ແຈ້ງເຕືອນ ຝົນຕົກໜັກ ແລະ ລົມພັດແຮງ ສະບັບທີ 1 ວັນທີ 23-26 ກັນຍາ 2021

ແຈ້ງເຕືອນ ຝົນຕົກໜັກ ແລະ ລົມພັດແຮງ ສະບັບທີ 1 ວັນທີ 23-26 ກັນຍາ 2021 - 242252157 4188966661225193 4438999847897483680 n - ແຈ້ງເຕືອນ ຝົນຕົກໜັກ ແລະ ລົມພັດແຮງ ສະບັບທີ 1 ວັນທີ 23-26 ກັນຍາ 2021
ແຈ້ງເຕືອນ ຝົນຕົກໜັກ ແລະ ລົມພັດແຮງ ສະບັບທີ 1 ວັນທີ 23-26 ກັນຍາ 2021 - kitchen vibe - ແຈ້ງເຕືອນ ຝົນຕົກໜັກ ແລະ ລົມພັດແຮງ ສະບັບທີ 1 ວັນທີ 23-26 ກັນຍາ 2021

ອີງຕາມແຈ້ງການເຕືອນຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ ວັນທີ 22 ກັນຍາ 2021 ນີ້ໃຫ້ຮູ້ວ່າ: ຮ່ອງຄວາມກົດດັນອາກາດຕໍ່າ ຫຼື ຮ່ອງຝົນ ໄດ້ພາດຜ່ານເຂດພາກໃຕ້ຂອງປະເທດລາວ ປ່ອງໃສ່ຍ່ອມຄວາມກົດດັນອາກາດຕໍ່າທີ່ປົກຄຸມຢູ່ເຂດທະເລຈີນໃຕ້ຕອນກາງດ້ວຍກໍາລັງແຮງ ຊຶ່ງຄາດວ່າຈະເພີ່ມກໍາລັງແຮງຂຶ້ນ ກາຍເປັນພາຍຸເຂດຮ້ອນ ແລະ ຈະເຄື່ອນທີ່ຜ່ານເຂດພາກໃຕ້ ຫາ ພາກກາງຂອງປະເທດລາວ ໃນໄລຍະວັນທີ 24 – 25 ກັນຍາ 2021 ນີ້, ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາ ຕົກຫນັກພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງ ພາກໃຕ້, ພາກກາງ ແລະ ພາກເຫນືອດ້ານຕາເວັນຕົກ ດັ່ງລາຍລະອຽດລຸ່ມນີ້:

ໄລຍະວັນທີ 23 – 25 ກັນຍາ 2021: ຈະມີຝົນຕົກຫນັກ ຫາ ໜັກຫລາຍ ແລະ ລົມພັດແຮງ ຢູ່ບາງທ້ອງຖິ່ນເຂດພາກໃຕ້ ແລະ ພາກກາງ ເຊັ່ນ: ແຂວງ ອັດຕະປື, ຈໍາປາສັກ, ເຊກອງ, ສາລະວັນ ແລະ ສະຫວັນນະເຂດ ຊຶ່ງຈະເຮັດໃຫ້ເກີດມີຕົ້ນໄມ້ຫັກລົ້ມ, ຫຼັງຄາເຮືອນເປ່ເພ, ນໍ້າຖ້ວມອັ່ງ ແລະ ນ້ໍາຖ້ວມືງ ຢູ່ບາງທ້ອງຖິ່ນ.

ແຈ້ງເຕືອນ ຝົນຕົກໜັກ ແລະ ລົມພັດແຮງ ສະບັບທີ 1 ວັນທີ 23-26 ກັນຍາ 2021 - Visit Laos Visit SALANA BOUTIQUE HOTEL - ແຈ້ງເຕືອນ ຝົນຕົກໜັກ ແລະ ລົມພັດແຮງ ສະບັບທີ 1 ວັນທີ 23-26 ກັນຍາ 2021

ໄລຍະວັນທີ 24 – 26 ກັນຍາ 2021: ຈະມີຝົນຕົກໃນລະດັບປານກາງ ຫາ ໜັກ ແລະ ລົມພັດແຮງ ຢູ່ ເຂດພາກກາງ ແລະ ພາກເໜຶອດ້ານຕາເວັນຕົກ ເຊັ່ນ: ແຂວງ ສະຫວັນນະເຂດ, ຄໍາມ່ວນ, ບໍລິຄໍາໄຊ, ວຽງ ຈັນ, ໄຊສົມບູນ, ນະຄອນຫຼວງວຽງຈັນ, ຫຼວງພະບາງ, ໄຊຍະບູລີ ແລະ ບໍ່ແກ້ວ ຊຶ່ງຈະເຮັດໃຫ້ເກີດມີນ້ໍາ ຖ້ວມກະທັນຫັນ, ນ້ໍາຖ້ວມຊ ແລະ ດິນເຈື່ອນ ຢູ່ບາງທ້ອງຖິ່ນ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາ ແຂວງ ດັ່ງກ່າວ ໂດຍສະເພາະຜູ້ທີ່ອາໄສຢູ່ລຽບຕາມຮ່ອມພູ ແລະ ແຄມແມ່ນ້ໍາຕ່າງໆ ຈົ່ງມີສະຕິລະມັດລະວັງຕໍ່ ສະພາບດິນເຈື່ອນ, ນໍ້າຖ້ວມຊ, ນ້ໍາຖ້ວມຍື່ງ ແລະ ລົມພັດແຮງ ທີ່ຈະເກີດຂຶ້ນໄດ້ໃນໄລຍະນີ້ ພ້ອມທັງກະກຽມ ຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ສູງ ແລະ ປອດໄພ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1 ຫາ 4 ວັນຕໍ່ໜ້ານີ້.

ແຈ້ງເຕືອນ ຝົນຕົກໜັກ ແລະ ລົມພັດແຮງ ສະບັບທີ 1 ວັນທີ 23-26 ກັນຍາ 2021 - 5 - ແຈ້ງເຕືອນ ຝົນຕົກໜັກ ແລະ ລົມພັດແຮງ ສະບັບທີ 1 ວັນທີ 23-26 ກັນຍາ 2021
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!