ເຫັນຕໍາຫລວດລະຮູ້ສຶກຢ້ານ ເຫັນທະຫານຊໍ້າພັດອຸ່ນໃຈ

ໂດຍ: ທິດກໍ່າ
ໃນໄລຍະຜ່ານມາ ໃນສະພາກາເຟມີຫລາຍຄົນໄດ້ສະເໜີໃຫ້ທິດກໍ່າວິເຄາະຕາມຫົວຂໍ້ຂ້າງເທິງ ເຊິ່ງຫລາຍໆຄົນເກືອບວ່າທົ່ວສັງຄົມລາວໂດຍທົ່ວໄປ ເມື່ອເຫັນເຈົ້າໜ້າທີ່ຕໍາຫລວດພວມປະຕິບັດໜ້າທີ່ຢູ່ຕາມສະຖານທີ່ຕ່າງໆ ໂດຍສະເພາະຢູ່ຕາມຖະໜົນຫົນທາງຕ່າງກໍມີຄວາມຮູ້ສຶກສະທ້ານຢ້ານກົວ, ແຕ່ພັດກົງກັນຂ້າມ ເມື່ອເຫັນທະຫານພວມປະຕິບັດໜ້າທີ່ຢູ່ແຫ່ງຫົນຕ່າງໆພັດຮູ້ສຶກອຸ່ນໃຈໃນຄວາມຊາບຊຶ້ງຕໍ່ຜູ້ທີ່ໄດ້ພົບເຫັນ. ນີ້ມັນເໝືອນກັບວ່າ ມັນກາຍເປັນຈິດຕະສາດສັງຄົມແບບອັດຕະໂນມັດ.
ໃນຄວາມເປັນຈິງແລ້ວ, ລະຫວ່າງພາລະບົດບາດ ແລະ ໜ້າທີ່ຂອງທະຫານກັບຕໍາຫລວດ ມັນກໍມີອັນຄ້າຍຄືກັນ ແລະ ແຕກຕ່າງກັນຄື: ທະຫານ ແມ່ນມີໜ້າທີ່ປ້ອງກັນປະເທດຊາດ, ສ່ວນຕໍາຫລວດ ແມ່ນມີໜ້າທີ່ປ້ອງກັນຄວາມສະຫງົບ ພາລະບົດບາດຂອງຕໍາຫລວດແມ່ນເຈົ້າໜ້າທີ່ພິທັກສັນຕິລາດ ເພື່ອເຮັດໃຫ້ສັງຄົມບ້ານເມືອງມີຄວາມສະຫງົບປອດໄພ, ເມື່ອມີເຫດການທີ່ບໍ່ດີເກີດຂຶ້ນ ຕໍາຫລວດກໍມີໜ້າທີ່ປົກປ້ອງປາບປາມຕາມພັນທະໜ້າທີ່ ແລະ ກົດໝາຍຢ່າງເຂັ້ມແຂງເດັດຂາດ. ໃນກໍາລັງປ້ອງກັນຄວາມສະຫງົບກໍປະກອບໄປດ້ວຍຫລາຍຂະແໜງການທີ່ເຮັດໜ້າທີ່ຕາມພາລະບົດບາດຂອງຕົນເຊັ່ນ: ມີເຫດໄຟໄໝ້ກໍແມ່ນໜ້າທີ່ຕໍາຫລວດດັບເພີງ, ມີເຫດການປຸ້ນຈີ້ຂ້າເຈົ້າເອົາຂອງ, ຂີ້ລັກງັດແງະກໍແມ່ນໜ້າທີ່ຂອງຕໍາຫລວດປາບປາມເຄື່ອນທີ່ໄວ ແລະ ຕໍາຫລວດຄະດີອາຍາ, ມີອຸປະຕິເຫດໃນທ້ອງຖະໜົນ, ຄົນກະທໍາຜິດໃນການສັນຈອນໄປມາກໍແມ່ນໜ້າທີ່ຂອງຕໍາຫລວດຈາລະຈອນ. ສ່ວນພາລະບົດບາດຂອງທະຫານນັ້ນແມ່ນເປັນຮົ້ວຂອງຊາດ, ມີໜ້າທີ່ປົກປັກຮັກສາປະເທດຊາດບໍ່ໃຫ້ສັດຕູພາຍໃນ-ພາຍນອກບຸກລຸກຮຸກຮານ. ສະນັ້ນ ຈຶ່ງພໍສະຫລຸບໄດ້ວ່າ ທະຫານ ແລະ ຕໍາຫລວດ ມີໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບຕາມແຜນນະໂຍບາຍ ແລະ ຍຸດທະສາດຂອງພັກ ແລະ ລັດຖະບານວາງອອກ.
ຢ່າງໃດກໍດີ, ຫາກຕັ້ງໂຈດກັນວ່າເປັນຫຍັງຄົນເຮົາສ່ວນຫລາຍ ເມື່ອເຫັນຕໍາຫລວດພັດຮູ້ສຶກສະທ້ານຢ້ານກົວ ແຕ່ບາດເຫັນທະຫານຊໍ້າພັດອຸ່ນໃຈ. ຄໍາຕອບກໍມີຢູ່ວ່າ ຕໍາຫລວດກັບທະຫານເຂົາຢູ່ຄົນລະບ້ານ, ຄົນລະໜ້າທີ່ຕາມພາລະບົດໃຜມັນ, ຕ່າງຝ່າຍກໍມີອໍານາດຢູ່ໃນກໍາມື ສາມາດໃຊ້ມາດຕະການຕໍ່ຜູ້ກະທໍາຜິດກົດໝາຍ ແລະ ເປັນສັດຕູຂອງຊາດ. ເທົ່າທີ່ທິດກໍ່າເຄີຍເຫັນຜ່ານມາ ປາກົດການທີ່ພວກຂັບຂີ່ໃຊ້ລົດໃຊ້ຖະໜົນຢ້ານກົວຕໍາຫລວດຈະລາຈອນ ໂດຍສະເພາະພວກທີ່ບໍ່ມີເອກະສານຄົບຖ້ວນຕາມລະບຽບການ ເພາະຢ້ານຖືກປັບໃໝ. ສ່ວນກໍລະນີອັນທີສອງແມ່ນບໍ່ມີເງິນເສຍຄ່າປັບໄໝໃຫ້ຕໍາຫລວດໃນກໍລະນີຫາກຖືກກວດຄົ້ນເອກະສານ. ສະຫລຸບແລ້ວ ຕໍາຫລວດກັບທະຫານມັນຄົນລະວຽກ, ວຽກໃຜວຽກມັນ. ນັ້ນລະຄືທີ່ມາຂອງຄົນຜູ້ທີ່ຢ້ານຕໍາຫລວດ.