ບໍລິສັດ ພຣູເດັນໂຊລ໌ ລາວ ເປີດໂຕແຜນປະກັນໄພສຳລັບພະຍາດໂຄວິດ-19

ບໍລິສັດ ພຣູເດັນໂຊລ໌ ລາວ ເປີດໂຕແຜນປະກັນໄພສຳລັບພະຍາດໂຄວິດ-19 - WhatsApp Image 2021 10 27 at 10 - ບໍລິສັດ ພຣູເດັນໂຊລ໌ ລາວ ເປີດໂຕແຜນປະກັນໄພສຳລັບພະຍາດໂຄວິດ-19
ບໍລິສັດ ພຣູເດັນໂຊລ໌ ລາວ ເປີດໂຕແຜນປະກັນໄພສຳລັບພະຍາດໂຄວິດ-19 - Untitled design 1 - ບໍລິສັດ ພຣູເດັນໂຊລ໌ ລາວ ເປີດໂຕແຜນປະກັນໄພສຳລັບພະຍາດໂຄວິດ-19

ພ​ຣູໂຄວິດ-19 ສະ​ບາຍ​ໃຈ​ຫາຍ​​ຫ່ວງ ສຳລັບພະຍາດໂຄວິດ-19 ແລະ ຜົນຂ້າງຄຽງຂອງການສັກວັກຊີນໂຄວິດ-19 

ວຽງ​ຈັນ 26 ຕຸ​ລາ 2021

ບໍລິສັດ ພຣູເດັນໂຊລ໌ ລາວ ເປີດໂຕແຜນປະກັນໄພສຳລັບພະຍາດໂຄວິດ-19 - Visit Laos Visit SALANA BOUTIQUE HOTEL - ບໍລິສັດ ພຣູເດັນໂຊລ໌ ລາວ ເປີດໂຕແຜນປະກັນໄພສຳລັບພະຍາດໂຄວິດ-19

 ບໍລິສັດພຣູເດັນໂຊລ໌ປະກັນໄພຊີວິດ(ລາວ)ຈຳກັດ(“ພຣູເດັນໂຊລ໌ລາວ”)ມີຄວາມພາກພຸມໃຈເປີດໂຕຜະລິດຕະພັນໃໝ່ “ພ​ຣູໂຄວິດ-19 ສະ​ບາຍ​ໃຈ​ຫາຍ​​ຫ່ວງ” ເຊິ່ງຊ່ວຍປົກປ້ອງຄຸ້ມຄອງຸພະຍາດ ໂຄວິດ-19. ເພື່ອເປັນການສອດຄ້ອງກັບຄຳໝັ້ນສັນຍາຂອງ ບໍລິສັດ ພຣູເດັນໂຊລ໌ ລາວ ໃນການປົກປ້ອງສຸຂະພາບ ແລະ ການເປັນຢູ່ຂອງປວງຊົນລາວ, ຜະລິດຕະພັນ ພ​ຣູໂຄວິດ-19 ສະ​ບາຍ​ໃຈ​ຫາຍ​​ຫ່ວງ ຈະຈ່າຍເງິນອຸດໜູນຈຳນວນ 5.000.000 ກີບໃນກໍລະນີທີ່ມີການພົບເຊື້ອພະຍາດ ໂຄວິດ-19 ແລະ ເງິນອຸດໜູນຈຳນວນ 20.000.000 ກີບຈະຖືກຈ່າຍໃນກໍລິນີທີ່ມີເສຍຊີວິດຈາກເຊື້ອພະຍາດໂຄວິດ-19.ນອກ​ຈາກ​ນີ້, ພ​ຣູ​ເດັນ​ໂຊ​ລ໌ ລາວ ​ຈະ​ຈ່າຍ​​ເງິນ​ທົດ​ແທນຄ່າ​ປ່ວຍ​ການ ​ຈຳ​ນວນ 300.000/ມື້ ສູງ​ສຸດ 10ວັນ​ ໃນ​ກໍ​ລະ​ນີມີ​ການ​ເກີດ​ຜົນ​ຂ້າງ​ຄຽງ​ຫຼັງ​ຈາກ​ການ​ສັກ​ວັກ​ຊີນ ແລະ ເງິນ​ທົດ​ແທນຈຳນວນ 20.000.000 ກີບຈະຖືກຈ່າຍໃນກໍລິນີທີ່ມີເສຍຊີວິດ.

ຜະລິດຕະພັນນີ້ຈະໃຫ້ເງິນອຸດໜຸນພິເສດເພິ່ມ 50% ແກ່ ຄູອາຈານ, ນັກຮຽນ, ແພດໝໍ ແລະ ບຸກຄະລາກອນທາງການແພດ. ນີ້ໝາຍຄວາມວ່າ, ບໍລິສັດຈະຈ່າຍເງິນອຸດໜູນຈຳນວນ 7.5000.000 ກີບໃນກໍລະນີທີ່ມີການພົບເຊື້ອພະຍາດ ໂຄວິດ-19 ແລະ ເງິນອຸດໜູນຈຳນວນ 30.000.000 ກີບຈະຖືກຈ່າຍໃນກໍລິນີທີ່ມີເສຍຊີວິດຈາກເຊື້ອພະຍາດໂຄວິດ-19.

“ທີ່ບໍລິສັດ ພຣູເດັນໂຊລ໌ ລາວ, ຈຸດປະສົງຂອງພວກເຮົາແມ່ນຊ່ວຍຄົນ​ລາວໄດ້ຮັບສິ່ງທີ່ດີທີ່ສຸດໃນຊີວິດ. ເຊິ່ງລວມໄປເຖິງ ການໃຫ້ຄວາມຄຸ້ມຄອງສຸຂະພາບ ແລະ ການເປັນຢູ່ຂອງຜູ້ຄົນ.ພ​ຣູໂຄວິດ-19 ສະ​ບາຍ​ໃຈ​ຫາຍ​​ຫ່ວງ ຖືກອອກແບບມາເພື່ອໃຫ້ປະຊາຊົນລາວໄດ້ເຂົ້າເຖິງການຄຸ້ມຄອງທາງດ້ານການເງິນໃນລາຄາທີ່ເຂົ້າເຖິງໄດ້ເຊິ່ງເຮັດໃຫ້ພວກເຂົາອຸ່ນໃຈໃນການໃຊ້ຊີວິດປະຈຳວັນຂອງພວກເຂົາ” ທ່ານ ວີເຈມັດດາວັນຜູ້ອຳນວຍການໃຫຍ່ຂອງພຣູເດັນໂຊລ໌ ລາວ ກ່າວໄວ້.

ສຳລັບປະຊາຊົນລາວທີ່ອາໃສຢູ່ໃນປະເທດລາວ ທີ່ມີອາຍຸຕັ້ງແຕ່ 18 ປີຂຶ້ນໄປ ເຊິ່ງຖືບັດປະຈຳໂຕ, ສຳມະໂນຄົວແລະໜັງສືຜ່ານແດນຢ່າງຖືກຕ້ອງ ສາມາດລົງທະບຽນເອົາຜະລິດຕະພັນນີ້ໄດ້.  ໃນການລົງທະບຽນສຳເລັດຈະມີເວລາລໍຖ້າ 14 ວັນ ນັບຈາກມື້ລົງທະບຽນ ແລະ ຜູ້ລົງທະບຽນສາມາດຮຽກຮ້ອງເອົາທຶນອຸດໜຸນໄດ້ຫຼັງ 14 ມື້ເທົ່ານັ້ນ.

ພ​ຣູໂຄວິດ-19ສະ​ບາຍ​ໃຈ​ຫາຍ​​ຫ່ວງ ມີລາຄາພຽງ 10,000 ກີບ ແລະ ລູກຄ້າສາມາດເຂົ້າເຖິງຜະລິດຕະພັນນີ້ຜ່ານຟອມ​ອອນ​ໄລ​​ນ໌ນີ້:ຟອມ​ລົງ​ທະ​ບຽນ  ໂດຍ ພຣູເດັນໂຊລ໌. ຂໍ້ມູນເພີ່ມເຕີມແມ່ນສາມາດເຂົ້າເບິ່ງໄດ້ທີ່ເວັບໄຊທ໌ບໍລິສັດ ພຣູເດັນໂຊລ໌ ທີ່  www.prudential.la ແລະ ເຟສບຸກ ທີ່ www.facebook.com/PrudentialLaos.

ກ່ຽວ​ກັບພ​ຣູ​ເດັນ​ໂຊ​ລ໌ລາວ

ພຣູເດັນໂຊລ໌ລາວເປັນບໍລິສັດສາຂາ ຂອງພຣູເດັນໂຊລ໌ພີເອວຊີ. ພວກເຮົາມີຫ້ອງການຕົວເເທນທີ່ນະຄອນຫຼວງວຽງຈັນໃນເດືອນມີນາ2015 ເເລະໄດ້ຮັບໃບອະນຸຍາດການດຳເນີນທຸລະກິດຈາກກະຊວງການເງິນໃນເດືອນເມສາ2016 ພຣູເດັນໂຊລ໌ລາວເລີ່ມຕົ້ນທຸລະກິດໃນເດືອນພຶດສະພາ2016 ແລະນຳເອົາຜະລິດຕະພັນປະກັນໄພຊີວິດທີ່ແທດເໝາະກັບຄວາມຕ້ອງການໃນການປົກປ້ອງຄຸ້ມຄອງແລະການສະສົມທຶນຂອງຄົນລາວ. ໃນປະຈຸບັນ, ບໍລິສັດພຣູເດັນໂຊລ໌ລາວໄດ້ຈຳໜ່າຍຜະລິດຕະພັນຜ່ານລະບົບທະນາຄານທົ່ວປະເທດ, ຜ່ານລະບົບຂາຍກົງ, ລວມໄປເຖິງການຈຳໜ່າຍຜະລິດຕະພັນຜ່ານເທິງແອບພິເຄເຊິນເພົ້າສ໌ອີກດ້ວຍ.

ທ່ານ​ສາ​ມາດ​ເບິ່ງ​ຂໍ້​ມູນ​ເພີ່ມ​ຕື່ມ​ກ່ຽວ​ກັບ​ພ​ຣູ​ເດັນ​ໂຊ​ລ໌​ລາວທີ່ www.prudential.la

ກ່ຽວ​ກັບເພົ້າ​ສ໌ໂດຍພ​ຣູ​ເດັນ​ໂຊ​ລ໌

ເພົ້າສ໌ແມ່ນແອັບພີເຄເຊີນກ່ຽວກັບສຸຂະພາບແລະເປັນໜຶ່ງດຽວໃນພາກພື້ນອາຊີແລະອາ​ຟ​ຣິ​ກາທີ່ຊ່ວຍໃນການຈັດການດ້ານສຸຂະພາບຕໍ່ຜູ້ໃຊ້. ໂດຍມີການນຳໃຊ້ປັນຍາປະດິດຫຼືAI ເຂົ້າມາຊ່ວຍໃນການໃຫ້ຂໍ້ມູນທີ່ຖືກຕ້ອງຊັດເຈນ, ສາມາດເຂົ້າເຖິງຂໍ້ມູນກ່ຽວກັບສຸຂະພາບໄດ້ຕະຫຼອດເວລາ. ຊ່ວຍໃຫ້ຜູ້ໃຊ້ສາມາດຫຼີກລ້ຽງ, ປ້ອງກັນກ່ຽວກັບການພະຍາດ. ເພົ້າສ໌ແມ່ນເປັນສ່ວນໜຶ່ງຂອງຍຸດທະສາດຂອງPrudential Corporate Asia, ທີ່ຢາກໃຫ້ທຸກໆຄົນໃນພາກພື້ນອາຊີສາມາດເຂົ້າເຖີງຂໍ້ມູນດ້ານສຸຂະພາບໄດ້ຢ່າງທົ່ວເຖິງ. ດ້ວຍເຕັກໂນໂລຢີທີ່ທັນສະໄໝແລະຄູ່ຮ່ວມທຸລະກິດທີ່ເຂັ້ມແຂງ.

ແອັບພິເຄເຊິນເພົ້າສ໌ໄດ້ເປິດໂຕຄັ້ງທຳອິດໃນເດືອນສິງຫາປີ2019ທີ່ປະເທດມາເລເຊຍແລະໄດ້ນຳໃຊ້ແລ້ວໃນ11ປະເທດທົ່ວອາຊີແລະ6ປະ​ເທດ​ໃນ​ທະ​ວີບ​ອາ​ຟ​ຣິ​ກາ. ໂດຍມີການກວດສອບອາການບໍ່ສະບາຍໃນເບື້ອງຕົ້ນແລະການວິເຄາະສະພາບຮ່າງກາຍ, ການບໍລິການດ້ານສຸຂະພາບສ່ວນບຸກຄົນ, ແລະການໃຫ້ຄຳປຶກສາຈາກທ່ານໝໍແລະຜູ້ຊ່ຽວຊານທາງການແພດທີ່ຜ່ານການຮອງຮັບ.

ຕັ້ງແຕ່ເປີດໂຕຫາປະຈຸບັນເພົ້າສ໌ແອັບພິເຄເຊິນຖືກດາວໂຫຼດຫຼາຍກວ່າ30ລ້ານເທື່ອໃນຂົງເຂດອາຊີແລະອາ​ຟ​ຣິ​ກາ. ເພົ້າສ໌ແອັບພິເຄເຊິນສາມາດດາວໂຫຼດໄດ້ໃນApple/Google Play stores ເຊິ່ງ​ໃນ​ທະ​ວີບ​ອາ​ຊີ​ມີ: ປະ​ເທດກຳປູເຈຍ, ຮົງກົງ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ຟິລິບປີນ, ສິງກະໂປ, ໄຕ້ຫວັນ, ໄທແລະຫວຽດນາມ  ແລະທະ​ວີບອ​າ​ຟ​ຣິ​ກາ​ມີ​ປະ​ເທດແຄມ​ມາ​ຣູນ, ກາ​ນາ, ເຄນ​ຍາ, ໄນ​ຈີ​ເຣຍ, ອຸ​ການ​ດາ, ແລະ ແຊມ​ເບຍ.

ສຳລັບຂໍ້ມູນເພີ່ມເຕີມ, ແລະສາມາດດາວໂຫຼດແອັບພິເຄເຊິນ​ເພົ້າ​ສ໌, ເຂົ້າໄປໃນເວັບໄຊ www.wedopulse.com

*ຂໍ້​ມູນ​ລ່າ​ສຸດ​ຄັ້ງ​​ເດືອນ​ສິງ​ຫາ2021

 

ບໍລິສັດ ພຣູເດັນໂຊລ໌ ລາວ ເປີດໂຕແຜນປະກັນໄພສຳລັບພະຍາດໂຄວິດ-19 - lattana banner - ບໍລິສັດ ພຣູເດັນໂຊລ໌ ລາວ ເປີດໂຕແຜນປະກັນໄພສຳລັບພະຍາດໂຄວິດ-19
ບໍລິສັດ ພຣູເດັນໂຊລ໌ ລາວ ເປີດໂຕແຜນປະກັນໄພສຳລັບພະຍາດໂຄວິດ-19 - lattana banner 1 - ບໍລິສັດ ພຣູເດັນໂຊລ໌ ລາວ ເປີດໂຕແຜນປະກັນໄພສຳລັບພະຍາດໂຄວິດ-19
ບໍລິສັດ ພຣູເດັນໂຊລ໌ ລາວ ເປີດໂຕແຜນປະກັນໄພສຳລັບພະຍາດໂຄວິດ-19 -    AD conten website - ບໍລິສັດ ພຣູເດັນໂຊລ໌ ລາວ ເປີດໂຕແຜນປະກັນໄພສຳລັບພະຍາດໂຄວິດ-19
error: Alert: ເນື້ອຫາຂ່າວມີລິຂະສິດ !!