ແຂວງຈໍາປາສັກ ປະກາດການຈັດຕັ້ງພະນັກງານນໍາພາຄຸ້ມຄອງພັກ-ລັດຂົງເຂດຂະແໜງການເງິນ
ວັນທີ 11 ຕຸລາ 2021 ທີ່ພະແນກການແຂວງຈໍາປາສັກ, ໄດ້ຈັດພິທີປະກາດການຈັດຕັ້ງພະນັກງານນໍາພາຄຸ້ມຄອງພັກ-ລັດຂົງເຂດຂະແໜງການເງິນແຂວງຈໍາປາສັກ, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ສະໜັ່ນ ສີພາພົມມະຈັນ ຮອງເລຂາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີພະແນກການເງິນແຂວງຈຳປາສັກ, ພະນັກງານຫຼັກແຫຼ່ງໃນຂົງເຂດການເງິນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີດັ່ງກ່າວ, ໄດ້ຜ່ານມະຕິຕົກລົງຂອງແຂວງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ, ຄະນະໜ່ວຍພັກຂຶ້ນກັບຄະນະພັກຮາກຖານ, ໄດ້ຕົກລົງບົ່ງຕົວແຕ່ງຕັ້ງ: ສະຫາຍ ນາງ ບຸນເມັງ ເທບພະໄກສອນ ເປັນຄະນະພັກຮາກຖານພະແນກການເງິນແຂວງ; ບົ່ງຕົວແຕ່ງຕັ້ງ: ສະຫາຍ ແກ້ວອຸດອນ ບົວລົມມະວົງ ເປັນປະທານກວດກາໜ່ວຍພັກບໍລິຫານ ຂຶ້ນກັບຄະນະພັກຮາກຖານພະແນກການເງິນແຂວງ; ບົ່ງຕົວແຕ່ງຕັ້ງ: ສະຫາຍ ວິເລືອງ ວໍລະບຸດ ເປັນຮອງເລຂາໜ່ວຍພັກພາສີປະຈໍາແຂວງ; ບົ່ງຕົວແຕ່ງຕັ້ງ: ສະຫາຍ ແກ້ວອຸດອນ ພາລີຈັນ ເປັນຄະນະພັກຮາກຖານ ປະທານກວດກາຄະນະພັກຮາກຖານຄະນະຄຸ້ມຄອງດ່ານສາກົນວັງເຕົ່າ ທັງເປັນເລຂາໜ່ວຍພັກດ່ານພາສີວັງເຕົ່າ; ບົ່ງຕົວແຕ່ງຕັ້ງ: ສະຫາຍ ນາງ ອໍາພາວັນ ພອນແກ້ວ ເປັນຮອງເລຂາໜ່ວຍພັກດ່ານພາສີວັງເຕົ່າ ທີ່ຂຶ້ນກັບຄະນະພັກຮາກຖານຄະນະຄຸ້ມຄອງດ່ານສາກົນວັງເຕົ່າ.
ພ້ອມກັນນັ້ນ, ຍັງໄດ້ຜ່ານຂໍ້ຕົກລົງຂອງແຂວງ ແລະ ຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ວ່າດ້ວຍການຍົກຍ້າຍ-ແຕ່ງຕັ້ງສັບຊ້ອນພະນັກງານຮັບໜ້າທີ່ໃໝ່, ເຈົ້າແຂວງຕົກລົງເຫັນດີແຕ່ງຕັ້ງ: ທ່ານ ນາງ ບຸນເມັງ ເທບໄກສອນ ເປັນຮອງຫົວໜ້າພະແນກການເງິນແຂວງຈໍາປາສັກ; ແຕ່ງຕັ້ງ: ທ່ານ ແກ້ວອຸດອນ ບົວລົມມະວົງ ເປັນຫົວໜ້າຂະແໜງງົບປະມານ; ແຕ່ງຕັ້ງ: ທ່ານ ສົມພາວັນ ໄຊທະລາສີ ເປັນຮອງຫົວໜ້າຂະແໜງງົບປະມານ; ແຕ່ງຕັ້ງ: ທ່ານ ນາງ ບຸນຍົງ ພັນທະວົງ ເປັນຮອງຫົວໜ້າຂະແໜງກວດກາ ແລະ ແຕ່ງຕັ້ງ: ທ່ານ ທະວີພອນ ວົງກັນຫາ ເປັນຮອງຫົວໜ້າຂະແໜງຈັດຕັ້ງ ແລະ ບໍລິຫານ ພະແນກການເງິນແຂວງຈໍາປາສັກ.
ລັດຖະມົນຕີກະຊວງການເງິນ ເຫັນດີຕົກລົງຍົກຍ້າຍ-ແຕ່ງຕັ້ງພະນັກງານຮັບໜ້າທີ່ໃໝ່ຢູ່ພາສີປະຈໍາແຂວງ ຈໍາປາສັກຄື ແຕ່ງຕັ້ງ: ທ່ານ ບຸນເພັງ ເຂັມມາລາ ຫົວໜ້າກອງຄຸ້ມຄອງພາສີ VII ເປັນຫົວໜ້າພາສີປະຈໍາແຂວງຈໍາປາສັກ; ຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ວິເລືອງ ວໍລະບຸດ ຫົວໜ້າດ່ານພາສີສາກົນວັງເຕົ່າ ເປັນຮອງຫົວໜ້າພາສີປະຈໍາແຂວງຈໍາປາສັກ; ແຕ່ງຕັ້ງ: ທ່ານ ຈະຕຸລັດ ຄໍາດວງ ຫົວໜ້າຂະແໜງສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ ກອງຄຸ້ມຄອງພາສີ VII ເປັນຮອງຫົວໜ້າພາສີປະຈໍາແຂວງຈໍາປາສັກ; ຍົກຍ້າຍ ແລະ ແຕ່ງຕັ້ງ: ທ່ານ ແກ້ວອຸດອນ ພາລີຈັນ ຮອງຫົວໜ້າກອງຄຸ້ມຄອງພາສີ VII ເປັນຫົວໜ້າດ່ານພາສີສາກົນວັງເຕົ່າ;ແຕ່ງຕັ້ງ: ທ່ານ ພູຊອງ ສົມຄິດ ເປັນຮອງຫົວໜ້າດ່ານພາສີສາກົນວັງເຕົ່າ; ຍົກຍ້າຍ ແລະ ແຕ່ງຕັ້ງ: ທ່ານ ນາງ ອໍາພາວັນ ພອນແກ້ວ ຮອງຫົວໜ້າຂະແໜງຂະແໜງຈັດຕັ້ງບໍລິຫານ ແລະ ກວດກາພາຍໃນ ກອງຄຸ້ມຄອງພາສີ VII ເປັນຮອງຫົວໜ້າດ່ານພາສີສາກົນວັງເຕົ່າ; ແຕ່ງຕັ້ງ: ທ່ານ ຫັດທະສອນ ແກ້ວອ່ອນສີ ຫົວໜ້າໜ່ວຍງານກວດກາສິນຄ້າ ດ່ານພາສີສາກົນວັງເຕົ່າ ເປັນຮອງຫົວໜ້າດ່ານພາສີສາກົນວັງເຕົ່າ; ແຕ່ງຕັ້ງ: ທ່ານ ສາຍຄໍາ ດວງມາລາ ເປັນຫົວໜ້າດ່ານພາສີສາກົນໜອງນົກຂຽນ; ຍົກຍ້າຍ ແລະ ແຕ່ງຕັ້ງ: ທ່ານ ແຫວນເພັດ ນາຂວ້າງ ຮອງຫົວໜ້າດ່ານພາສີສາກົນວັງເຕົ່າ ເປັນຮອງຫົວ ໜ້າດ່ານພາສີສາກົນໜອງນົກຂຽນ ແລະ ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນປະກາດພະນັກງານອອກພັກການ-ຮັບອຸດໜູນບໍານານຈໍານວນ 2 ທ່ານຄື: ທ່ານ ຄໍາໄພ ສີຫາວົງ ຮອງຫົວໜ້າດ່ານພາສີສາກົນວັງເຕົ່າ ແລະ ທ່ານ ວິໃນ ພິມມະສັກ ພະນັກງານວິຊາການ ຢູ່ກອງຄຸ້ມຄອງພາສີ VII ພັກການຮັບອຸດໜູນບໍານານນັບແຕ່ງວດ III (ເດືອນ 7,8,9) ປີ 2021 ເປັນຕົ້ນໄປ.
ໂອກາດດັ່ງກ່າວ,ທ່ານ ສະໜັ່ນ ສີພາພົມມະຈັນ ໄດ້ໃຫ້ກຽດໂອ້ລົມເພື່ອເປັນທິດເຍືອງທາງໃນການຈັດຕັ້ງປະຕິບັດວຽກງານຕໍ່ໜ້າໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ແລະ ໃຫ້ຮູ້ວ່າການປະກາດການຈັດຕັ້ງໃນນີ້ກໍ່ຍ້ອນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ກໍ່ຄືຕາມພາລະບົດບາດໃໝ່ຂອງກົມພາສີທີ່ໄດ້ມີການປັບປຸງໃໝ່, ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານມີຄວາມສະດວກຫຼຸດຂອດຂັ້ນການປະຕິບັດວຽກງານໃຫ້ມີຄວາມກະທັດຮັດມີປະສິດທິພາບປະສິດທິຜົນຂຶ້ນກວ່າເກົ່າ.