ລັດຖະບານໄທ ເຫັນດີໃຫ້ແຮງງານຈາກ 3 ສັນຊາດ ສືບຕໍ່ຢູ່ເຮັດວຽກໃນປະເທດ ເປັນກໍລະນີພິເສດ

ລັດຖະບານໄທ ເຫັນດີໃຫ້ແຮງງານຈາກ 3 ສັນຊາດ ສືບຕໍ່ຢູ່ເຮັດວຽກໃນປະເທດ ເປັນກໍລະນີພິເສດ - 186482642 1970182369808748 5211762624395000279 n - ລັດຖະບານໄທ ເຫັນດີໃຫ້ແຮງງານຈາກ 3 ສັນຊາດ ສືບຕໍ່ຢູ່ເຮັດວຽກໃນປະເທດ ເປັນກໍລະນີພິເສດ
ລັດຖະບານໄທ ເຫັນດີໃຫ້ແຮງງານຈາກ 3 ສັນຊາດ ສືບຕໍ່ຢູ່ເຮັດວຽກໃນປະເທດ ເປັນກໍລະນີພິເສດ - kitchen vibe - ລັດຖະບານໄທ ເຫັນດີໃຫ້ແຮງງານຈາກ 3 ສັນຊາດ ສືບຕໍ່ຢູ່ເຮັດວຽກໃນປະເທດ ເປັນກໍລະນີພິເສດ

ຕາມການລາຍງານຂ່າວຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມໃຫ້ຮູ້ວ່າ: ວັນທີ 12 ພະຈິກ 2021 ຜ່ານມາ, ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈຳບາງກອກ, ໄດ້ແຈ້ງເຖິງກະຊວງການຕ່າງປະເທດ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່ຽວກັບ ລັດຖະບານໄທ ເຫັນດີອະນຸຍາດໃຫ້ແຮງງານຕ່າງປະເທດທັງ 3 ສັນຊາດຄື: ກຳປູເຈຍ, ມຽນມາ ແລະ ລາວ ສືບຕໍ່ຢູ່ເຮັດວຽກໃນປະເທດໄທ ເປັນກໍລະນີພິເສດ ຕາມມະຕິຂອງ ຄະນະລັດຖະມົນຕີ.

ໃນແຈ້ງການຂອງສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈຳບາງກອກ ໄດ້ລະບຸວ່າ: ເລີ່ມແຕ່ວັນທີ 1 ພະຈິກ 2021 ເປັນຕົ້ນມາ, ລັດຖະບານຂອງໄທ ໄດ້ປະກາດເປີດປະເທດຮັບເອົານັກທ່ອງທ່ຽວຈາກ 63 ປະເທດໃຫ້ສາມາດເດີນທາງເຂົ້າປະເທດໂດຍບໍ່ຕ້ອງຈຳກັດບໍລິເວນ 14 ວັນ ເພື່ອເລັ່ງການຟື້ນຟູເສດຖະກິດ ພາຍຫລັງທີ່ໄດ້ຮັບຜົນກະທົບຢ່າງໜັກຕໍ່ການລະບາດຂອງເຊື້ອພະຍາດໂຄວິດ-19, ຈາກການປະກາດດັ່ງກ່າວ ໄດ້ສ້າງຄວາມບໍ່ເຂົ້າໃຈຕໍ່ກັບບາງກຸ່ມຄົນ ເປັນຕົ້ນ ບັນດາຜູ້ອອກແຮງງານຈາກປະເທດໃກ້ຄຽງເຂົ້າ ໃຈຜິດວ່າ ສາມາດເດີນທາງກັບເຂົ້າມາເຮັດວຽກຢູ່ໄທໄດ້ແລ້ວ, ເຊິ່ງໃນສອງອາທິດຜ່ານມາ ໄດ້ມີແຮງງານຈາກປະເທດມຽນມາ 342 ຄົນ ພາກັນລັກລອບເຂົ້າເມືອງແບບຜິດກົດໝາຍ ແລະ ຖືກເຈົ້າໜ້າທີ່ຂອງຝ່າຍໄທຈັບກຸມ, ປັບໃໜ ແລະ ສົ່ງກັບຄືນປະເທດ, ກ່ອນການເດີນທາງແຮງງານກຸ່ມນີ້ຕ້ອງໄດ້ຈ່າຍເງິນປະມານ 25.000 ບາດ/ຄົນ ໃຫ້ກັບຂະບວນການນາຍໜ້າ ເພື່ອແລກກັບການອໍານວຍຄວາມສະດວກໃນການເດີນທາງ, ຕໍ່ກັບເຫດການແບບນີ້ຍັງບໍ່ທັນປະກົດເຫັນເກີດຂຶ້ນກັບແຮງງານລາວເຮົາເທື່ອ, ແຕ່ໃນອະນາຄົດອັນໃກ້ນີ້ ຄາດວ່າອາດຈະມີແຮງງານລາວຈຳນວນໜຶ່ງ ທີ່ຈະລັບລອບກັບເຂົ້າມາໄທແບບບໍ່ຖືກຕ້ອງ.

ໃນວັນທີ 5 ພະຈິກ 2021, ກະຊວງມະຫາດໄທ (ກະຊວງປ້ອງກັນຄວາມສະຫງົບ) ໄດ້ອອກປະກາດຕາມມະຕິຂອງ ຄະນະລັດຖະມົນຕີ ເຫັນດີອະນຸຍາດໃຫ້ແຮງງານຕ່າງປະ ເທດທັງ ກຳປູເຈຍ, ມຽນມາ ແລະ ລາວ ສືບຕໍ່ຢູ່ເຮັດວຽກໃນປະເທດໄທ ເປັນກໍລະນີພິເສດ ເຖິງວ່າແຮງງານເຫລົ່ານັ້ນ ຈະຢູ່ຢ່າງຖືກຕ້ອງ ຫລື ບໍ່ຖືກຕ້ອງຕາມກົດໝາຍກໍຕາມ.

ຕໍ່ກັບນະໂຍບາຍ ແລະ ມາດຕະການຕ່າງໆທີ່ລັດຖະບານໄທ ອອກມານັ້ນ ເປັນວິທີການແກ້ໄຂບັນຫາການຂາດແຄນແຮງງານຕ່າງປະເທດ, ໃນປັດຈຸບັນ ຕະຫລາດແຮງງານຂອງໄທ ຕ້ອງການນຳໃຊ້ແຮງງານຈາກ 3 ສັນຊາດ: ກຳປູເຈຍ, ມຽນມາ ແລະ ລາວ ປະມານ 4 ແສນກວ່າຄົນ ເພື່ອສະໜອງເຂົ້າໃນຫົວໜ່ວຍທຸລະກິດ, ໂຮງຈັກໂຮງງານ ແລະ ປະເພດຕຳແໜ່ງງານທີ່ແຮງງານຄົນໄທມີໜ້ອຍ, ນອກນັ້ນ ການເປີດປະເທດຍັງເຮັດໃຫ້ຄວາມຕ້ອງການນຳໃຊ້ແຮງງານເພີ່ມຂຶ້ນ ແລະ ຈະສົ່ງຜົນໃຫ້ບັນຫາການຂາດແຄນແຮງງານເພີ່ມທະວີຄວາມຮຸນແຮງຂຶ້ນ. ສະນັ້ນ ເມື່ອຕະຫລາດແຮງງານຂອງໄທ ມີຄວາມຕ້ອງ ການນຳເຂົ້າແຮງງານຕ່າງປະເທດຈຳນວນຫລາຍ, ແນ່ນອນວ່າກຸ່ມຄົນບໍ່ຫວັງດີ, ນາຍໜ້າ ແລະ ຂະບວນການຕົວະຍົວະຫລອກລວງ ເອົາແຮງງານຈາກປະເທດໃກ້ຄຽງເຂົ້າມາສະ ໜອງໃຫ້ຕະຫລາດພາຍໃນປະເທດ ຈະນັບມື້ນັບມີຫລາຍ ແລະ ຍາກທີ່ຈະສະກັດກັ້ນໄດ້, ສະຖານທູດ ຈຶ່ງສະເໜີມາຍັງພາກສ່ວນທີ່ກ່ຽວຂ້ອງຂອງລາວເຮົາ ເພື່ອຮ່ວມກັນວາງແຜນ ແລະ ແກ້ໄຂບັນຫາຄວາມຫຍຸ້ງຍາກ ທີ່ອາດຈະເກີດຂຶ້ນໃນອະນາຄົດອັນໃກ້.

ລັດຖະບານໄທ ເຫັນດີໃຫ້ແຮງງານຈາກ 3 ສັນຊາດ ສືບຕໍ່ຢູ່ເຮັດວຽກໃນປະເທດ ເປັນກໍລະນີພິເສດ - 4 - ລັດຖະບານໄທ ເຫັນດີໃຫ້ແຮງງານຈາກ 3 ສັນຊາດ ສືບຕໍ່ຢູ່ເຮັດວຽກໃນປະເທດ ເປັນກໍລະນີພິເສດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!