ເຖິງຄາວລົມປ່ຽນທິດ ນ້ຳປ່ຽນແລວ

ເຖິງຄາວລົມປ່ຽນທິດ ນ້ຳປ່ຽນແລວ -                             2 - ເຖິງຄາວລົມປ່ຽນທິດ ນ້ຳປ່ຽນແລວ
ເຖິງຄາວລົມປ່ຽນທິດ ນ້ຳປ່ຽນແລວ - Untitled design 1 - ເຖິງຄາວລົມປ່ຽນທິດ ນ້ຳປ່ຽນແລວ

ໂດຍ: ທິດກໍ່າ

ເຊື່ອແນ່ວ່າ, ພາຍຫລັງເປີດເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ໄປແລ້ວ, ຢູ່ນະຄອນຫລວງວຽງຈັນຈະມີຫລາຍອັນຫລາຍຢ່າງປ່ຽນແປງໄປໃນທິດທາງທີ່ດີ ບໍ່ວ່າໃນດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ອື່ນໆ. ທິດກໍ່າ ຂໍຍົກເອົາສະເພາະລະບົບການຂົນສົ່ງ ນະຄອນຫລວງວຽງຈັນຈະກາຍເປັນສູນກາງໂລຈິສຕິກ (Logistic) ໃນອາຊຽນທີ່ມີຄວາມຄຶກຄັກ ແລະ ຟົດຟື້ນທີ່ສຸດ. ເປັນຫຍັງຈຶ່ງວ່າແນວນັ້ນ ? ຍ້ອນວ່າໃນອະນາຄົດ ບັນຫາການຂົນສົ່ງສິນຄ້າໄປຕ່າງແດນ ເພື່ອສົ່ງໄປຈີນ ແລະ ບັນດາປະເທດຕາເວັນຕົກ ນະຄອນຫລວງວຽງຈັນຈະກາຍເປັນຕົ້ນທາງ ແລະ ປາຍທາງ ຄືຕົ້ນທາງແມ່ນຈາກນະຄອນຫລວງວຽງຈັນຜ່ານໄທໄປມາເລເຊຍ, ສິງກະໂປ ແລະ ປາຍທາງແມ່ນຈາກສິງກະໂປຜ່ານມາເລເຊຍ, ໄທ ມາລວມສູນຢູ່ນະຄອນຫລວງວຽງຈັນ ແລ້ວສົ່ງຕໍ່ຜ່ານທາງລົດໄຟຄວາມໄວສູງຜ່ານຈີນໄປຍັງບັນດາປະເທດເອີຣົບຕາເວັນຕົກ.

ເຖິງຄາວລົມປ່ຽນທິດ ນ້ຳປ່ຽນແລວ - Visit Laos Visit SALANA BOUTIQUE HOTEL - ເຖິງຄາວລົມປ່ຽນທິດ ນ້ຳປ່ຽນແລວ

ສະເພາະການຂົນສົ່ງສິນຄ້າຂອງປະເທດເຮົາໃນປະຫວັດສາດຫລາຍຮ້ອຍປີທີ່ຜ່ານປະເທດໄທກໍຈະໄດ້ອວ່າຍໜ້າໄປທາງທິດເໜືອຜ່ານທາງລົດໄຟຄວາມໄວສູງໄປຫາຈີນຢ່າງປະຕິເສດບໍ່ໄດ້. ອັນນີ້ເຂົາເອີ້ນວ່າ ເຖິງຍຸກເຖິງສະໄໝລົມປ່ຽນທິດ ນ້ຳປ່ຽນແລວ. ກ່ຽວກັບການຄ້າຂາຍລະຫວ່າງລາວກັບຈີນກໍຍິ່ງຈະສົດໃສໄຮ້ທຽມທານ ຍ້ອນວ່າຈີນຈະກາຍເປັນຕະຫລາດລາຍໃຫຍ່ຂອງລາວທີ່ຈະເປີດໂອກາດຊື້ສິນຄ້າຈາກລາວຢ່າງບໍ່ອັ້ນ. ຕົວຢ່າງໃນໄລຍະປັດຈຸບັນ ຈີນໄດ້ໃຫ້ໂກຕ້າຊື້ງົວຈາກລາວປີລະ 5 ແສນໂຕ. ນອກຈາກນັ້ນ ຈີນຍັງສັ່ງຊື້ຜະລິດຕະພັນກະສິກຳໃນປີໜຶ່ງໆຫລາຍແສນໂຕນ. ນີ້ຄືປັດໄຈໃໝ່ໃນການຮ່ວມມືຄ້າຂາຍ ແລະ ການລົງທຶນຢູ່ ສປປ ລາວ. ແນ່ນອນວ່າອີກບໍ່ພໍເທົ່າໃດປີຂ້າງໜ້າ ເສດຖະກິດຂອງລາວເຮົາຈະເລີ່ມຂະຫຍາຍຕົວສົດໃສຍິ່ງຂຶ້ນເລື້ອຍໆ.

ເຖິງຢ່າງໃດກໍດີ, ສິ່ງທີ່ໜ້າເປັນຫ່ວງນັ້ນ ຢ້ານແຕ່ລາວເຮົາບໍ່ສາມາດຕອບສະໜອງສິນຄ້າໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງຝ່າຍຈີນເທົ່ານັ້ນ. ນີ້ຄືປັດໄຈໃໝ່ໃນຍຸກໃໝ່ໃນການຄ້າ, ການລົງທຶນໃນປະເທດຊາດຂອງພວກເຮົາຄິດວ່າທຸກສິ່ງທຸກຢ່າງທີ່ກ່າວມານີ້ມັນກໍໄປເໝາະເຈາະສອດຄ່ອງເຂົ້າກັບພື້ນແຜ່ນຕຳນານປິດສະໜາທີ່ພວມຄົ້ນຫາມາເລົ່າ ເຊິ່ງກ່ຽວຂ້ອງກັບພື້ນແຜ່ນວຽງຈັນສີສັດຕະນາຄະນາຮຸດຫີນຟູ ງູໃຫຍ່ ຊ້າງເຜືອກ ແລະ ຕຳລາໂຄງສານໃຜວ່າ ວຽງຈັນເສົ້າເຊົາເດີຢ່າຟ້າວວ່າ ມັນຊິໂປ້ບາດລ້າໝາກແຕ່ງຊ້າງໜ່ວຍປາຍ. ເປັນຍຸກພະລາລີ້ນກ່ານ ຝາຕີນແດງ ມືຖືໄມ້ຄ້ອນຕະບອງເພັດ ກົກຊີ້ຕາຍ ປາຍຊີ້ເປັນ ມານຳພາສ້າງສາບ້ານເມືອງໃຫ້ຈະເລີນຮຸ່ງເຮືອງ ເຮັດໃຫ້ປະເທດລ້ານຊ້າງອັນເປັນທີ່ຮັກ ແລະ ຫວງແຫນຫວນຄືນມາຢູ່ຄຽງຄູ່ກັບຊາດລາວຄົນລາວໃນຍຸກນີ້ ແລະ ຍຸກຕໍ່ໄປຕະຫລອດການ.

ເຖິງຄາວລົມປ່ຽນທິດ ນ້ຳປ່ຽນແລວ - lattana banner - ເຖິງຄາວລົມປ່ຽນທິດ ນ້ຳປ່ຽນແລວ
ເຖິງຄາວລົມປ່ຽນທິດ ນ້ຳປ່ຽນແລວ -    AD conten website - ເຖິງຄາວລົມປ່ຽນທິດ ນ້ຳປ່ຽນແລວ
ເຖິງຄາວລົມປ່ຽນທິດ ນ້ຳປ່ຽນແລວ - lattana banner 1 - ເຖິງຄາວລົມປ່ຽນທິດ ນ້ຳປ່ຽນແລວ
error: Alert: ເນື້ອຫາຂ່າວມີລິຂະສິດ !!