ທ່ານ ໄບເດນ ໂທຫາຜູ້ນຳຍີ່ປຸ່ນ ສະແດງຄວາມຍິນດີຫລັງຮັບຕຳແໜ່ງ ເນັ້ນພ້ອມຮ່ວມມືໃນຖານະພັນທະມິດ

ທ່ານ ໄບເດນ ໂທຫາຜູ້ນຳຍີ່ປຸ່ນ ສະແດງຄວາມຍິນດີຫລັງຮັບຕຳແໜ່ງ ເນັ້ນພ້ອມຮ່ວມມືໃນຖານະພັນທະມິດ - ak bdfk 051021 - ທ່ານ ໄບເດນ ໂທຫາຜູ້ນຳຍີ່ປຸ່ນ ສະແດງຄວາມຍິນດີຫລັງຮັບຕຳແໜ່ງ ເນັ້ນພ້ອມຮ່ວມມືໃນຖານະພັນທະມິດ
ທ່ານ ໄບເດນ ໂທຫາຜູ້ນຳຍີ່ປຸ່ນ ສະແດງຄວາມຍິນດີຫລັງຮັບຕຳແໜ່ງ ເນັ້ນພ້ອມຮ່ວມມືໃນຖານະພັນທະມິດ - Untitled design 1 - ທ່ານ ໄບເດນ ໂທຫາຜູ້ນຳຍີ່ປຸ່ນ ສະແດງຄວາມຍິນດີຫລັງຮັບຕຳແໜ່ງ ເນັ້ນພ້ອມຮ່ວມມືໃນຖານະພັນທະມິດ

ນາຍົກລັດຖະມົນຕີຍີ່ປຸ່ນຄົນໃໝ່ເຜີຍໄດ້ສົນທະນາກັບທ່ານ ໂຈ ໄບເດນ ໃນຕອນເຊົ້າວັນທີ 5 ຕຸລານີ້ ໂດຍຈະຍຶດໝັ້ນໃນການຮ່ວມມືລະຫວ່າງ 2 ປະເທດ ພ້ອມເຮັດວຽກຢ່າງໃກ້ຊິດໃນບັນຫາຈີນ-ສປປ ເກົາຫລີ.

ວັນທີ 5 ຕຸລາ 2021, ສຳນັກຂ່າວຣອຍເຕີ (Reuters) ລາຍງານວ່າ: ນາຍົກລັດຖະມົນຕີ ຟູມິໂອະ ຄິຊິດະ ຂອງຍີ່ປຸ່ນໄດ້ຮັບໂທລະສັບຈາກປະທານາທິບໍດີ ໂຈ ໄບເດນ ຂອງອາເມລິກາ ໃນຕອນເຊົ້າວັນທີ 5 ຕຸລາ ໂດຍຜູ້ນຳທັງສອງປະເທດມີການໂອ້ລົມເຖິງບັນຫາຄວາມໝັ້ນຄົງໃນພາກພື້ນ ພ້ອມຢືນຢັນເຖິງການຮ່ວມມືກັນໃນຖານະພັນທະມິດ.

ທ່ານ ໄບເດນ ໂທຫາຜູ້ນຳຍີ່ປຸ່ນ ສະແດງຄວາມຍິນດີຫລັງຮັບຕຳແໜ່ງ ເນັ້ນພ້ອມຮ່ວມມືໃນຖານະພັນທະມິດ - Visit Laos Visit SALANA BOUTIQUE HOTEL - ທ່ານ ໄບເດນ ໂທຫາຜູ້ນຳຍີ່ປຸ່ນ ສະແດງຄວາມຍິນດີຫລັງຮັບຕຳແໜ່ງ ເນັ້ນພ້ອມຮ່ວມມືໃນຖານະພັນທະມິດ

ຕາມລາຍງານລະບຸວ່າ: ທັງສອງໃຊ້ເວລາໂອ້ລົມກັນປະມານ 20 ນາທີ ໂດຍເຫດການນີ້ເກີດຂຶ້ນພາຍໃນບໍ່ເຖິງ 24 ຊົ່ວໂມງ ຫລັງທ່ານ ຄິຊິດະ ເຂົ້າຮັບຕຳແໜ່ງນາຍົກລັດຖະມົນຕີຢ່າງເປັນທາງການ.

ນາຍົກລັດຖະມົນຕີ ຄິຊິດະ ກ່າວຕໍ່ນັກຂ່າວທີ່ມາຖ້າສຳພາດຢູ່ເຮືອນພັກນາຍົກລັດຖະມົນຕີວ່າ: ທັງສອງປະເທດຢືນຢັນຈະເຮັດວຽກຮ່ວມກັນເພື່ອຮັດແໜ້ນການພົວພັນຂອງພັນທະມິດ ອາເມລິກາ-ຍີ່ປຸ່ນ ລວມທັງຍຶດໝັ້ນຍຸດທະສາດອິນໂດ-ປາຊີຟິກທີ່ເສລີ ແລະ ເປີດກວ້າງ (Free and Open Indo-Pacific) ແລະ ຈະເຮັດວຽກຮ່ວມກັນຢ່າງໃກ້ຊິດໃນບັນຫາທີ່ກ່ຽວຂ້ອງກັບຈີນ ແລະ ສປປ ເກົາຫລີ.

ໂດຍປະທານາທິບໍດີ ໄບເດນ ໄດ້ເນັ້ນເຖິງຄຳໝັ້ນຂອງອາເມລິກາທີ່ຈະປົກປ້ອງຍີ່ປຸ່ນ ເຊິ່ງລວມເຖິງໝວດທີ 5 ຂອງສົນທິສັນຍາຄວາມໝັ້ນຄົງ ອາເມລິກາ-ຍີ່ປຸ່ນ ທີ່ຈະປົກປ້ອງດິນແດນພາຍໃຕ້ການປົກຄອງຂອງຍີ່ປຸ່ນຮ່ວມກັນ.

ອ້າງອີງ:

https://www.reuters.com/…/biden-promised-us-commitment…/

ທ່ານ ໄບເດນ ໂທຫາຜູ້ນຳຍີ່ປຸ່ນ ສະແດງຄວາມຍິນດີຫລັງຮັບຕຳແໜ່ງ ເນັ້ນພ້ອມຮ່ວມມືໃນຖານະພັນທະມິດ -    AD conten website - ທ່ານ ໄບເດນ ໂທຫາຜູ້ນຳຍີ່ປຸ່ນ ສະແດງຄວາມຍິນດີຫລັງຮັບຕຳແໜ່ງ ເນັ້ນພ້ອມຮ່ວມມືໃນຖານະພັນທະມິດ
ທ່ານ ໄບເດນ ໂທຫາຜູ້ນຳຍີ່ປຸ່ນ ສະແດງຄວາມຍິນດີຫລັງຮັບຕຳແໜ່ງ ເນັ້ນພ້ອມຮ່ວມມືໃນຖານະພັນທະມິດ - lattana banner - ທ່ານ ໄບເດນ ໂທຫາຜູ້ນຳຍີ່ປຸ່ນ ສະແດງຄວາມຍິນດີຫລັງຮັບຕຳແໜ່ງ ເນັ້ນພ້ອມຮ່ວມມືໃນຖານະພັນທະມິດ
ທ່ານ ໄບເດນ ໂທຫາຜູ້ນຳຍີ່ປຸ່ນ ສະແດງຄວາມຍິນດີຫລັງຮັບຕຳແໜ່ງ ເນັ້ນພ້ອມຮ່ວມມືໃນຖານະພັນທະມິດ - lattana banner 1 - ທ່ານ ໄບເດນ ໂທຫາຜູ້ນຳຍີ່ປຸ່ນ ສະແດງຄວາມຍິນດີຫລັງຮັບຕຳແໜ່ງ ເນັ້ນພ້ອມຮ່ວມມືໃນຖານະພັນທະມິດ
error: Alert: ເນື້ອຫາຂ່າວມີລິຂະສິດ !!