ນາຍົກລັດຖະມົນຕີອີຣັກລອດຕາຍ ຈາກໂດຣນລອບສັງຫານ ສະຖານະການໃນນະຄອນຫລວງແບກແດດເຄັ່ງຕຶງ

ທ່ານ ມຸສຕາຟາ ອັລ-ຄາດິມີ ນາຍົກລັດຖະມົນຕີອີຣັກ ລອດຊີວິດຈາກເຫດການລອບສັງການເມື່ອວັນທີ 7 ພະຈິກຜ່ານມາ ຫລັງໂດຣນບັນທຸກລະເບີດຕັ້ງເປົ້າຖະຫລົ່ມເຮືອນພັກຂອງທ່ານໃນນະຄອນຫລວງແບກແດດ.
ພົນເອກ ຊາອັກ ມາອັນ ໂຄສົກກະຊວງປ້ອງກັນປະເທດ ເປີດເຜີຍວ່າ: ໂດຣນ 3 ລຳມີສ່ວນກ່ຽວຂ້ອງກັບຄວາມພະຍາຍາມລອບສັງຫານໃນຄັ້ງນີ້ ໂດຍກອງກຳລັງຄວາມໝັ້ນຄົງສາມາດຍິງໂດຣນ 2 ລຳຕົກລົງກ່ອນຈະກະທຳການລອບສັງຫານໄດ້ສຳເລັດ.
ດ້ານກອງທັບອີຣັກກ່າວວ່າ: ທ່ານ ອັລ-ຄາດິມີ ບໍ່ໄດ້ຮັບອັນຕະລາຍ ແລະ ສະບາຍດີ ແລະ ກອງກຳລັງຄວາມໝັ້ນຄົງກຳລັງດຳເນີນມາດຕະການທີ່ຈຳເປັນ ເນື່ອງຈາກຄວາມພະຍາຍາມທີ່ລົ້ມເຫລວດັ່ງກ່າວ.
ແຫລ່ງຂ່າວໃກ້ຊິດກັບຜູ້ນຳອີຣັກເປີດເຜີຍວ່າ: ໃນໄລຍະເວລາເກີດເຫດ ທ່ານ ອັລ-ຄາດິມີ ກຳລັງກັບຈາກການກວດກາກອງກຳລັງຄວາມໝັ້ນຄົງຢູ່ປະຕູເບື້ອງໃຕ້ຂອງ Green Zone ເຊິ່ງເປັນພື້ນທີ່ທີ່ມີການຄຸ້ມກັນໜາແໜ້ນຂອງນະຄອນຫລວງແບກແດດ ແລະ ເປັນເຂດອາໄສຂອງນາຍົກລັດຖະມົນຕີ ຕະຫລອດຈົນອາຄານບ່ອນເຮັດວຽກຂອງໜ່ວຍງານລັດຖະບານ ແລະ ການທູດ.
ໂດຍໃນຂະນະທີ່ທ່ານ ອັລ-ຄາດິມີ ຫາກໍຈະເຂົ້າໄປໃນເຮືອນພັກ ໂດຣນຕິດລະເບີດເລັ່ງເປົ້າໃສ່ສະຖານທີ່ນັ້ນ ສົ່ງຜົນໃຫ້ເຈົ້າໜ້າທີ່ຮັກສາຄວາມປອດໄພເຮືອນພັກນາຍົກລັດຖະມົນຕີໄດ້ຮັບບາດເຈັບ 2-3 ຄົນ ແລະ ສ້າງຄວາມເສຍຫາຍເລັກໜ້ອຍ.
ເຖິງຢ່າງໃດກໍດີ, ຍັງບໍ່ມີໃຜ ຫລື ກຸ່ມໃດອອກມາຮັບວ່າຢູ່ເບື້ອງຫລັງຄວາມພະຍາຍາມລອບສັງຫານໃນຄັ້ງນີ້.
ອ້າງອີງ: