ຫວຽດນາມຮັບຮອງພາສປອດ ວັກຊີນ 72 ປະເທດ ແລະ ເຂດແຄວ້ນ ທົ່ວໂລກ

ອີງຕາມການລາຍງານຂ່າວຈາກຫວຽດນາມ ເມື່ອວັນທີ 25 ຕຸລາ 2021 ນີ້ໃຫ້ຮູ້ວ່າ ຫວຽດນາມໄດ້ຮັບຮອງພາສປອກວັກຊິນ 72 ປະເທດ ແລະ ເຂດແຄວ້ນໃນທົ່ວໂລກແລ້ວ, ພ້ອມດຽວກັນກໍກຳລັງປຶກສາຫາລື ແລກປ່ຽນຄຳຄິດເຫັນກັບ 80 ປະເທດຕື່ມອີກ
ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຖິທູຮັ່ງ ກ່າວໃນກອງປະຊຸມຖະແຫຼງຂ່າວປົກະຕິໃນຕອນບ່າຍວັນທີ 24 ຕຸລາ 2021 ວ່າ: “ໂດຍປະຕິບັດຕາມມະຕິ 128 ຂອງລັດຖະບານ, ຫວຽດນາມໄດ້ຮັບຮອງເອົາໃບຢັ້ງຢືນສັກວັກຊີນຄຸ້ມກັນໂຄວິດ-19 ຄົບ 2 ໂດສ ຫຼື ອັນທີ່ເອີ້ນວ່າ ພາສປອດວັກຊີນຂອງ 72 ປະເທດ ແລະ ເຂດແຄວ້ນແລ້ວ” ໃນນັ້ນລວມມີ: ສະຫະລັດອາເມລິກາ, ລັດເຊຍ, ຈີນ, ຍີ່ປຸ່ນ, ສ. ເກົາຫຼີ, ອິນເດຍ, ສິງກະໂປ…
ໃນຄະນະດຽວກັນ ກະຊວງການຕ່າງປະເທດຫວຽດນາມກໍກຳລັງປຶກສາຫາລືກັບ 80 ປະເທດຕື່ມອີກ ເພື່ອຮັບຮອງເອົາພາສປອດວັກຊິນຂອງກັນ ແລະ ກັນ. ສ່ວນໃບຢັ້ງຢືນສັກວັກຊີນຂອງຫວຽດນາມນັ້ນ ກໍຖືກຮັບຮອງເອົາຈາກບາງປະເທດໄປແລ້ວ ແລະ ສາມາດເດີນທາງເຂົ້າ-ອອກບັນດາປະເທດເຫຼົ່ານັ້ນໄດ້.
ມີຫຼາຍປະເທດໄດ້ນຳໃຊ້ພາສປອດວັກຊີນເພື່ອເປີດປະເທດ, ເປີດເສດຖະກິດໃຫ້ກັບມາເຄື່ອນໄຫວປົກກະຕິ, ສັງຄົມກັບມາດຳລົງຊີວິດແບບໃໝ່.
ໃນເດືອນກັນຍາທີ່ຜ່ານມາ, ສະໜາມບິນ ເວິນໂດນ ໄດ້ເປີດຮັບສາຍການບິນຈາກຕ່າງປະເທດຈຳນວນໜຶ່ງເພື່ອເປັນການທົດສອບນະໂຍບານພາສປອດວັກຊີນຂອງຫວຽດນາມ ໃນນັ້ນມີຖ້ຽວບິນຂົນສົ່ງຊາວຫວຽດນາມຈາກສະຫະລັດ, ຝຣັ່ງ ແລະ ຍີ່ປຸ່ນກັບຄືນປະເທດ. ຜູ້ໂດຍສານທີ່ເຂົ້າມາຫວຽດນາມລ້ວນແຕ່ໄດ້ຮັບການສັກວັກຊີນຄົບໂດສ ນັ້ນ ລ້ວນແຕ່ມີສຸຂະພາບແຂງແຮງດີ, ມີຜົນກວດດ້ວຍ PCR ເປັນລົບພາຍໃນ 72 ຊົ່ວໂມງ ແລະ ລ້ວນແຕ່ໄດ້ປະຕິບັດມາດຕະການທາງການແພດທີ່ມີຄວາມປອດໄພສູງຢ່າງເຄັ່ງຄັດ. ຜູ້ຖືພາສປອດວັກຊີນ ເມື່ອເຂົ້າມາຫວຽດນາມຍັງຈະຕ້ອງໄດ້ກັກຕົວເປັນເວລາ 7 ວັນ.