ນ້ອງສາວທ່ານ ກິມຈອງອຸນ ປະກາດ ປະຕູເຈລະຈາກັບ ສ.ເກົາຫລີ ຍັງເປີດຢູ່ ຖ້າ ສ.ເກົາຫລີ ເລີກສອງມາດຕະຖານ ແລະ ນະໂຍບາຍທີ່ເປັນປໍລະປັກ

ສະຖານີໂທລະພາບ KCNA ຂອງທາງການ ສປປ ເກົາຫລີ ລາຍງານຄວາມເຫັນຂອງເຈົ້າໜ້າທີ່ລະດັບສູງທ່ານໜຶ່ງໃນປະເທດວ່າ: ການຮຽກຮ້ອງໃຫ້ຢຸດສົງຄາມເກົາຫລີຢ່າງເປັນທາງການຈາກຝັ່ງ ສ.ເກົາຫລີ ນັ້ນຍັງຖືວ່າ “ໄວເກີນໄປ”, ແຕ່ບອກວ່າປະຕູສຳລັບການເຈລະຈາຍັງເປີດຢູ່ ຖ້າ ສ.ເກົາຫລີ ຍົກເລີກການໃຊ້ສອງມາດຕະຖານ ແລະ ນະໂຍບາຍທີ່ເປັນປໍລະປັກ ແລະ ປາກົດວ່າເຈົ້າໜ້າທີ່ຄົນນີ້ກໍຄື “ກິມໂຢຈອງ” ນ້ອງສາວຂອງທ່ານ ກິມຈອງອຸນ ຜູ້ນຳຂອງ ສປປ ເກົາຫລີ ນັ້ນເອງ.
ສົງຄາມເກົາຫລີໃນປີ 1950-1953 ຈົບລົງດ້ວຍການສະຫງົບເສິກ ບໍ່ແມ່ນສົນທິສັນຍາສັນຕິພາບ ເຮັດໃຫ້ໃນທາງເຕັກນິກຖືວ່າກອງກຳລັງຂອງສະຫະປະຊາຊາດທີ່ນຳໂດຍອາເມລິກາຍັງຢູ່ໃນສະພາບສົງຄາມກັບ ສປປ ເກົາຫລີ. ຄຳຖາມກ່ຽວກັບການຢຸດສົງຄາມຢ່າງເປັນທາງການໄດ້ເຂົ້າມາກ່ຽວຂ້ອງກັບຄວາມພະຍາຍາມທີ່ຈະເຮັດໃຫ້ ສປປ ເກົາຫລີ ຢຸດການໃຊ້ອາວຸດນິວເຄຼຍ ເຊິ່ງຄວາມພະຍາຍາມນີ້ນຳໂດຍອາເມລິກາ.
ໃນວັນທີ 21 ກັນຍາຜ່ານມາ, ທ່ານ ມຸນແຈອິນ ປະທານາທິບໍດີຂອງ ສ.ເກົາຫລີ ຮຽກຮ້ອງການຢຸດສົງຄາມຢ່າງເປັນທາງການອີກໃນຄຳຖະແຫລງຕໍ່ສະມັດຊາໃຫຍ່ແຫ່ງສະຫະປະຊາຊາດ, ແຕ່ປາກົດວ່າ: ນາງ ກິມໂຢຈອງ ນ້ອງສາວຂອງທ່ານ ກິມຈອງອຸນ ລະບຸວ່າ: ຄຳຂໍຂອງທ່ານ ມຸນແຈອິນ ນັ້ນ “ໜ້າສົນໃຈ ແລະ ໜ້າຍ້ອງຍໍ”, ແຕ່ປັດໄຈແວດລ້ອມນັ້ນບໍ່ຖືກຕ້ອງ ເນື່ອງຈາກການໃຊ້ສອງມາດຕະຖານ, ອະຄະຕິ ແລະ ການເປັນປໍລະປັກຂອງ ສ.ເກົາຫລີ.
ນາງບອກວ່າ: ສ.ເກົາຫລີ ຄວນປ່ຽນທັດສະນະຄະຕິ ແລະ ສົ່ງເສີມເງື່ອນໄຂສຳລັບການອະພິປາຍທີ່ມີຄວາມໝາຍ ບົນຫົນທາງສູ່ການຢຸດຄວາມຂັດແຍ່ງ ແລະ ປັບປຸງການພົວພັນ ໂດຍສິ່ງທີ່ຈະຕ້ອງປະຖິ້ມຄືທັດສະນະຄະຕິເສແສ້ງ, ອະຄະຕິທີ່ໄຮ້ເຫດຜົນ, ນິໄສທີ່ບໍ່ດີ ແລະ ຈຸດຢືນທີ່ເປັນສັດຕູ ຈາກການຫາເຫດຜົນມາອະທິບາຍການກະທຳຂອງ ສ.ເກົາຫລີ ໃນຂະນະທີ່ຫາເຫດຜົນເພື່ອວິຈານສິ່ງທີ່ ສປປ ເກົາຫລີ ລະບຸວ່າເປັນພຽງ “ການໃຊ້ສິດປ້ອງກັນຕົວ” ຂອງ ສປປ ເກົາຫລີ ແລະ ບອກອີກວ່າ: ການນັ່ງລົງເຈລະຈາຕໍ່ໜ້າ ແລະ ປະກາດຢຸດສົງຄາມຄັ້ງສຳຄັນຈະເກີດຂຶ້ນກໍຕໍ່ເມື່ອເປັນໄປຕາມເງື່ອນໄຂເບື້ອງຕົ້ນດັ່ງກ່າວເທົ່ານັ້ນ.
ທັງນີ້ ສປປ ເກົາຫລີ ພະຍາຍາມຫາທາງຢຸດສົງຄາມມາຫລາຍທົດສະວັດ, ແຕ່ອາເມລິກາພັດບໍ່ສະໝັກໃຈທີ່ຈະເຫັນພ້ອມ ຖ້າ ສປປ ເກົາຫລີ ບໍ່ຢຸດຄວາມພະຍາຍາມກ່ຽວກັບອາວຸດນິວເຄຼຍ, ຄວາມຄາດຫວັງທີ່ຖືກຍົກຂຶ້ນມາກ່ຽວກັບການປະກາດສິ້ນສຸດສົງຄາມນັ້ນເກີດຂຶ້ນໃນກອງປະຊຸມສຸດຍອດເມື່ອປີ 2018 ລະຫວ່າງທ່ານ ໂດນັລ ທຣຳ ໃນຖານະຜູ້ນຳອາເມລິກາ ແລະ ທ່ານ ກິມຈອງອຸນ, ແຕ່ຄວາມເປັນໄປໄດ້ ຕະຫລອດຈົນທ່າອ່ຽງຂອງການເຈລະຈາທີ່ຜູ້ນຳທັງສອງສ້າງຂຶ້ນຜ່ານກອງປະຊຸມສາມຄັ້ງພັດກາຍເປັນວ່າບໍ່ມີຫຍັງເກີດຂຶ້ນ ແລະ ການເຈລະຈາກໍຢຸດສະງັກໄປນັບແຕ່ປີ 2019.
ປະທານາທິບໍດີ ມຸນແຈອິນ ຂອງ ສ.ເກົາຫລີ ເຊິ່ງເປັນນັກເສລີນິຍົມທີ່ໃຫ້ຄວາມສຳຄັນຕໍ່ການປັບປຸງການພົວພັນກັບ ສປປ ເກົາຫລີ ເບິ່ງວ່າ: ການຢຸດສົງຄາມເປັນຫົນທາງທີ່ຈະຊຸກດັນຄວາມພະຍາຍາມທີ່ຈະກົດດັນ ສປປ ເກົາຫລີ ໃຫ້ຍົກເລີກຄວາມພະຍາຍາມກ່ຽວກັບນິວເຄຼຍ ແລະ ລູກສອນໄຟ ເພື່ອແລກກັບການບັນເທົາການຂວ້ຳບາດຂອງອາເມລິກາ, ແຕ່ຂໍ້ຮຽກຮ້ອງຂອງທ່ານອາດຈະບໍ່ຢຸດການຊະງັກງັນທີ່ເກີດຂຶ້ນໄດ້. ເຖິງຢ່າງໃດກໍຕາມ, ທ່ານ ມຸນແຈອິນ ກ່າວໃນວັນທີ 24 ກັນຍາວ່າ: ທ່ານໝັ້ນໃຈວ່າໃນທີ່ສຸດ ສປປ ເກົາຫລີ ຈະເຫັນວ່າເປັນປະໂຫຍດທີ່ຈະເປີດການເຈລະຈາກັບອາເມລິກາອີກ, ແຕ່ທ່ານບໍ່ແນ່ໃຈວ່າສິ່ງນີ້ຈະເກີດຂຶ້ນກ່ອນວາລະຂອງທ່ານຈະສິ້ນສຸດໃນປີໜ້າ ຫລື ບໍ່.
ຂະນະທີ່ທ່ານ ໂຈ ໄບເດນ ປະທານາທິບໍດີອາເມລິກາ ຄົນປັດຈຸບັນລະບຸໃນການຖະແຫລງຕໍ່ສະມັດຊາສະຫະປະຊາຊາດໃນວັນທີ 21 ກັນຍາຜ່ານມາວ່າ: ທ່ານຕ້ອງການການທູດທີ່ຈິງຈັງ ແລະ ຍືນຍົງ ເພື່ອດຳເນີນການປົດອາວຸດນິວເຄຼຍຢ່າງສົມບູນໃນແຫລມເກົາຫລີ.
ສປປ ເກົາຫລີ ປະຕິເສດການທາບທາມຂອງອາເມລິກາໃຫ້ເຂົ້າສູ່ການເຈລະຈາ ແລະ ຫົວໜ້າໜ່ວຍເຝົ້າລະວັງປະລະມານູຂອງສະຫະປະຊາຊາດກ່າວໃນອາທິດນີ້ວ່າ: ໂຄງການນິວເຄຼຍຂອງ ສປປ ເກົາຫລີ ກຳລັງເດີນໜ້າເຕັມກຳລັງ. ກ່ອນໜ້ານີ້ ທ່ານ ຣີແທຊອງ ຮອງລັດຖະມົນຕີກະຊວງຕ່າງປະເທດ ສປປ ເກົາຫລີ ລະບຸກັບ KCNA ວ່າ: ອາເມລິກາຄວນຖອນນະໂຍບາຍທີ່ເປັນສອງມາດຕະຖານ ແລະ ເປັນປໍລະປັກ ເພື່ອຢຸດສະພາບສະງັກງັນ. ນອກຈາກນີ້ ສປປ ເກົາຫລີ ມັກວິພາກວິຈານການຊ້ອມຮົບປະຈຳປີຂອງ ສ.ເກົາຫລີ ກັບອາເມລິກາ ນຳອີກ.
ອ້າງອີງ: