ການພັດທະນາເສດຖະກິດ ດີຈີຕອນຈະນໍາປະເທດໄປສູ່ຄວາມທັນສະໄໝເທື່ອລະກ້າວ

ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເປີດເຜີຍພາບລວມຂອງ ແຜນພັດທະນາເສດຖະກິດ ດີ ຈີຕອນ ໃນອານາຄົດ ໄລຍະ 5 ປີ, ແຜນຍຸດທະສາດ 10 ປີ ແລະ ວິໄສທັດ 20 ປີຕໍ່ໜ້າ ຕໍ່ກອງປະ ຊຸມສະໄໝສາມັນສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ເພື່ອສສຊ ຈະໄດ້ຄົ້ນຄ້ວາປະກອບຄຳຄິດຄໍາເຫັນໃຫ້ຮັດກຸມ ແລະ ສາມາດຮັບຮອງຈາກກອງປະຊຸມຄັ້ງນີ້ວ່າ: ການຫັນເປັນເສດຖະກິດ ດີຈີຕອນ ບໍ່ພຽງແຕ່ເປັນການສະໜອງດ້ານການບໍລິການຕ່າງໆທີ່ມີຄວາມສະດວກ, ທັນ ສະໄໝໄປຕາມຍຸກສະໄໝແຫ່ງຄວາມກ້າວໜ້າຂອງໂລກເທົ່ານັ້ນ, ແຕ່ຍັງມີບົດບາດສໍາຄັນເພື່ອນໍາໃຊ້ເຂົ້າ ໃນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢ່າງມີປະສິດທິພາບ ແລະ ການພັດທະນາເສດຖະກິດ-ສັງຄົມທີ່ກ້າວຫນ້າເພື່ອ ຈະນໍາພາປະເທດໄປສູ່ຄວາມທັນສະໄໝ ແລະ ສີວິໄລເທື່ອລະກ້າວ.
ທ່ານລັດຖະມົນຕີເວົ້າວ່າ: ແຜນພັດທະນາເສດຖະກິດດັ່ງກ່າວ ເຊິ່ງໂດຍລວມບັນດາ ສສຊ ໄດ້ເປັນເອກະພາບ, ແຕ່ຄຽງຄູ່ກັນນັ້ນກໍມີຫລາຍຄໍາເຫັນທີ່ໄດ້ເນັ້ນໃຫ້ລັດຖະບານ ຕ້ອງກໍານົດຈຸມສຸມແຜນພັດທະນາ ໃນແຕ່ລະພາກ, ແຕ່ລະ ທ້ອງຖິ່ນ ອອກເປັນແຜນລະອຽດ ຊັດເຈນຕື່ມ ເພື່ອດຶງດູດການລົງທຶນພັດທະນາ ໃຫ້ເກີດປະສິດທິຜົນດີ. ປັດຈຸບັນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ມີສະຖາບັນສອງ ແຫ່ງທີ່ຈະເຮັດວຽກງານຄົ້ນຄວ້າ-ສໍາຫລວດສຶກສາ ແລະ ຝຶກອົບຮົມ ກ່ຽວກັບວຽກງານນີ້ ໂດຍມີໜ້າທີ່ ຄົ້ນຄວ້າ ການນໍາໃຊ້ເຕັກໂນໂລຊີ ອັດສະລິຍະ ເປັນຕົ້ນ: ການຄົ້ນຄວ້າກ່ຽວກັບວຽກງານປັນຍາປະ ດິດ(AI)ການສ້າງພາບຈໍາລອງ(VR), ພັດທະນາລະບົບເຕັກໂນໂລຊີທີ່ມີຂໍ້ມູນຜູກພັນ ຫລື ເຕັກໂນໂລຊີ ທີ່ມີຖານຂໍ້ມູນມະຫາສານ (BIG DATA) ແລະ ລະບົບດີຈີຕອນອື່ນໆ. ອັນພົ້ນເດັ່ນ ແມ່ນ ໄດ້ຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ ເປັນຕົ້ນ: ສປ ຈີນ, ສສ.ຫວຽດນາມ, ລັດເຊຍ, ອິນເດຍ, ຍີປຸ່ນ ແລະ ສ.ເກົາຫລີ ເພື່ອດໍາເນີນການຄົ້ນຄວ້າເຕັກໂນໂລຊີອັນໃໝ່ໆຂອງໂລກ. ພ້ອມນັ້ນ ກໍ ໄດ້ເຊັນສັນຍາຮ່ວມມືກັບ 8 ບໍລິສັດ ໄອທີ ຢູ່ພາຍໃນປະເທດ ເພື່ອປະຕິບັດກໍານົດຈຸດສຸມເຂດທົດລອງບົ່ມເພາະນັກທຸລະກິດ ໃໝ່ ແລະ ທຸລະກິດສະຕາດອັບ.
ຄຽງຄູ່ກັນນັ້ນ, ລັດຖະບານ ໄດ້ກໍສ້າງສູນຂໍ້ມູນແຫ່ງຊາດຈໍານວນໜຶ່ງ ເພື່ອຮອງຮັບການພັດທະ ນາລະບົບເສດຖະກິດ ດີຈີຕອນ. ສໍາລັບກົນໄກການຂອງລົງທຶນໃນພື້ນຖານໂຄງລ່າງເສດຖະກິດ ດີຈີຕອນ ຕົ້ນຕໍກໍແມ່ນ ການຮ່ວມມືກັນລະຫວ່າງພາກລັດ ແລະ ເອກະຊົນ, ບ່ອນໃດທີ່ເອກະຊົນບໍ່ສາມາດໄປລົງ ທຶນໄດ້ ພາກລັດຕ້ອງໄດ້ມີແຜນກະກຽມໄວ້ ແລະ ບ່ອນໃດເອກະຊົນມີເງື່ອນໄຂລົງທຶນໄດ້ ກໍຕ້ອງໄດ້ຊຸກ ຍູ້ສົ່ງເສີມເຂົາເຈົ້າ ປະຕິບັດຕາມແຜນການທີ່ພາກລັດໄດ້ຈັດສັນ ແລະ ກໍານົດໄວ້ ໃຫ້ມີປະສິດທິຜົນ.