ປກສ ກຸ່ມສີວິໄລ ສຶກສາອົບຮົມ ກຸ່ມໄວໜຸ່ມ ທີ່ຕັ້ງວົງຊຸມແຊວເຫລົ້າ-ເບຍ

ປກສ ກຸ່ມສີວິໄລ ສຶກສາອົບຮົມ ກຸ່ມໄວໜຸ່ມ ທີ່ຕັ້ງວົງຊຸມແຊວເຫລົ້າ-ເບຍ - 257141 e1637125938278 - ປກສ ກຸ່ມສີວິໄລ ສຶກສາອົບຮົມ ກຸ່ມໄວໜຸ່ມ ທີ່ຕັ້ງວົງຊຸມແຊວເຫລົ້າ-ເບຍ
ປກສ ກຸ່ມສີວິໄລ ສຶກສາອົບຮົມ ກຸ່ມໄວໜຸ່ມ ທີ່ຕັ້ງວົງຊຸມແຊວເຫລົ້າ-ເບຍ - kitchen vibe - ປກສ ກຸ່ມສີວິໄລ ສຶກສາອົບຮົມ ກຸ່ມໄວໜຸ່ມ ທີ່ຕັ້ງວົງຊຸມແຊວເຫລົ້າ-ເບຍ
ເວລາ 17:00 ໂມງ ຂອງວັນທີ 14 ພະຈິກ 2021 ໄດ້ມີກຸ່ມໄວໜຸ່ມ ທີ່ຕັ້ງວົງຊຸມແຊວເຫລົ້າ-ເບຍ ຢູ່ຮ່ອມ 5 ໜ່ວຍ 28 ຢູ່ເຮືອນ ຂອງ ນາງ ຈັນສະໝອນ ອາຍຸ 42 ປີ ບ້ານຊ້າງຄູ້ ເມືອງໄຊທານີ ນະຄອນຫລວງວຽງຈັນ, ມີລູກຊາຍ ຜູ້ກ່ຽວຊື່ ທ້າວ ສັນທະນູສອນ ອາຍຸ 18 ປີ ພາໝູ່ມາຕັ້ງວົງດື່ມສິ່ງມຶນເມົາ ຈົນຮອດ 03:00 ໂມງ ຂອງວັນທີ 15 ພະຈິກ 2021 ອໍານາດການປົກຄອງບ້ານ ໄດ້ເຂົ້າໄປກ່າວເຕືອນພວກກ່ຽວກໍບໍ່ຢຸດເຊົາ ມາຮອດເວລາ 06:00 ໂມງ ເຈົ້າໜ້າທີ່ ສນ 1191 ສະພັງເມິກ ໄດ້ເຂົ້າກວດກາ ແລະ ແກ້ໄຂ ເຊີນພວກກ່ຽວ 11 ຄົນ ຍິງ 4 ຄົນ ໄປຫ້ອງການບ້ານ ເພື່ອທໍາການສຶກສາອົບຮົມ ແລະ ນຳໃຊ້ມາດຕະການ.
ກອງບັນຊາການ ປກສ ນະຄອນຫລວງວຽງຈັນ  ຮຽກຮ້ອງມາຍັງທຸກຄົນໃນທົ່ວສັງຄົມ ໂດຍສະເພາະຊາວນະຄອນຫລວງວຽງຈັນ ຈົ່ງພ້ອມກັນເປັນເຈົ້າການຈັດຕັ້ງປະຕິບັດແຈ້ງການເລກທີ 1494/ຫສນຍ ວ່າດ້ວຍການສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່  ໃຫ້ຫລຸດໜ້ອຍຖອຍລົງ, ຖ້າພົບເຫັນບັນຫາປະກົດການຫຍໍ້ທໍ້ ຂໍໃຫ້ແຈ້ງ ວອດແອັບ ປກສ ນວ ເບີ 020 28899774.
ປກສ ກຸ່ມສີວິໄລ ສຶກສາອົບຮົມ ກຸ່ມໄວໜຸ່ມ ທີ່ຕັ້ງວົງຊຸມແຊວເຫລົ້າ-ເບຍ - 4 - ປກສ ກຸ່ມສີວິໄລ ສຶກສາອົບຮົມ ກຸ່ມໄວໜຸ່ມ ທີ່ຕັ້ງວົງຊຸມແຊວເຫລົ້າ-ເບຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!