບິ່ງໂທລະພາບແລ້ວ ກໍບໍ່ຈຳເປັນຕ້ອງອ່ານໜັງສືພິມ. ນອກຈາກນັ້ນ ບັນດາເນື້ອໃນຂ່າວຄາວທີ່ໄດ້ນຳມາອອກໜັງສືພິມ ແລະ ໂທລະພາບແມ່ນຂ້ອນຂ້າງໜັກໄປທາງສະເໜີເຫດການ, ພິທີການຫລາຍກວ່າເຊັ່ນ: ຂ່າວກອງປະຊຸມ, ພິທີຮັບຕ້ອນແຂກ, ຂ່າວເປີດບໍລິສັດ ແລະ ອື່ນໆ ເຊິ່ງຍັງບໍ່ທັນສ່ອງແສງເຖິງຜົນສຳເລັດໃນການຈັດຕັ້ງປະຕິບັດມະຕິ ແລະ ແຜນນະໂຍບາຍຂອງພັກ ແລະ ລັດຖະບານໃນພາລະກິດການສ້າງສາພັດທະນາປະເທດຊາດແຕ່ລະໄລຍະ ນັບທັງການວິເຄາະເຈາະເລິກບັນຫາກໍບໍ່ທັນຊື່ຕົງ, ກົງໄປກົງມາຢ່າງຈິງຈັງ ແລະ ເດັດຂາດ. ສະຫລຸບແລ້ວ ກໍແມ່ນບໍ່ທັນດຶງດູດຈິດໃຈຂອງຜູ້ເບິ່ງ, ຜູ້ຊົມ ແລະ ຜູ້ອ່ານໄດ້ເຕັມທີ່. ສ່ວນເຫດຜົນອັນສຸດທ້າຍກໍແມ່ນມີສື່ໃໝ່ທີ່ທັນສະໄໝມາທັບຖົມສື່ເກົ່າ ເປັນຕົ້ນຄືສື່ອອນລາຍມາແຮງໃນຍຸກໃໝ່ທັນສະໄໝ ແລະ ຍິ່ງນັບມື້ກ້າວໜ້າລ້ຳຍຸກ ຈົນເຮັດໃຫ້ຄົນເຮົາລືມກິນ, ລືມນອນ ຫລື ຮ້າຍແຮງໄປກວ່ານັ້ນ ກໍເຮັດໃຫ້ຄົນເຮົາເສຍເສັ້ນເສຍເອັນ ເກີດບ້າໃບ້ເສຍຈິດຍ້ອນສື່ໃໝ່ອາລະວາດທັບຖົມຈົນເຮັດໃຫ້ຈຳນວນພິມຈຳໜ່າຍໜັງສືພິມກຸດຫ້ຽນລົງນັບມື້. ນີ້ຄືສາເຫດຫລັກໆທີ່ເຮັດໃຫ້ຄ່ານິຍົມຄົນລາວນັບມື້ຫ່າງເຫີນຈາກການເບິ່ງໂທລະພາບ ແລະ ອ່ານໜັງສືພິມ.
ແຕ່ເຖິງຢ່າງໃດກໍດີ, ຕາມທິດກໍ່າວ່າ ໃນວົງການສື່ມວນຊົນລາວເຮົານອກຈາກໜັງສືພິມ ແລະ ໂທລະພາບແລ້ວ ສິ່ງທີ່ຍັງຍືນຍົງຄົງກະພັນຄຽງຄູ່ສັງຄົມລາວ ກໍຄືວິທະຍຸກະຈາຍສຽງ ເຊິ່ງມີຫລາຍລາຍການຍັງມີແຮງໃຈສະໜັບສະໜູນສັງຄົມ ແລະ ທ່ານຜູ້ຟັງເປັນຈຳນວນຫລວງຫລາຍ. ນີ້ກໍອາດເປັນຍ້ອນຈຸດພິເສດ ແລະ ທີ່ຕັ້ງຂອງວິທະຍຸກະຈາຍສຽງ ເພາະວ່າຄົນເຮົາໃຜຈະເຮັດຫຍັງຢູ່ໃສກໍສາມາດຟັງໄດ້ຢ່າງສະດວກສະບາຍ ຂໍພຽງແຕ່ວ່າມີວິທະຍຸ !.