ເສັ້ນທາງລົດໄຟ ລາວ-ຈີນ- ສ້າງໄດ້ ໃຫ້ຮັກສາ

ເສັ້ນທາງລົດໄຟລາວ-ຈີນ ຖືວ່າເປັນການກໍ່ສ້າງທີ່ມີມູນຄ່າຫຼາຍທີ່ສຸດຂອງປະເທດເຮົາທີ່ເຄີຍມີມາ. ດ້ວຍໂອກາດທີ່ລົດໄຟຈະນຳມານັ້ນ ລັດຖະບານຈຶ່ງໄດ້ຕັດສິນໃຈລົງທຶນ ແຕ່ພວກເຮົາຈະມີການຄຸ້ມຄອງ ນຳໃຊ້ ໃຫ້ໄດ້ດົນແນວໃດ?
ການກໍ່ສ້າງເສັ້ນທາງ ລົດໄຟ ລາວ-ຈີນ ຖືວ່າ ເປັນການເປີດປະຫວັດໜ້າໃໝ່ ສຳລັບປະເທດເຮົາ ເຊິ່ງເຮັດໃຫ້ ຄວາມກ້າວໜ້າອັນນີ້ ໄດ້ເຮັດໃຫ້ຫຼາຍປະເທດໃນພາກພື້ນ ແລະໃນໂລກ ກຳລັງຕິດຕາມຢ່າງໃກ້ຊິດ ບໍ່ຕ່າງຈາກປະຊາຊົນລາວເຮົາ ເພາະເສັ້ນທາງລົດໄຟນີ້ແມ່ນ ພິຈາລະນາວ່າ ຈະນຳມາເຊິ່ງໂອກາດ ທາງການຄ້າ, ການທ່ອງທ່ຽວ ທີ່ສາມາດຊຸກດັນເສດຖະກິດ ໂດຍສະເພາະ ໃນ ສປປລາວ ເຮົາ.
ການກໍ່ສ້າງເສັ້ນທາງລົດໄຟ ທີ່ມີຄວາມຍາວ 414 ກິໂລແມັດ ແຕ່ບໍ່ເຕັນ ຫານະຄອນຫຼວງວຽງຈັນ ມີມູນຄ່າປະມານ 5.9 ຕື້ໂດລາ ເຊິ່ງໃນນັ້ນປະມານ 60% ຂອງມູນຄ່ານີ້ ລັດຖະບານເຮົາໄດ້ກູ້ຢືມຈາກ ທະນາຄານ ຂອງ ສປ ຈີນມາກໍ່ສ້າງ. ນັບວ່າເປັນມູນຄ່າການກໍ່ສ້າງທີ່ມະຫາສານ ສົມທຽບໃສ່ຂະໜາດເສດຖະກິດຂອງພວກເຮົາ.
ເພາະສະນັ້ນ ໃນຂະນະທີ່ ພວກເຮົາຕ້ອງສຸມໃສ່ ໃນການຍາດແຍ່ງໂອກາດໃນການຄ້າຂາຍ, ການຜະລິດສົ່ງອອກ ເພື່ອຈະເຮັດໃຫ້ ເສັ້ນທາງລົດໄຟນີ້ ນຳເອົາຜົນຜະໂຫຍດສູງສຸດມາໃຫ້ປະເທດເຮົານັ້ນ ການຄຸ້ມຄອງນຳໃຊ້, ການປົກປັກຮັກສາແມ່ນ ກໍເປັນວຽກໜຶ່ງທີ່ສຳຄັນທີ່ສຸດ.
ແນ່ນອນທາງລັດຖະບານເຮົາ ກໍຄືເຈົ້າໜ້າທີ່ ທີ່ກ່ຽວຂ້ອງເພິ່ນກໍມີແຜນຮອງຮັບໄວ້ແລ້ວ ເລື່ອງການບຳລຸງຮັກສາ ບໍ່ວ່າຈະເປັນການສ້າງບຸກຄະລາກອນໃນການຮັບໃຊ້, ເປີດວິທະຍາໄລສະເພາະຂຶ້ນ ແລະ ອື່ນໆ ແຕ່ເຖິງຢ່າງໃດກໍຕາມ ການຮັກສາຄວາມປອດໄພ, ການບົວລະບັດຮັກສາ ທີ່ພວກເຮົາບໍ່ຄວນເພິ່ງພາຜູ້ອື່ນຫຼາຍເກີນໄປໃນໄລຍະຍາວ ນັ້ນຖືວ່າເລື່ອງສຳຄັນ.
ເມື່ອບໍ່ພໍເທົ່າໃດມື້ ທີ່ຜ່ານມາພາຍຫຼັງການເປີດຂະບວນລົດໄຟທຳອິດທີ່ມາເຖິງນະຄອນຫຼວງວຽງຈັນ ທີ່ມີຊື່ວ່າ “ຂະບວນລ້ານຊ້າງ” ແລະ “ຂະບວນແຄນລາວ” ນັ້ນ ພວກເຮົາກໍໜ້າເສົ້າໃຈ ເມື່ອໄດ້ຮູ້ຂ່າວວ່າ ມີຜູ້ຄົນເສຍຊີວິດ ໃນຂະນະທີ່ກຳລັງພະຍາຍາມລັກຕັດສາຍໄຟຂອງເສັ້ນທາງລົດໄຟ. ອັນນີ້ ກາຍເປັນສັນຍານໃຫ້ພວກເຮົາແລ້ວວ່າ ການສ້າງຄວາມເຂົ້າໃຈໃຫ້ແກ່ພໍ່ແມ່ປະຊາຊົນ ຕໍ່ກັບຄວາມປອດໄພ ຂອງເສັ້ນທາງລົດໄຟນັ້ນສຳຄັນພຽງໃດ.
ຜ່ານມາເຈົ້າໜ້າທີ່ ທີ່ກ່ຽວຂ້ອງເພິ່ນກໍໄດ້ແຈ້ງເຕືອນໃຫ້ປະຊາຊົນຮັບຮູ້ແລ້ວກ່ຽວກັບຂໍ້ຫ້າມຕ່າງໆ ເພື່ອຮັກສາຄວາມປອດໄພ. ໃຫ້ເຂົ້າໃຈວ່າ ເສັ້ນທາງລົດໄຟນີ້ ແມ່ນນຳໃຊ້ກະແສໄຟຟ້າແຮງສູງ ໂດຍສະເພາະແມ່ນລະບົບສາຍສົ່ງໄຟຟ້າເໜືອຫົວ ມີການຊັກນຳໄຟ ຟ້າແຮງສູງເຖິງ 27.5 KV ແລະ ມີຄວາມອັນຕະລາຍສູງ, ຖ້າໃຜສຳຜັດພຽງແຕ່ 3-4 ວິນາທີ ກໍອາດເຮັດໃຫ້ເສຍຊີວິດໄດ້ໃນທັນທີ.
ເພາະສະນັ້ນ ເພິ່ນຈຶ່ງແຈ້ງເຕືອນມາຍັງປະຊາຊົນ ທີ່ອາໄສຢູ່ຕາມແລວທາງລົດໄຟ ໃຫ້ມີສະຕິ, ລະມັດລະວັງ ແລະ ຫ້າມບໍ່ໃຫ້ເຂົ້າໃກ້ບໍລິເວນທາງລົດໄຟໃນໄລຍະ 02 ແມັດເດັດຂາດ. ພ້ອມນັ້ນ ບາງຂໍ້ຫ້າມ ກໍມີ ຫ້າມຂຸດດິນ, ຕອກເສົາເຂັມ, ເຈາະຂຸດຄົ້ນ ຫຼື ປ່ອຍນໍ້າເປື້ອນ, ຖີ້ມຂີ້ເຫຍື້ອຍ ແລະ ວັດຖຸຕ່າງໆທີ່ເປັນອັນຕະລາຍຕໍ່ຄວາມປອດໄພ ຂອງທາງລົດໄຟພາຍໃນຂອບເຂດ 20 ເເມັດຂອງເສົາໄຟຟ້າ ແລະ ຫ້າມດຶງສາຍໄຟ, ສາຍເຄເບິ້ນທີ່ຢູ່ອ້ອມຂ້າງ ຕາມແລວທາງລົດໄຟຢ່າງເດັດຂາດ,
ແລະ ສິ່ງທີ່ໃກ້ກັບປະຊາຊົນ ຫຼາຍທີ່ສຸດ ກໍອາດແມ່ນຂໍ້ທີ່ວ່າ ຫ້າມຈູດປ່າ, ລ້ຽງສັດ, ປູກພືດພັນ ແລະ ປູກຕົ້ນໄມ້ອື່ນໆ ພາຍໃນຂອບເຂດຮັກສາຄວາມປອດໄພຂອງແລວທາງລົດໄຟຢ່າງເດັດຂາດ ເຊິ່ງຈະສົ່ງຜົນກະທົບຕໍ່ຄວາມປອດໄພ ຂອງເສັ້ນທາງລົດໄຟ ແລະ ການແລ່ນລົດໄຟ
ເພາະສະນັ້ນ ການສ້າງຄວາມເຂົ້າໃຈໃຫ້ປະຊາຊົນ ໂດຍສະເພາະ ຕາມໝູ່ບ້ານຕ່າງໆ ໃກ້ຄຽງກັບເສັ້ນທາງລົດໄຟນັ້ນ ຖືວ່າເປັນບູລິມະສິດສຳຄັນອັນໜຶ່ງໃນການຮັກສາຄຸ້ມຄອງນຳໃຊ້ທາງລົດໄຟໃນໄລຍະຍາວ ແລະ ປະຊາຊົນເອງກໍຄວນ ຮ່ວມມືກັບເຈົ້າໜ້າທີ່ ໃນການປະຕິບັດຂໍ້ຫ້າມຕ່າງໆ ເພື່ອຄວາມໄພຂອງຕົນເອງ ແລະ ເພື່ອຜົນປະໂຫຍດລວມຂອງປະເທດເຮົາ.