ຜູ້ຊ່ຽວຊານຊີ້ ຢາເມັດຕ້ານໂຄວິດ ບໍ່ສາມາດທົດແທນວັກຊີນໄດ້ ເຕືອນຢ່າສັບສົນລະຫວ່າງ ປະໂຫຍດຂອງການປິ່ນປົວກັບການປ້ອງກັນ
ກໍລະນີຜົນສຳເລັດໃນການພັດທະນາຢາເມັດຕ້ານໂຄວິດແບບຮັບປະທານກຳລັງກາຍເປັນອີກຄວາມຫວັງສຳຄັນໃນການປິ່ນປົວຜູ້ຕິດເຊື້ອໂຄວິດ ເຊິ່ງທົ່ວໂລກໃຫ້ຄວາມສົນໃຈ ແລະ ພະຍາຍາມສັ່ງຈອງ ເນື່ອງຈາກຜົນທົດລອງທີ່ເປີດເຜີຍອອກມາສະແດງໃຫ້ເຫັນເຖິງປະສິດທິພາບໃນການຊ່ວຍຫລຸດອາການຮຸນແຮງຈາກການຕິດເຊື້ອໄດ້ຊັດເຈນ ຖ້າໃຫ້ຢາຜູ້ຕິດເຊື້ອໄດ້ໄວ.
ໂດຍປັດຈຸບັນມີຢາເມັດຕ້ານໂຄວິດ 2 ຊະນິດ ທີ່ເປີດເຜີຍຜົນການທົດລອງຂັ້ນຕົ້ນອອກມາໃນຊ່ວງເດືອນນີ້ ໄດ້ແກ່:
- ຢາໂມລນູພິຣາເວຍ (Molnupiravir) ທີ່ພັດທະນາໂດຍບໍລິສັດ Merck & Co ແລະ Ridgeback Biotherapeutics ຂອງອາເມລິກາ.
- ຢາແພກໂລວິດ (Paxlovid) ທີ່ພັດທະນາໂດຍບໍລິສັດ Pfizer ແລະ BioNTech.
ເຊິ່ງຜົນການທົດລອງທາງຄລີນິກໃນໄລຍະທີ 3 ຂອງຢາໂມລນູພິຣາເວຍນັ້ນພົບວ່າ ຜູ້ຕິດເຊື້ອໂຄວິດກຸ່ມຕົວຢ່າງ 775 ຄົນ ທີ່ຮັບປະທານຢາວັນລະ 2 ຄັ້ງ ຕິດຕໍ່ກັນ 5 ວັນ ມີພຽງ 7,3% ທີ່ເກີດອາການໜັກຈົນຕ້ອງເຂົ້າປິ່ນປົວໃນໂຮງໝໍ ແລະ ບໍ່ມີໃຜເສຍຊີວິດ.
ຂະນະທີ່ຢາແພກໂລວິດ ເຊິ່ງທົດລອງໃນໄລຍະທີ 2/3 ພົບວ່າ ຜົນທົດລອງຂັ້ນຕົ້ນຈາກການໃຫ້ຢາຜູ້ຕິດເຊື້ອກຸ່ມຕົວຢ່າງ 1.219 ຄົນ ສາມາດຊ່ວຍຫລຸດອາການໜັກຈົນຕ້ອງເຂົ້າໂຮງໝໍໄດ້ເຖິງ 89%.
ແຕ່ຜົນສຳເລັດໃນການພັດທະນາຢາເມັດຕ້ານໂຄວິດທັງສອງຊະນິດ ບໍ່ແມ່ນວ່າຈະມີແຕ່ຂໍ້ດີ ເນື່ອງຈາກຍັງມີຄວາມສ່ຽງທີ່ປະຊາຊົນໃນກຸ່ມທີ່ບໍ່ໝັ້ນໃຈຕໍ່ການສັກວັກຊີນອາດຫັນໄປເລືອກຮັບປະທານຢາເມັດຕ້ານໄວຣັສແທນ ເຊິ່ງຈະສົ່ງຜົນກະທົບຕໍ່ການຄວບຄຸມສະຖານະການການລະບາດ ໂດຍຜູ້ຊ່ຽວຊານເຕືອນວ່າ: ປະຊາຊົນບໍ່ຄວນສັບສົນລະຫວ່າງປະໂຫຍດຂອງ “ການປິ່ນປົວ” ກັບ “ການປ້ອງກັນ”.
ຄວາມສ່ຽງຈາກການບໍ່ເຊື່ອໝັ້ນວັກຊີນ
- ຕົວຢ່າງທີ່ເຫັນໄດ້ຊັດເຈນຄື ສະຖານະການການລະບາດຂອງໂຄວິດໃນອາເມລິກາທີ່ຍັງຮຸນແຮງ ໂດຍມີຜູ້ຕິດເຊື້ອໃໝ່ເພີ່ມຂຶ້ນວັນລະຫລາຍໝື່ນຄົນ ແລະ ຈົນຮອດຕອນນີ້ ປະຊາກອນອາເມລິກາໃນກຸ່ມຜູ້ໃຫຍ່ທີ່ສັກວັກຊີນຕ້ານໂຄວິດເຂັມທຳອິດແລ້ວມີປະມານ 72% ໂດຍຖືເປັນອັດຕາສັກວັກຊີນທີ່ຂ້ອນຂ້າງຊ້າ ເຊິ່ງລັດຖະບານອາເມລິກາ ແລະ ປະທານາທິບໍດີ ໂຈ ໄບເດນ ລະບຸວ່າ: ສາເຫດມາຈາກກຸ່ມ Anti-Vaxxer ຫລື ກຸ່ມຕໍ່ຕ້ານການສັກວັກຊີນ.
- ຜ່ານມາ ລັດຖະບານອາເມລິກາພະຍາຍາມເລັ່ງເພີ່ມອັດຕາການສັກວັກຊີນທົ່ວປະເທດ ໂດຍມີຄຳສັ່ງບັງຄັບໃຫ້ພະນັກງານໃນໜ່ວຍງານລັດ ແລະ ບໍລິສັດຕ່າງໆ ຕ້ອງສັກວັກຊີນ ເຊິ່ງກໍ່ໃຫ້ເກີດຄວາມບໍ່ພໍໃຈ ແລະ ມີການປະທ້ວງເກີດຂຶ້ນ.
- ການມາຂອງຢາເມັດຕ້ານໂຄວິດຍິ່ງເຮັດໃຫ້ຜູ້ຊ່ຽວຊານດ້ານພະຍາດຕິດຕໍ່ໃນອາເມລິກາກັງວົນວ່າ ແຜນການສັກວັກຊີນອາດໄດ້ຮັບຜົນກະທົບ ເຊິ່ງຈາກຜົນການສຳຫລວດຂັ້ນຕົ້ນໃນກຸ່ມປະຊາຊົນ 3.000 ກວ່າຄົນ ໂດຍໂຮງຮຽນການແພດແຫ່ງມະຫາວິທະຍາໄລເມືອງນິວຢອກ ບົ່ງຊີ້ວ່າ: ຢາເມັດຕ້ານໂຄວິດອາດຂັດຂວາງຄວາມພະຍາຍາມໃນການເຮັດໃຫ້ປະຊາຊົນເຂົ້າຮັບການສັກວັກຊີນ ເນື່ອງຈາກປະຊາຊົນ 1 ຄົນໃນທຸກໆ 8 ຄົນທີ່ສຳຫລວດ ເລືອກຈະປິ່ນປົວໂຄວິດດ້ວຍຢາເມັດ ດີກວ່າເຂົ້າຮັບການສັກວັກຊີນ.
- ດຣ. ປີເຕີ ໂຮເຕຊ ຜູ້ຊ່ຽວຊານດ້ານວັກຊີນ ແລະ ສາສະດາຈານດ້ານໄວຣັສວິທະຍາ ແລະ ຈຸລະຊີວະວິທະຍາລະດັບໂມເລກຸນແຫ່ງວິທະຍາໄລແພດສາດເບເລີ ລະບຸວ່າ: ການມີຢາປິ່ນປົວທີ່ດີສຳລັບຜູ້ຕິດເຊື້ອນັ້ນເປັນຂໍ້ດີ, ແຕ່ການອາໄສຢາຕ້ານໄວຣັສພຽງຢ່າງດຽວນັ້ນຂ້ອນຂ້າງຈະເປັນເດີມພັນທີ່ສູງ ແລະ ມີຄວາມສ່ຽງ.
- ດ້ານສຳນັກຂ່າວ Reuters ເຜີຍແຜ່ຂໍ້ມູນຈາກການສຳພາດຜູ້ຊ່ຽວຊານດ້ານພະຍາດຕິດເຊື້ອ 6 ທ່ານ ເຊິ່ງທຸກທ່ານມີຄວາມເຫັນກົງກັນວ່າ: ຢາເມັດຕ້ານໂຄວິດນັ້ນບໍ່ແມ່ນສິ່ງທີ່ຈະມາທົດແທນວັກຊີນໄດ້ ໂດຍຜົນການສຶກສາວິໄຈຂອງລັດຖະບານອາເມລິກາ ຊີ້ວ່າ: ເຖິງວ່າປັດຈຸບັນສະຖານະການການລະບາດຂອງໂຄວິດທີ່ຮຸນແຮງຈະເກີດຈາກການລະບາດຂອງໄວຣັສສາຍພັນເດວຕາ, ແຕ່ວັກຊີນຈາກ Pfizer/BioNTech ຍັງໃຫ້ປະສິດທິພາບໃນການປ້ອງກັນການຕິດເຊື້ອ ແລະ ຊ່ວຍຫລຸດອາການໜັກໄດ້ເຖິງ 86,8%.
- ກຸ່ມຜູ້ຊ່ຽວຊານຍັງເຜີຍວ່າ: ປະຊາຊົນທີ່ບໍ່ຍອມສັກວັກຊີນບາງຄົນຕອນນີ້ເລືອກອາໄສຢາປິ່ນປົວໂຄວິດທີ່ເອີ້ນວ່າ: Monoclonal antibody ເຊິ່ງຕ້ອງສັກເຂົ້າຮ່າງກາຍຜ່ານເສັ້ນເລືອດດຳ ໂດຍໝັ້ນໃຈວ່າຈະຊ່ວຍຫລຸດອາການປ່ວຍໜັກໄດ້ໃນກໍລະນີທີ່ເກີດການຕິດເຊື້ອ.
- ຂະນະທີ່ Reuters ຍັງສຳພາດທ່ານ ອັລເບິຣ ບູລາ CEO ຂອງ Pfizer ເຊິ່ງເບິ່ງວ່າ: ການເລືອກບໍ່ສັກວັກຊີນຕ້ານໂຄວິດນັ້ນ “ຈະເປັນຄວາມຜິດທີ່ໜ້າສະຫລົດໃຈ” ເນື່ອງຈາກຢາເມັດຕ້ານໂຄວິດນັ້ນໃຊ້ສຳລັບການປິ່ນປົວ ແລະ ສຳລັບຜູ້ທີ່ຕິດເຊື້ອ ແລະ “ບໍ່ຄວນມີເຫດຜົນທີ່ຈະບໍ່ປ້ອງກັນຕົນເອງ ແລະ ເຮັດໃຫ້ຕົນເອງ ແລະ ຄອບຄົວ ລວມທັງສັງຄົມ ຕົກຢູ່ໃນອັນຕະລາຍ”.
ຄວາມທ້າທາຍຂອງຢາເມັດຕ້ານໄວຣັສ
- ຜູ້ຊ່ຽວຊານຊີ້ວ່າ: ໜຶ່ງເຫດຜົນຫລັກທີ່ບໍ່ຄວນອາໄສແຕ່ຢາເມັດຕ້ານໂຄວິດ ການປິ່ນປົວດ້ວຍຢາຕ້ານໄວຣັສນັ້ນຈະຢຸດການຜະລິດໄວຣັສໃນຮ່າງກາຍ ເຊິ່ງຢາຈະຕ້ອງຖືກໃຫ້ຕັ້ງແຕ່ໄລຍະທຳອິດຫລັງຕິດເຊື້ອ ເພາະການເພີ່ມຈຳນວນຂອງໄວຣັສໂຄວິດໃນຮ່າງກາຍນັ້ນມີຫລາຍໄລຍະ.
- ໂດຍໄລຍະທຳອິດນັ້ນໄວຣັສຈະເພີ່ມຈຳນວນໃນຮ່າງກາຍຢ່າງວ່ອງໄວ ຈາກນັ້ນໄລຍະທີ 2 ເຊິ່ງເປັນໄລຍະທີ່ສົ່ງຜົນກະທົບຮ້າຍແຮງທີ່ສຸດຕໍ່ຮ່າງກາຍຄື ການຕອບສະໜອງຂອງພູມຕ້ານທານບົກຜ່ອງທີ່ເກີດຈາກການເພີ່ມຈຳນວນໄວຣັສ.
“ເມື່ອທ່ານມີອາການຫາຍໃຈລຳບາກ ຫລື ມີອາການອື່ນໆ ທີ່ອາດເຮັດໃຫ້ຕ້ອງເຂົ້າຮັບການປິ່ນປົວໃນໂຮງໝໍ ທ່ານຢູ່ໃນໄລຍະທີ່ພູມຕ້ານທານບົກຜ່ອງ ເຊິ່ງຢາຕ້ານໄວຣັສບໍ່ໄດ້ໃຫ້ປະໂຫຍດຫລາຍ” ດຣ. ເຊລິນ ການເດີ ຜູ້ຊ່ຽວຊານດ້ານພະຍາດຕິດເຊື້ອຊາວອາເມລິກາ ກ່າວ.
- ເຊິ່ງຄວາມທ້າທາຍທີ່ສຳຄັນຄື ການຕ້ອງເລັ່ງໃຫ້ຢາຕ້ານໄວຣັສແກ່ຜູ້ຕິດເຊື້ອແຕ່ຫົວທີ່ ເນື່ອງຈາກໄລຍະເວລາທີ່ໄວຣັສປ່ຽນຜ່ານຈາກໄລຍະການເພີ່ມຈຳນວນໄປສູ່ໄລຍະຂອງການເກີດອາການອັກເສບນັ້ນຂ້ອນຂ້າງໄວ.
- ຂະນະທີ່ ດຣ. ໂຮເຕຊ ຊີ້ວ່າ: ການເກີດອາການອັກເສບສຳລັບຜູ້ຕິດເຊື້ອບາງຄົນຈະເກີດຂຶ້ນໄວ, ແຕ່ບາງຄົນຈະເກີດຂຶ້ນຊ້າ ເຊິ່ງໃນໄລຍະທຳອິດນັ້ນ ຫລາຍຄົນຈະມີອາການດີຂຶ້ນຢ່າງໜ້າປະຫລາດໃຈ ໂດຍບໍ່ຮູ້ວ່າລະດັບອົກຊີໃນຮ່າງກາຍຂອງພວກເຂົານັ້ນກຳລັງຫລຸດລົງ ເຊິ່ງເປັນໜຶ່ງໃນສັນຍານທີ່ບອກວ່າ ໄລຍະການເກີດອາການອັກເສບຈາກການຕິດເຊື້ອນັ້ນກຳລັງເລີ່ມຕົນຂຶ້ນ.
ອ້າງອີງ:
- https://www.reuters.com/business/healthcare-pharmaceuticals/covid-19-pills-are-coming-no-substitute-vaccines-disease-experts-say-2021-11-08/
- https://www.pfizer.com/news/press-release/press-release-detail/pfizers-novel-covid-19-oral-antiviral-treatment-candidate
- https://www.merck.com/news/merck-and-ridgebacks-investigational-oral-antiviral-molnupiravir-reduced-the-risk-of-hospitalization-or-death-by-approximately-50-percent-compared-to-placebo-for-patients-with-mild-or-moderat/