ໄຟເຊີເຜີຍຜົນການທົດລອງໄລຍະ 3 ວັກຊີນເຂັມກະຕຸ້ນ ມີປະສິດທິພາບ ປ້ອງກັນໂຄວິດໄດ້ 95,6%

ໄຟເຊີເຜີຍຜົນການທົດລອງໄລຍະ 3 ວັກຊີນເຂັມກະຕຸ້ນ ມີປະສິດທິພາບ ປ້ອງກັນໂຄວິດໄດ້ 95,6% - image - ໄຟເຊີເຜີຍຜົນການທົດລອງໄລຍະ 3 ວັກຊີນເຂັມກະຕຸ້ນ ມີປະສິດທິພາບ ປ້ອງກັນໂຄວິດໄດ້ 95,6%
ໄຟເຊີເຜີຍຜົນການທົດລອງໄລຍະ 3 ວັກຊີນເຂັມກະຕຸ້ນ ມີປະສິດທິພາບ ປ້ອງກັນໂຄວິດໄດ້ 95,6% - Untitled design 1 - ໄຟເຊີເຜີຍຜົນການທົດລອງໄລຍະ 3 ວັກຊີນເຂັມກະຕຸ້ນ ມີປະສິດທິພາບ ປ້ອງກັນໂຄວິດໄດ້ 95,6%

ໄຟເຊີ/ໄບໂອເອັນແທັກເຜີຍຜົນການທົດລອງໄລຍະ 3 ວັກຊີນເຂັມກະຕຸ້ນ ມີປະສິດທິພາບປ້ອງກັນໂຄວິດໄດ້ 95,6%.

ວັນທີ 22 ຕຸລາ 2021, ສຳນັກຂ່າວຕ່າງປະເທດລາຍງານວ່າ: ໄຟເຊີ ແລະ ໄບໂອເອັນແທັກ ຖະແຫລງຜົນການທົດລອງທາງຄລີນິກໄລຍະ 3 ກັບອາສາສະໝັກທີ່ສັກວັກຊີນຂອງບໍລິສັດເປັນວັກຊີນເຂັມກະຕຸ້ນ ພົບມີປະສິດທິພາບຟື້ນຟູການປ້ອງກັນໂຄວິດ-19 ເປັນທີ່ໜ້າພໍໃຈ.

ໄຟເຊີເຜີຍຜົນການທົດລອງໄລຍະ 3 ວັກຊີນເຂັມກະຕຸ້ນ ມີປະສິດທິພາບ ປ້ອງກັນໂຄວິດໄດ້ 95,6% - Visit Laos Visit SALANA BOUTIQUE HOTEL - ໄຟເຊີເຜີຍຜົນການທົດລອງໄລຍະ 3 ວັກຊີນເຂັມກະຕຸ້ນ ມີປະສິດທິພາບ ປ້ອງກັນໂຄວິດໄດ້ 95,6%

ການທົດລອງດັ່ງກ່າວ ດຳເນີນການກັບກຸ່ມຕົວຢ່າງທີ່ມີອາຍຸ 16 ປີຂຶ້ນໄປຈຳນວນ 10.000 ຄົນ ເຊິ່ງໄດ້ຮັບວັກຊີນໄຟເຊີ/ໄບໂອເອັນແທັກເປັນວັກຊີນສອງເຂັມທຳອິດ ແລະ ເລີ່ມສັກວັກຊີນເຂັມກະຕຸ້ນຫ່າງຈາກເຂັມທີ 2 ເປັນໄລຍະເວລາສະເລ່ຍ 11 ເດືອນ ໂດຍສຸ່ມສັກວັກຊີນຂອງໄຟເຊີ ແລະ ຢາຂີ້ຕົວະ.

ຜົນການທົດລອງພົບວ່າ: ວັກຊີນເຂັມກະຕຸ້ນຂອງໄຟເຊີ/ໄບໂອເອັນແທັກມີປະສິດທິພາບປ້ອງກັນໂຄວິດ-19 ໄດ້ 95,6% ໃນໄລຍະທີ່ສາຍພັນເດວຕາກຳລັງລະບາດໜັກ ເມື່ອທຽບໃສ່ຜູ້ທີ່ຍັງບໍ່ໄດ້ຮັບວັກຊີນເຂັມກະຕຸ້ນ.

ໄຟເຊີລະບຸໃນຖະແຫລງການວ່າ: ບໍລິສັດຈະເລັ່ງຍື່ນຜົນການທົດລອງເບື້ອງຕົ້ນນີ້ໃຫ້ໜ່ວຍງານທີ່ກ່ຽວຂ້ອງໂດຍໄວທີ່ສຸດ.

ທັງນີ້, ຜົນການທົດລອງໄລຍະ 3 ຂອງໄຟເຊີ ຖືກເປີດເຜີຍອອກມາໜຶ່ງວັນຫລັງຈາກສຳນັກງານຄະນະກຳມະການອາຫານ ແລະ ຢາອາເມລິກາ (FDA) ອະນຸມັດວັກຊີນຂອງໂມເດິນາ ແລະ ຈອນສັນແອນຈອນສັນເປັນວັກຊີນເຂັມກະຕຸ້ນ ພ້ອມປະກາດເປີດທາງໃຫ້ຊາວອາເມລິກາສາມາດເລືອກສັກວັກຊີນເຂັມກະຕຸ້ນຂອງບໍລິສັດໃດກໍໄດ້ ບໍ່ຈຳເປັນຕ້ອງເປັນຍີ່ຫໍ້ດຽວກັບວັກຊີນສອງເຂັມທຳອິດ.

ກ່ອນໜ້ານີ້ FDA ໄດ້ອະນຸມັດສັກວັກຊີນປ້ອງກັນໂຄວິດ-19 ເຂັມກະຕຸ້ນຂອງໄຟເຊີ/ໄບໂອເອັນແທັກໃຫ້ປະຊາຊົນທີ່ມີອາຍຸ 65 ປີຂຶ້ນໄປ ຫລັງຈາກໄດ້ຮັບວັກຊີນຄົບໂດສແລ້ວຢ່າງໜ້ອຍ 6 ເດືອນ ລວມທັງຜູ້ທີ່ມີຄວາມສ່ຽງສູງ.

ອ້າງອີງ:

https://www.reuters.com/…/pfizer-biontech-report-high…/

https://www.euronews.com/…/pfizer-booster-dose-95-6…

https://www.euronews.com/…/pfizer-booster-dose-95-6…

ໄຟເຊີເຜີຍຜົນການທົດລອງໄລຍະ 3 ວັກຊີນເຂັມກະຕຸ້ນ ມີປະສິດທິພາບ ປ້ອງກັນໂຄວິດໄດ້ 95,6% - lattana banner 1 - ໄຟເຊີເຜີຍຜົນການທົດລອງໄລຍະ 3 ວັກຊີນເຂັມກະຕຸ້ນ ມີປະສິດທິພາບ ປ້ອງກັນໂຄວິດໄດ້ 95,6%
ໄຟເຊີເຜີຍຜົນການທົດລອງໄລຍະ 3 ວັກຊີນເຂັມກະຕຸ້ນ ມີປະສິດທິພາບ ປ້ອງກັນໂຄວິດໄດ້ 95,6% - lattana banner - ໄຟເຊີເຜີຍຜົນການທົດລອງໄລຍະ 3 ວັກຊີນເຂັມກະຕຸ້ນ ມີປະສິດທິພາບ ປ້ອງກັນໂຄວິດໄດ້ 95,6%
ໄຟເຊີເຜີຍຜົນການທົດລອງໄລຍະ 3 ວັກຊີນເຂັມກະຕຸ້ນ ມີປະສິດທິພາບ ປ້ອງກັນໂຄວິດໄດ້ 95,6% -    AD conten website - ໄຟເຊີເຜີຍຜົນການທົດລອງໄລຍະ 3 ວັກຊີນເຂັມກະຕຸ້ນ ມີປະສິດທິພາບ ປ້ອງກັນໂຄວິດໄດ້ 95,6%
error: Alert: ເນື້ອຫາຂ່າວມີລິຂະສິດ !!