ນັກສຶກສາກຳປູເຈຍພັດທະນາໂດຣນໂດຍສານຕົ້ນແບບ ຫວັງໃຊ້ແກ້ໄຂບັນຫາຈະລາຈອນ-ຊ່ວຍຊຸມຊົນ

ນັກສຶກສາຊ່າງກົນກຳປູເຈຍແນວຄິດເລີດ ຄິດຄົ້ນໂດຣນບິນໄດ້ໃຊ້ແທນລົດ ຫວັງແກ້ໄຂບັນຫາການຈະລາຈອນຕິດ ແລະ ຕໍ່ຍອດນຳໄປຊ່ວຍວຽກມອດໄຟໄດ້ໃນອະນາຄົດ.
ກຸ່ມນັກສຶກສາຊາວກຳປູເຈຍຈາກສະຖາບັນໂປລີເຕັກນິກແຫ່ງຊາດກຳປູເຈຍ ຊ່ວຍກັນຄິດຄົ້ນໂດຣບິນໄດ້ຕົ້ນແບບ ເພື່ອເປັນພາຫະນະໃນຍຸກອະນາຄົດ ແກ້ໄຂບັນຫາລົດຕິດໃນນະຄອນຫລວງພະນົມເປັນ ແລະ ຈະນຳໄປຕໍ່ຍອດເພື່ອໄປໃຊ້ວຽກງານສຸກເສີນ ເຊັ່ນມອດໄຟອາຄານສູງຂອງເຈົ້າໜ້າທີ່ໄດ້.
ໂດຍໂດຣນລຳນີ້ມີ 8 ໃບພັດ ໂດຍໃຊ້ຕັ່ງຂອງໂຮງຮຽນເປັນບ່ອນນັ່ງນັກບິນ ໂດຍປັດຈຸບັນຍັງຢູ່ໃນຂັ້ນທົດລອງ ແລະ ພັດທະນາໃຫ້ສາມາດນຳໃຊ້ໄດ້ຢ່າງມີປະສິດທິພາບ ໂດຍໂດຣນຕົ້ນແບບສາມາດບັນທຸກນັກບິນນ້ຳໜັກບໍ່ເກີນ 60 ກິໂລ ແລະ ສາມາດບິນໃນລະດັບຄວາມສູງ 4 ແມັດ ເປັນໄລຍະເວລາ 10 ນາທີ ໂດຍຕັ້ງເປົ້າວ່າຈະສາມາດນຳໄປຊ່ວຍວຽກມອດໄຟທີ່ຕ້ອງເຂົ້າມອດໄຟບ່ອນທີ່ມີຄວາມສູງເກີນກວ່າລົດມອດໄຟຈະເຂົ້າເຖິງໄດ້.
ສຳລັບງົບປະມານທີ່ໃຊ້ໃນການຜະລິດໂດຣນຕົ້ນແບບນີ້ ປະມານ 20.000 ໂດລາສະຫະລັດ ແລະ ໃຊ້ເວລາໃນການສ້າງປະມານ 3 ປີ ເນື່ອງຈາກຕິດຂັດບັນຫາຈາກການລະບາດຂອງໂຄວິດ-19 ໂດຍຄາດວ່າອາດຈະໃຊ້ເວລາໃນການພັດທະນາປະສິດທິພາບອີກປະມານ 2 ປີ ຈະສາມາດຜະລິດໂດຣນທີ່ສົມບູນແບບ ແລະ ນຳໃຊ້ຕົວຈິງ ໂດຍຄາດວ່າຖ້າສາມາດຜະລິດອອກຈຳໜ່າຍ ຈະສາມາດຈຳໜ່າຍໃນລາຄາທີ່ຖືກລົງກວ່ານີ້.
ອ້າງອີງ:
https://www.thairath.co.th/news/foreign/2198951