ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຊີ້ແຈງ ຄໍາຖາມທີ່ສັງຄົມໃຫ້ຄວາມສົນໃຈ ກ່ຽວກັບພະຍາດໂຄວິດ-19

ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຊີ້ແຈງ ຄໍາຖາມທີ່ສັງຄົມໃຫ້ຄວາມສົນໃຈ ກ່ຽວກັບພະຍາດໂຄວິດ-19 - 201217620 1951263555026440 282160003485285170 n - ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຊີ້ແຈງ ຄໍາຖາມທີ່ສັງຄົມໃຫ້ຄວາມສົນໃຈ ກ່ຽວກັບພະຍາດໂຄວິດ-19
ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຊີ້ແຈງ ຄໍາຖາມທີ່ສັງຄົມໃຫ້ຄວາມສົນໃຈ ກ່ຽວກັບພະຍາດໂຄວິດ-19 - kitchen vibe - ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຊີ້ແຈງ ຄໍາຖາມທີ່ສັງຄົມໃຫ້ຄວາມສົນໃຈ ກ່ຽວກັບພະຍາດໂຄວິດ-19

ວັນທີ 24 ພະຈິກ 2021 ນີ້,  ທ່ານ ດຣ.​ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ແຫລງຊີ້ແຈງ 2 ຄຳຖາມສັງຄົມໃຫ້ຄວາມສົນໃຈ ຄຳຖາມທີ1. ໄດ້ຖາມວ່າ: ການລະບາດຂອງພະຍາດໂຄວິດ-19 ຈະສີ້ນສຸດມື້ໃດ? ແລະ ຄໍາຖາມທີ2 ຖາມວ່າ: ຖ້າພະຍາດໂຄວິດ-19 ບໍ່ສາມາດຖືກລົບລ້າງໄດ້ ພວກເຮົາຈະຕ້ອງໄດ້ປະຕິບັດຕົນເເນວໃດ?

ທ່ານໄດ້ຊີ້ແຈງຄໍາຖາມທີ1 ວ່າ: ເນື່ອງຈາກວ່າການລະບາດຄັ້ງນີ້ ແມ່ນມີສາຍເຫດ ຂອງສາຍພັນ ເດວຕ້າ ເຊິງເຮັດໃຫ້ສາມາດຕິດເຊື້ອໄດ້ງ່າຍ ແລະ ຍັງສາມາດແຜ່ເຊື້ອໃສ່ຜູ້ທີ່ໄດ້ຮັບວັກຊິນຄົບໂດສ. ມາຮອດປະຈຸບັນຫລາຍປະເທດທີ່ມີອັດຕາການສັກວັກຊິນສູງກວ່າ 70% ເຖິງວ່າຍັງມີການຕິດເຊື້ອສູງ ແຕ່ຈໍານວນຄົນເຈັບໜັກທີ່ຈະຕ້ອງເຂົ້ານອນໂຮງໝໍປິ່ນປົວ ລວມທັງການເສຍຊິວິດແມ່ນໜ້ອຍຫລາຍ. ດັ່ງນັ້ນ, ນັກວິທະຍາສາດຊັ້ນນໍາຫລາຍຄົນ ມີຄໍາເຫັນວ່າພະຍາດໂຄວິດ-19 ອາດຈະກາຍເປັນພະຍາດທີ່ຢູ່ນໍາໂລກເຮົາຕໍ່ໄປເຊັ່ນ: ຄືໄຂ້ຫວັດລະດູການ, ພະຍາດໄຂ້ຫວັດສັດປີກ, ພະຍາດວັນນະໂລກ.

ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຊີ້ແຈງ ຄໍາຖາມທີ່ສັງຄົມໃຫ້ຄວາມສົນໃຈ ກ່ຽວກັບພະຍາດໂຄວິດ-19 - Visit Laos Visit SALANA BOUTIQUE HOTEL - ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຊີ້ແຈງ ຄໍາຖາມທີ່ສັງຄົມໃຫ້ຄວາມສົນໃຈ ກ່ຽວກັບພະຍາດໂຄວິດ-19

ຊີ້ແຈງຄໍາຖາມທີ 2. ເມື່ອພວກເຮົາບໍ່ສາມາດຈໍາກັດພະຍາດໂຄວິດ-19 ໃຫ້ກາຍເປັນສູນໄດ້ ສັງຄົມຈະຕ້ອງໄດ້ຮຽນຮູ້ວິທີການຢູ່ຮ່ວມກັບໂຄວິດ-19 ແບບປອດໄພ ຄືແນວໃດ ໂດຍສະເພາະໃນຊຸມປີຂ້າງໜ້າ ແຕ່ຄຽງຄູ່ກັນນັ້ນ ສັງຄົມຈະຕ້ອງໄດ້ຕັດສິນ ວິທີການຕ່າງໆ ທີ່ຈະຢູ່ຮ່ວມກັບມັນໄດ້ ປະກອບມີ 4 ຂໍ້ ຄື:

  1. ສິ່ງທີ່ເຮົາຄວນຮຽນຮູ້ຄື: ຜູ້ທີ່ໄດ້ຮັບວັກຊິນຄົບໂດສຈະມີໂອກາດຕິດເຊື້ອໜ້ອຍ ແລະ ຖ້າຕິດເຊື້ອ ແມ່ນອາການເບົາບາງ ຫລື ເກືອບບໍ່ຮູສືກໂຕ, ຮ່າງກາຍຈະຟືນຟູ ເອົາຊະນະພະຍາດພາຍໃນ 14 ວັນ. ສະນັ້ນ, ພວກເຮົາຈະຕ້ອງໄດ້ເອົາໃຈໃສ່ເລັ່ງໃຫ້ປະຊາຊົນທຸກຄົນທີ່ຢູ່ໃນກຸ່ມເປົ້າໝາຍສັກຢາໃຫ້ໄດ້ສັກໄວເທົ່າທີ່ໄວໄດ້.
  2. ເຮົາຕ້ອງຍອມຮັບກອບຂອງນິຍາມ “ວິຖີຊິວິດແບບໃໝ່”, ເຊິງໝາຍຄວາມວ່າເຮົາຈະຕ້ອງໄດ້ສືບຕໍ່ໃສ່ຜ້າປິດປາກ-ດັງ ເມື່ອອອກນອກບ້ານ ເຂົ້າສູ່ຊຸມຊົນ, ການລ້າງມື, ການຮັກສາໄລຍະຫ່າງ ແມ່ນຈະຕ້ອງເປັນກິດຈະກໍາທີ່ເຮັດແບບສີ້ນເຄີຍ ຖ້າບໍ່ເຮັດ ແມ່ນຮູ້ສຶກບໍ່ສະບາຍໃຈ.
  3. ເຮົາຈະຕ້ອງໄດ້ປະຕິບັດບັນດາຄໍາແນະນໍາຕ່າງໆທີ່ເຮັດໃຫ້ການຕິດເຊື້ອຊ້າລົງ.
  4. ຂະແໜງສາທາລະນະສຸກຈະຕ້ອງໄດ້ຄົ້ນຄວ້າ ວ່າຈະຫຼຸດຜ່ອນອັດຕາການເຈັບໜັກ ຫລື ເສຍຊິວິດ ຍ້ອນໂຄວິ-19 ໄດ້ແນວໃດ.

 

ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຊີ້ແຈງ ຄໍາຖາມທີ່ສັງຄົມໃຫ້ຄວາມສົນໃຈ ກ່ຽວກັບພະຍາດໂຄວິດ-19 - 3 - ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຊີ້ແຈງ ຄໍາຖາມທີ່ສັງຄົມໃຫ້ຄວາມສົນໃຈ ກ່ຽວກັບພະຍາດໂຄວິດ-19
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!