ແພດໝໍ ແຂວງໄຊສົມບູນ ເອົາໃຈໃສ່ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຫາຍດີ ຕື່ມອີກ 9 ຄົນ


ແຫລ່ງຂ່າວແຂວງໄຊສົມບູນແຈ້ງວ່າ: ແພດໝໍ ຢູ່ສູນປິ່ນປົວຜູ້ຕິດເຊື້ອພະຍາດ ໂຄວິດ-19 ແຂວງໄຊສົມບູນ ໄດ້ສຳເລັດການປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຫາຍດີ ຕື່ມອີກ 9 ຄົນ. ຊຶ່ງພິທີມອບ-ສົ່ງຜູ້ຕິດເຊື້ອກັບຄືນໄປສູ່ຄອບຄົວ ໄດ້ມີຂຶ້ນໃນວັທີ 10 ພະຈິກນີ້ ໂດຍມີ ທ່ານ ອຳນວຍການໂຮງໝໍ ແຂວງ ແລະ ຫົວໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ແຂວງ ພ້ອມດ້ວຍທິມງານແພດໝໍ ເຂົ້າຮ່ວມນຳດ້ວຍ.
ທ່ານ ອຳນວຍການໂຮງຫມໍເວົ້າວ່າ: ນີ້ແມ່ນຄວາມພະຍາຍາມສູງຂອງທິມງານແພດໝໍ ທີ່ໄດ້ສຸມສະຕິປັນຍາ ເຫື່ອແຮງ ແລະ ເອົາໃຈໃສ່ຕິດຕາມປິ່ນປົວຄົນເຈັບໄດ້ສຳເລັດ ພ້ອມໄດ້ຮຽກຮ້ອງໃຫ້ແພດໝໍ ຈົ່ງສືບຕໍ່ຍົກສູງຄວາມຮັບຜິດຊອບ ແລະຮັກສາຈັນຍາບັນຂອງແພດໃຫ້ຫນັກແຫນ້ນເພື່ອຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ. ສ່ວນຜູ້ອອກໂຮງໝໍ ໄປກໍຕ້ອງເຂັ້ມງວດປະຕິບັດມາດຕະການຕ່າງໆໃນການສະກັດກັ້ນ ແລະ ປ້ອງກັນຕົຍເອງ,ຈຳກັດບໍລິເວນຢູ່ເຮືອນຕື່ມອີກຢ່າງຫນ້ອຍ 7 ວັນ ຈຶ່ງສາມາດອອກພົວພັນສັງຄົມໄດ້.
ປັດຈຸບັນ ຢູ່ ສູນປິ່ນປົວຜູ້ຕິດເຊື້ອໂຄວິດ-19 ແຂວງໄຊສົມບູນ ມີຜູ້ຕິດເຊື້ອ ເຂົ້າມາປິ່ນປົວສະສົມທັງໝົດ 92 ຄົນ, ປິ່ນປົວຫາຍດີແລ້ວ 32 ຄົນ, ກຳລັງປິ່ນປົວ 60 ຄົນ ໃນນັ້ນມີຄົນເຈັບທີ່ຕິດຕາມ 1 ຄົນ ໄດ້ສົ່ງໄປປິ່ນປົວຕໍ່ຢູ່ໂຮງໝໍສູນກາງ.