ສສຊ ຊີ້ໃຫ້ເຫັນວ່າ ສປປ ລາວມີທ່າແຮງພໍທີ່ຈະບັນລຸ GDP 4,5%

ສສຊ ຊີ້ໃຫ້ເຫັນວ່າ ສປປ ລາວມີທ່າແຮງພໍທີ່ຈະບັນລຸ GDP 4,5% - 252041 - ສສຊ ຊີ້ໃຫ້ເຫັນວ່າ ສປປ ລາວມີທ່າແຮງພໍທີ່ຈະບັນລຸ GDP 4,5%
ສສຊ ຊີ້ໃຫ້ເຫັນວ່າ ສປປ ລາວມີທ່າແຮງພໍທີ່ຈະບັນລຸ GDP 4,5% - Untitled design 1 - ສສຊ ຊີ້ໃຫ້ເຫັນວ່າ ສປປ ລາວມີທ່າແຮງພໍທີ່ຈະບັນລຸ GDP 4,5%
ຢູ່ໃນວາລະດຳເນີນກອງປະຊຸມສະໄຫມສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ 9 ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ທ່ານ ນາງ ວາລີ ເວດສະພົງ ສສຊ ເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ໄດ້ມີຄຳເຫັນໃສ່ແຜນພັດທະນາເສດຖະກິດສັງຄົມ ໂດຍສະເພາະຕົວເລກຂອງ GDP, ຖ້າເປັນໄປໄດ້ຄິດວ່າສະພາຄວນຕັ້ງໃຫ້ໃນລະດັບ 4,5% ເນື່ອງຈາກປະເທດຂອງພວກເຮົາມີທ່າແຮງຫລາຍດ້ານ.
ປັດຈຸບັນນີ້ໂຄງປະກອບ ດ້ານເສດຖະກິດ ມີ 3 ຂະແໜງການ: ກະສິກຳ, ອຸດສາຫະກຳ ແລະ ການບໍລິການ ເຫັນວ່າຂະແໜງບໍລິການຈະສາມາດ ໃຫ້ລັດຖະບານບັນລຸຕົວເລກນີ້ໄດ້ຖ້າເຮົາສຸມໃສ່ໃນການຊຸກຍູ້ຂະແໜງການບໍລິການໃຫ້ເຕີບໂຕໄດ້ ເຊິ່ງມັນມີຫລາຍວິທີການທີ່ຈະສາມາດສ້າງລາຍຮັບດ້ານພາສີອາກອນໄດ້ ເນື່ອງຈາກຂະແໜງການບໍລິການກວມເອົາຫລາຍປະເພດບໍ່ແມ່ນແຕ່ທ່ອງທ່ຽວ, ລວມທັງ SME ກໍນອນໃນຂະແໜງບໍລິການນີ້ ເພາະວ່າເງິນພາສີອາກອນສ່ວນໃຫຍ່ມາຈາກຂະແໜງການບໍລິການ. ສະນັ້ນລັດຖະບານຕ້ອງສ້າງເງື່ອນໄຂທີ່ເອື້ອອຳນວຍໃນການລົງທຶນໃຫ້ບັນຍາກາດຂອງການລົງທຶນບໍ່ໃຫ້ມີອຸປະສັກຫລາຍ ແລະ ຍາດແຍ່ງໂອກາດຂອງການລົງທຶນເຂົ້າມາໃນໄລຍະໄວໆນີ້.
ປັດຈຸບັນທົ່ວອາຊີ, ທົ່ວໂລກກຳລັງກ່າວຂານກັນເຖິງໂຄງການລົດໄຟລາວ-ຈີນ ເຮັດໃຫ້ລາວເປັນ ປະເທດເຊື່ອມຕໍ່ຈາກປະເທດທີ່ເສຍປຽບມາເປັນປະເທດໄດ້ປຽບທາງດ້ານທີ່ຕັ້ງ. ຫລາຍປີຜ່ານມາ ພວກເຮົາພົບບັນຫາເລື່ອງໂລຈິສຕິກ ລາຄາສູງເຮັດໃຫ້ຕົ້ນທຶນການຜະລິດເຮົາສູງ ແຕ່ປັດຈຸບັນນີ້ ດ້ວຍໂຄງການດັ່ງກ່າວນີ້ຈິ່ງໄດ້ຖືກແກ້ໄຂປ່ຽນຈາກປະເທດບໍ່ມີທາງອອກສູ່ທະເລ ເປັນປະເທດເຊື່ອມຕໍ່ທາງບົກ.
ຫາກລັດຖະບານມີນະໂຍບາຍ ຫລື ນິຕິກຳຄຸ້ມຄອງທີ່ດີເຮົາກໍສາ ມາດເກັບລາຍຮັບຈາກການຂົນສົ່ງຜ່ານນຳບັນດາປະເທດທີ່ໄດ້ເຮັດການຄ້າຂາຍ ໂດຍສະເພາະ ແມ່ນຫວຽດນາມ ແລະ ຈີນ ເປັນຫລັກ, ເຮົາຈະໄດ້ຈາກການຂົນສົ່ງນີ້ ຢ່າງມະຫາສານ ແລະ ຄາດວ່າ ຈະສາມາດບັນລຸຕົວເລກ 4,5 ນີ້ໄດ້. ນອກຈາກນີ້, ຕ້ອງເລັ່ງສັກວັກຊິນ ໃຫ້ໄດ້ປະມານ 80%-90% ໂດຍສະເພາະໃຫ້ແຂວງທີ່ມີທ່າແຮງສາກ່ອນ ເພື່ອກຽມເປີດປະເທດ ໂດຍມີການອອກ ແບບຄຸມ ການແຜ່ລະບາດຂອງພະຍາດໂຄວິດ-19 ຄຽງຄູ່ກັນ ເພື່ອໃຫ້ນັກລົງທຶນໄດ້ມາລົງທຶນ ຢູ່ປະເທດຂອງ ເຮົາຫລາຍຂຶ້ນ.
ສສຊ ຊີ້ໃຫ້ເຫັນວ່າ ສປປ ລາວມີທ່າແຮງພໍທີ່ຈະບັນລຸ GDP 4,5% - lattana banner - ສສຊ ຊີ້ໃຫ້ເຫັນວ່າ ສປປ ລາວມີທ່າແຮງພໍທີ່ຈະບັນລຸ GDP 4,5%
ສສຊ ຊີ້ໃຫ້ເຫັນວ່າ ສປປ ລາວມີທ່າແຮງພໍທີ່ຈະບັນລຸ GDP 4,5% -    AD conten website - ສສຊ ຊີ້ໃຫ້ເຫັນວ່າ ສປປ ລາວມີທ່າແຮງພໍທີ່ຈະບັນລຸ GDP 4,5%
ສສຊ ຊີ້ໃຫ້ເຫັນວ່າ ສປປ ລາວມີທ່າແຮງພໍທີ່ຈະບັນລຸ GDP 4,5% - lattana banner 1 - ສສຊ ຊີ້ໃຫ້ເຫັນວ່າ ສປປ ລາວມີທ່າແຮງພໍທີ່ຈະບັນລຸ GDP 4,5%
error: Alert: ເນື້ອຫາຂ່າວມີລິຂະສິດ !!