ກຳປູເຈຍ ເພີ່ມຄ່າແຮງງານຂັ້ນຕ່ຳ 2 ໂດລາສະຫະລັດ ຕໍ່ເດືອນ.


ອີງຕາມການລາຍງານຂ່າວຈາກສຳນັກຂ່າວ ພະນົມເປັນ ປະເທດກຳປູເຈຍ ໃນວັນທີ 28 ກັນຍາ 2021 ຜ່ານມາ, ໃຫ້ຮູ້ວ່າ: ກຳປູເຈຍ ປະກາດ ເພີ່ມຄ່າແຮງງານ ຂັ້ນຕໍ່າ ລາຍເດືອນ ສຳລັບ ແຮງງານ ໃນໂຮງງານຕັດຫຍິບ ແລະ ໂຮງງານ ເກີບ ທີ່ເປັນອຸດສາຫະກຳ ສຳຄັນ ຂອງປະເທດ ເພີ່ມໃຫ້ເດືອນລະ 2 ໂດລາ ສະຫະລັດ ຈາກເດີມ 192 ໂດລາສະຫະລັດຕໍ່ເດືອນ ຂຶ້ນເປັນ 194 ໂດລາສະຫະລັດຕໍ່ເດືອນ ຫລື ( ປະມານ 1.937.000 ກີບ )ເຊິ່ງຈະມີຜົນບັງຄັບໃຊ້ ໃນຕົ້ນປີໜ້າ, ແຕ່ຕົວເລກຍັງຕ່ຳກວ່າທີ່ບັນດາສະຫະພາບແຮງງານຮຽກຮ້ອງໃຫ້ເພີ່ມຄ່າແຮງງານ ຂັ້ນຕ່ຳຂຶ້ນເດືອນລະ12 ໂດລາສະຫະລັດ.
ຂະນະທີ່ ນາຍຈ້າງ ຈະຕ້ອງໃຊ້ເງິນເພີ່ມໃນເລື້ອງເງິນອຸດໜູນ,ເງິນເບິ່ງແຍງດ້ານສຸຂະພາບ ແລະ ສະຖານທີ່ເຮັດວຽກເພື່ອຕ້ານໂຄວິດ-19 ລວມເຖິງເງິນທີ່ຕ້ອງໃຊ້ເດືອນລະ 4 ໂດລາສະຫະລັດຕໍ່ຫົວຄົນ ໃນການກວດຫາເຊື້ອພະຍາດໂຄວິດ-19.