ສະພາ ສະເໜີໃຫ້ 4 ພາກສ່ວນ ໃນຂະບວນຍຸຕິທໍາ ເອົາໃຈໃສ່ຈັດຕັ້ງປະຕິບັດພາລະບົດບາດຂອງຕົນ

ໃນວັນທີ 9 ພະຈິກ ນີ້, ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ປະທານກຳມາທິການກົດໝາຍ ໄດ້ຖະແຫລງກ່ຽວກັບຜົນສຳເລັດ ໃນການພິຈາລະນາວຽກງານ ຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ທີ່ໄດ້ດໍາເນີນໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ສະພາແຫ່ງຊາດ ຊຸດທີ IX ວ່າ: ໃນວັນທີ 6 ແລະ ວັນທີ 8 ພະຈິກ 2021 ຜ່ານມາ, ສະພາໄດ້ຮັບຟັງ ແລະ ພິຈາລະນາເນື້ອໃນສໍາຄັນຕ່າງໆ ຂອງ 4 ພາກສ່ວນໃນຂະບວນຍຸຕິທໍາ ຄື: ບົດລາຍງານ ຂອງສານປະຊາຊົນສູງສຸດ, ບົດລາຍງານ ຂອງອົງການໄອຍະການປະຊາຊົນສູງສຸດ, ລັດຖະມົນຕີກະຊວງຍຸຕິທຳ ແລະ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ກ່ຽວກັບການປະຕິບັດພາລະບົດບາດຂອງຕົນ ຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ເປັນຕົ້ນແມ່ນຄວາມຮັບຜິດຊອບໃນການດຳເນີນຄະດີຕາມຂະບວນຍຸຕິທຳ ປະຈຳປີ 2021 ແລະ ທິດທາງວຽກງານໃນປີ 2022.
ໃນການປະກອບຄຳເຫັນຂອງ ສສຊ ເຕັມໄປດ້ວຍບັນຍາກາດທີ່ເຄັ່ງຮ້ອນ ດ້ວຍຄວາມຮັບຜິດ ຊອບສູງຂອງບັນດາທ່ານສະມາຊິກສະພາແຫ່ງຊາດ ໃນຖານະເປັນຕົວແທນໃຫ້ແກ່ສິດ ແລະ ຜົນປະ ໂຫຍດຂອງປະຊາຊົນລາວບັນດາເຜົ່າ ຊຶ່ງກອງປະຊຸມໄດ້ສະເໜີໃຫ້ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງຍຸຕິທຳ ເອົາໃຈໃສ່ຈັດຕັ້ງປະຕິບັດພາລະບົດບາດຂອງຕົນ ໃນປີ 2022 ໃຫ້ດີຂຶ້ນຕື່ມ:
ຕໍ່ກັບສານປະຊາຊົນສູງສຸດ: ກອງປະຊຸມສະເໜີໃຫ້ຄະນະນຳສານປະຊາຊົນສູງສຸດ ເພີ່ມທະວີການຊີ້ນຳສານປະຊາຊົນແຕ່ລະຂັ້ນ ໃຫ້ເປັນເຈົ້າການປະຕິບັດສິດອຳນາດຂອງຕົນ ໃນການຕັດສິນຄະດີ ຂັ້ນຕົ້ນ, ຂັ້ນອຸທອນ ແລະ ຂັ້ນລົບລ້າງ ໃຫ້ຮັບປະກັນຄຸນນະພາບ ແລະ ປະສິດທິຜົນ ຕາມກົດໝາຍກໍານົດຢ່າງເຂັ້ມງວດ ແລະ ແທດກັບຕົວຈິງ; ກອງປະຊຸມສະເໜີໃຫ້ຄະນະນຳສານປະຊາຊົນສູງສຸດ ເອົາໃຈໃສ່ຍົກສູງຄຸນນະພາບຂອງຜູ້ພິພາກສາ ໃນນີ້ໃຫ້ສຸມໃສ່ຍົກສູງຄຸນທາດການເມືອງ, ຈັນຍາບັນ-ຈັນຍາທໍາ, ຄວາມຮູ້, ຄວາມສາມາດ ແລະ ຄວາມເປັນມືອາຊີບ ຂອງຜູ້ພິພາກສາ ແນໃສ່ເຮັດໃຫ້ການຄົ້ນຄວ້າ, ວິເຄາະ, ວິໄຈ ຄະດີ ແລະ ຕັດສິນຄະດີ ຮັບປະກັນຄວາມສອດຄ່ອງ, ໂປ່ງໃສ, ຖືກຕ້ອງ ແລະ ຍຸຕິທໍາ ຕາມລັດຖະທໍາມະນູນ, ກົດໝາຍ ກໍານົດ ແລະ ເຫດການຕົວຈິງ. ພ້ອມກັນນີ້, ໃຫ້ເດັດດ່ຽວແກ້ໄຂບັນດາປາກົດການຫຍໍ້ທໍ້ທີ່ເກີດຂຶ້ນພາຍໃນຜູ້ພິພາກສາ, ລົງວິໄນຕໍ່ຜູ້ມີການປະພຶດລະເມີດກົດໝາຍ ແລະ ຮັບສິນບົນ ສະເໜີໃຫ້ສານປະຊາຊົນສູງສຸດ ເອົາໃຈໃສ່ປະສານສົມທົບກັບອົງການສືບສວນ-ສອບສວນ, ອົງການໄອຍະການປະຊາຊົນ ແລະ ອົງການອື່ນໆທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ການພິຈາລະນາຄະດີຂອງສານ ມີຄວາມຖືກຕ້ອງ, ພາວະວິໄສ, ທ່ຽງທໍາ, ຍຸຕິທໍາ, ໂປ່ງໃສ ແລະ ຮັບປະກັນໃຫ້ການຕັດສິນຄະດີຂອງສານ ຖືກຕ້ອງຕາມກົດໝາຍ ແລະ ເຫດການຕົວຈິງ.
ຕໍ່ກັບອົງການໄອຍະການປະຊາຊົນສູງສຸດ: ກອງປະຊຸມສະເໜີໃຫ້ຄະນະນຳອົງການໄອຍະການປະຊາຊົນສູງສຸດ ເອົາໃຈໃສ່ຍົກສູງຄວາມເປັນເຈົ້າການ ຂອງອົງການໄອຍະການປະຊາຊົນ ໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໃຫ້ເຕັມສ່ວນ, ຖືກຕ້ອງຕາມທີ່ໄດ້ກຳນົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ເປັນຕົ້ນແມ່ນ: ຍົກສູງຄຸນນະພາບໃນການຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍຂອງອົງການລັດ, ອົງການຈັດຕັ້ງສັງຄົມ, ວິສາຫະກິດ ແລະ ພົນລະເມືອງ; ຍົກສູງຄຸນນະພາບໃນການສັ່ງຟ້ອງຄະດີຂຶ້ນສານ ແລະ ການຕິດຕາມກວດກາ ການດຳເນີນຄະດີຂອງສານແຕ່ລະຂັ້ນ ແລະ ຄຸນນະພາບໃນການຕິດຕາມກວດກາການປະຕິບັດຄໍາຕັດສິນຂອງສານເຮັດໃຫ້ການຈັດຕັ້ງປະຕິບັດຄຳຕັດສິນຂອງສານສິ້ນສຸດຕາມຂະບວນຍຸຕິທຳ.
ຕໍ່ກະຊວງປ້ອງກັນຄວາມສະຫງົບ: ກອງປະຊຸມສະເໜີໃຫ້ຄະນະນຳກະຊວງເອົາໃຈໃສ່ສຶກສາອົບຮົມ ຍົກລະດັບຂອງເຈົ້າໜ້າທີ່ສືບສວນ-ສອບສວນ ເປັນຕົ້ນທາງດ້ານການເມືອງ-ແນວຄິດ ແລະ ວິຊາສະເພາະ ເຮັດໃຫ້ເຈົ້າໜ້າທີ່ສືບສວນ-ສອບສວນ ມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດໜັກແໜ້ນ, ມີນ້ຳໃຈຮັບໃຊ້ຊາດ, ຮັບໃຊ້ປະຊາຊົນຢ່າງບໍລິສຸດໃຈ ພ້ອມທັງເອົາໃຈໃສ່ຕິດຕາມກວດກາຊີ້ນຳການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ສືບສວນ-ສອບສວນ ໃຫ້ຖືກຕ້ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ຕາມກົດໝາຍ ແລະ ລະບຽບການ; ເອົາໃຈໃສ່ປະສານສົມທົບ ກັບອົງການໄອຍະການປະຊາຊົນແຕ່ລະຂັ້ນ ໃຫ້ມີຄວາມໂລ່ງລ່ຽນ ຮັບປະກັນຄຸນນະພາບໃນການດໍາເນີນຄະດີຕາມຂະບວນຍຸຕິທຳ.
ຕໍ່ກະຊວງຍຸຕິທຳ: ກອງປະຊຸມສະເໜີໃຫ້ຄະນະນຳກະຊວງຍຸຕິທຳ ເອົາໃຈໃສ່ຊີ້ນໍາການປັບປຸງອົງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ໃຫ້ມີຄວາມໂປ່ງໃສ, ໜັກແໜ້ນ, ເຂັ້ມແຂງ ສາມາດຈັດຕັ້ງປະຕິບັດຄຳຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດຂອງສານ ໃຫ້ວ່ອງໄວ ແລະ ສິ້ນສຸດຕາມຂັ້ນຕອນຂອງກົດໝາຍ; ສືບຕໍ່ຄົ້ນຄວ້າສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ກ່ຽວກັບການຈັດຕັ້ງປະຕິບັດຄໍາຕັດ ສິນຂອງສານ, ການໃຊ້ແທນຄ່າເສຍຫາຍ, ການປັບໃໝ ແລະ ອື່ນໆ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດຄຳຕັດສິນຂອງສານໃຫ້ສຳເລັດຕາມກົດໝາຍ. ພ້ອມກັນນີ້, ໃຫ້ເອົາໃຈໃສ່ປັບປຸງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ອົງການທະນາຍຄວາມ ແນໃສ່ຮັບປະກັນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຄູ່ຄະດີ.
ກອງປະຊຸມສະເໜີໃຫ້ອົງການສານປະຊາຊົນ, ອົງການໄອຍະການປະຊາຊົນ, ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງຍຸຕິທຳ ຈົ່ງຕັ້ງໜ້າຜັນຂະຫຍາຍຜົນກອງປະຊຸມຮ່ວມລະຫວ່າງ 4 ພາກສ່ວນໃຫ້ລົງເຖິງຂັ້ນທ້ອງຖິ່ນ (ຂັ້ນແຂວງ ແລະ ຂັ້ນເມືອງ) ໃຫ້ເປັນຮູບປະທໍາເປັນຈິງ ແລະ ມີກົນໄກທີ່ສອດຄ່ອງ ເພື່ອຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດ.