ຫລີກລ່ຽງໂຄວິດ-19 ດ້ວຍວິຖີດຳລົງຊີວິດແບບໃໝ່

ໂດຍ: ທິດກໍ່າ
ຖ້າພວກເຮົາຫາກຕິດຕາມຂໍ້ມູນຂ່າວສານຈາກຄະນະສະເພາະກິດ ແລະ ສື່ອອນລາຍໃນຫລາຍສຳນັກ ນັບທັງຂອງບຸກຄົນໃນແຕ່ລະວັນ ກໍຮູ້ແລ້ວວ່າສະພາບຄົນຕິດເຊື້ອໂຄວິດ-19 ຢູ່ປະເທດເຮົາຍັງຢູ່ໃນເກນທີ່ໜ້າເປັນຫ່ວງ. ຫລ້າສຸດຈາກສະຖິຕິຄົນຕິດເຊື້ອທົ່ວປະເທດໃນວັນທີ 8 ພະຈິກ 2021 ມີຜູ້ຕິດເຊື້ອສະສົມ 47.842 ຄົນ ແລະ ເສຍຊີວິດສະສົມ 86 ຄົນແລ້ວ. ສະຫລຸບລວມແລ້ວ ໃນຊ່ວງສອງສາມອາທິດຜ່ານມາກໍມີຂຶ້ນມີລົງ ບາງມື້ຫຍັບລົງ 4 ຮ້ອຍກວ່າຄົນ ແລະ ບາງມື້ກໍເພີ່ມຂຶ້ນໃນລະດັບ 5 ຫາ 6 ຮ້ອຍກວ່າຄົນ. ເມື່ອເປັນສະພາບຄືດັ່ງວ່ານີ້ ເຮົາເຫັນວ່າຄົນຕິດເຊື້ອໂຄວິດ-19 ຢູ່ປະເທດເຮົາຂ້ອນຂ້າງສູງ ຖ້າທຽບໃສ່ຈຳນວນພົນລະເມືອງລາວມີພຽງ 7 ລ້ານກວ່າຄົນ.
ຫາກຕັ້ງໂຈດກັນວ່າ, ດ້ວຍສາເຫດໃດຈຶ່ງມີຄົນຕິດເຊື້ອເພີ່ມຂຶ້ນ. ຄຳຕອບໂຈດກໍຄື ຍ້ອນຄົນສ່ວນຫລາຍຖືເບົາເອົາງ່າຍ ບໍ່ພາກັນປະຕິບັດບັນດາມາດຕະການຂອງລັດຖະບານ ກໍຄືຂອງຄະນະສະເພາະກິດແຕ່ລະຂັ້ນໄດ້ວາງອອກຢ່າງເດັດຂາດ ແລະ ເຂັ້ມງວດ ເປັນຕົ້ນຍັງມີການຊຸມແຊວໃນຊຸມຊົນ, ຕາມເຮືອນພັກ, ໂຮງແຮມ ຫລື ສະຖານທີ່ມີຄວາມສ່ຽງ. ນອກຈາກນັ້ນ ຍັງມີການພົວພັນໄປໆມາໆຄ້າຂາຍ, ເຮັດທຸລະກິດ ຫລື ໄປປະຕິບັດໜ້າທີ່ຕາມສຳນັກງານອົງການ, ກົມກອງ, ບໍລິສັດ, ໂຮງຈັກໂຮງງານ, ໂຮງໝໍ, ຕະຫລາດ ເຊິ່ງເບິ່ງພາບລວມແລ້ວຄືວ່າທຸກສິ່ງຢ່າງຍັງປົກກະຕິຄືຕອນຍັງບໍ່ມີໂຄວິດ-19 ລະບາດ. ຈາກສາເຫດທີ່ກ່າວມານີ້ ຈຶ່ງເຮັດໃຫ້ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃນຊຸມຊົນເພີ່ມສູງຂຶ້ນຢ່າງວິຕົກ.
ແຕ່ແນວໃດກໍຕາມ, ມາຮອດປັດຈຸບັນນີ້ ເຮົາເຫັນວ່າໃຜໆກໍນັບມື້ເລີ່ມຊິນເຄີຍກັບພະຍາດໂຄວິດ-19 ມາຫລາຍເຕີບແລ້ວ ອັນສາເຫດກໍຍ້ອນວ່າ ເມື່ອມາເບິ່ງສະພາບລວມແລ້ວ ພະຍາດນີ້ອາດຈະບໍ່ຖືກດັບສູນໄປງ່າຍໆ ແລະ ມັນຈະຢູ່ກັບມະນຸດເຮົາອີກຕໍ່ໄປໂດຍບໍ່ມີໃຜສາມາດກຳນົດວັນເວລາໄດ້. ຫລ້າສຸດທາງອົງການອະນາໄມໂລກກໍໄດ້ອອກມາເຕືອນຢ່າງລຽນຕິດ ທັງແນະນຳໃຫ້ທຸກປະເທດພ້ອມກັນຕ້ານ ແລະ ສະກັດກັ້ນດ້ວຍວິທີການ ແລະ ມາດຕະການຕ່າງໆໃຫ້ແຂງແຮງ. ພ້ອມກັນນີ້, ໃນກອງປະຊຸມສະໄໝສາມັນຄັ້ງທີ 2 ຂອງສະພາແຫ່ງຊາດຊຸດທີ IX ເຊິ່ງໄດ້ເລີ່ມເປີດຂຶ້ນໃນວັນທີ 1 ພະຈິກ 2021 ຜ່ານມາ.
ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ກໍມີຄຳເຫັນກ່ຽວກັບການແກ້ໄຂໂຄວິດ-19 ວ່າ: ໂຄວິດ-19 ຍັງຈະສືບຕໍ່ແຜ່ລະບາດຢູ່ໃນໂລກ ແລະ ມີທ່າອ່ຽງກາຍພັນເພີ່ມຄວາມຮຸນແຮງຂຶ້ນ ແລະ ເປັນການຄາດຄະເນໄດ້ຍາກ. ສະນັ້ນ ວິທີການແກ້ໄຂຕ້ອງຖືເອົາບັນຫາເສດຖະກິດເປັນໃຈກາງ, ຖືເອົາການປ້ອງກັນສະກັດກັ້ນຄວບຄຸມແກ້ໄຂເປັນບັນຫາສຳຄັນ. ກ່ອນອື່ນໝົດ ແມ່ນການເຂົ້າເຖິງວັກຊີນໃຫ້ທົ່ວເຖິງ. ນອກຈາກນັ້ນ ກໍຕ້ອງໄດ້ເອົາໃຈໃສ່ສຶກສາອົບຮົມປະຊາຊົນໃຫ້ເຂົ້າໃຈ ແລະ ຫັນປ່ຽນຈິນຕະນາການຢູ່ກັບໂຄວິດ-19 ໄດ້ຢ່າງປອດໄພ ເອີ້ນວ່າ: ວິຖີຊີວິດປົກກະຕິແບບໃໝ່ ໄປຄຽງຄູ່ກັບການຄົ້ນຄວ້າຊອກຫາວັກຊີນ, ອຸປະກອນການແພດ ແລະ ຢາປົວທີ່ມີຄຸນນະພາບມາສະໜອງໃຫ້ປະຊາຊົນໄດ້ຢ່າງທົ່ວເຖິງ.
ເຖິງຢ່າງໃດກໍດີ, ຕາມທິດກໍ່າວ່າ, ການຮັກສາຕົນເອງໃຫ້ຢູ່ລອດປອດໄພຈາກໂຄວິດ-19 ນັ້ນ ເປັນທາງອອກທີ່ດີເລີດສຳລັບຄົນລາວທຸກຄົນ.