ສປປ ລາວ ຖືກຈັດຢູ່ໃນຈຳນວນ 95 ປະເທດທົ່ວໂລກທີ່ ທີ່ໄຟເຊີອະນຸຍາດໃຫ້ຜະລິດຢາຕ້ານໂຄວິດ-19

ສປປ ລາວ ຖືກຈັດຢູ່ໃນຈຳນວນ 95 ປະເທດທົ່ວໂລກທີ່ ທີ່ໄຟເຊີອະນຸຍາດໃຫ້ຜະລິດຢາຕ້ານໂຄວິດ-19 - AP21320406930001 scaled - ສປປ ລາວ ຖືກຈັດຢູ່ໃນຈຳນວນ 95 ປະເທດທົ່ວໂລກທີ່ ທີ່ໄຟເຊີອະນຸຍາດໃຫ້ຜະລິດຢາຕ້ານໂຄວິດ-19
ສປປ ລາວ ຖືກຈັດຢູ່ໃນຈຳນວນ 95 ປະເທດທົ່ວໂລກທີ່ ທີ່ໄຟເຊີອະນຸຍາດໃຫ້ຜະລິດຢາຕ້ານໂຄວິດ-19 - kitchen vibe - ສປປ ລາວ ຖືກຈັດຢູ່ໃນຈຳນວນ 95 ປະເທດທົ່ວໂລກທີ່ ທີ່ໄຟເຊີອະນຸຍາດໃຫ້ຜະລິດຢາຕ້ານໂຄວິດ-19

ອີງຕາມການລາຍງານຂອງເວັບໄຊ ໄຟເຊີ (Pfizer) ວັນທີ 16 ພະຈິກ 2021 ນີ້ໃຫ້ຮູ້ວ່າ: ໄຟເຊີ (Pfizer) ອະນຸຍາດໃຫ້ປະເທດຖານະປານກາງ-ທຸກຍາກຈຳນວນ 95 ປະເທດທົ່ວໂລກ ຜະລິດ ແລະ ຈຳໜ່າຍຢາເມັດຕ້ານໂຄວິດຂອງບໍລິສັດໄດ້ໃນລາຄາຖືກ ໜຶ່ງໃນມີ ສປປ ລາວນຳດ້ວຍ ເຊິ່ງໃນຈຳນວນດັ່ງກ່າວນີ້ ແມ່ນກວມເອົາອັດຕາສ່ວນ 53% ຂອງປະຊາກອນໂລກ.

ໃນຂໍ້ຕົກລົງດັ່ງກ່າວ ໄຟເຊີ ຈະໃຫ້ສິດ MPP ໃນການໃຊ້ສິດຍ່ອຍເຮັດສັນຍາກັບຜູ້ຜະລິດຢາສາມັນໃນປະເທດທີ່ໄດ້ຮັບອະນຸຍາດ ໃຫ້ສາມາດຜະລິດຢາເມັດຕ້ານເຊື້ອໂຄວິດຂອງໄຟເຊີ ຫຼື ທີ່ມີຊື່ທາງການຄ້າວ່າ ແພັກຊ໌ໂລວິດ (Paxlovid) ໄດ້.

ໃນກຸ່ມປະເທດ ອາຊຽນ ມີລາຍຊື່ 6 ປະເທດ ປະກອບມີ ລາວ, ມຽນມາ, ກຳປູເຈຍ, ອິນໂດເນເຊຍ, ຟິລິບປິນ ແລະ ຫວຽດນາມ. ສ່ວນ ໄທ, ສິງກະໂປ, ມາເລເຊຍ ແລະ ບຣູໄນ ບໍ່ໄດ້ລະບຸໄວ້ໃນສັນຍາດດັ່ງກ່າວ.

ອີກຢ່າງໜຶ່ງທີ່ສຳຄັນ ໃນຂໍ້ຕົກລົງດັ່ງກ່າວນີ້ ໄຟເຊີຈະບໍ່ໄດ້ຮັບຄ່າຕອບແທນຊັບສິນທາງປັນຍາ ໃດໆຈາກການຂາຍຢາສາມັນ ຕາບໃດທີ່ ສາທາລະນະສຸກໂດຍອົງການອະນາໄມໂລກ ຈັດໃຫ້ ພະຍາດໂຄວິດ-19 ຢູ່ໃນພາວະສຸກເສີນ.

ສປປ ລາວ ຖືກຈັດຢູ່ໃນຈຳນວນ 95 ປະເທດທົ່ວໂລກທີ່ ທີ່ໄຟເຊີອະນຸຍາດໃຫ້ຜະລິດຢາຕ້ານໂຄວິດ-19 - 5 - ສປປ ລາວ ຖືກຈັດຢູ່ໃນຈຳນວນ 95 ປະເທດທົ່ວໂລກທີ່ ທີ່ໄຟເຊີອະນຸຍາດໃຫ້ຜະລິດຢາຕ້ານໂຄວິດ-19
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!