ບາງສະຖານທີ່ບໍລິການທ່ອງທ່ຽວ ຢູ່ໃນ ສປປ ລາວ ຍັງພົບເຫັນການເຂົ້າຂ່າຍນໍາໃຊ້ແຮງງານເດັກ

ບາງສະຖານທີ່ບໍລິການທ່ອງທ່ຽວ ຢູ່ໃນ ສປປ ລາວ ຍັງພົບເຫັນການເຂົ້າຂ່າຍນໍາໃຊ້ແຮງງານເດັກ - 285599 - ບາງສະຖານທີ່ບໍລິການທ່ອງທ່ຽວ ຢູ່ໃນ ສປປ ລາວ ຍັງພົບເຫັນການເຂົ້າຂ່າຍນໍາໃຊ້ແຮງງານເດັກ
ບາງສະຖານທີ່ບໍລິການທ່ອງທ່ຽວ ຢູ່ໃນ ສປປ ລາວ ຍັງພົບເຫັນການເຂົ້າຂ່າຍນໍາໃຊ້ແຮງງານເດັກ - kitchen vibe - ບາງສະຖານທີ່ບໍລິການທ່ອງທ່ຽວ ຢູ່ໃນ ສປປ ລາວ ຍັງພົບເຫັນການເຂົ້າຂ່າຍນໍາໃຊ້ແຮງງານເດັກ
ທ່ານ ນາງ ດາລານີ ພົມມະວົງສາ, ຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃຫ້ຮູ້ວ່າ:  ໃນໄລຍະຜ່ານມາ, ເຖິງແມ່ນວ່າຍັງບໍ່ມີຕົວເລກຊີ້ບອກທີ່ຊັດເຈນກ່ຽວກັບການນໍາໃຊ້ແຮງງານເດັກກໍຕາມ, ແຕ່ໃນສະພາບຕົວຈິງ ຍັງພົບເຫັນເດັກນ້ອຍຈໍານວນໜຶ່ງທີ່ເຮັດວຽກຕິດພັນກັບສະຖານທີ່ບໍລິການທ່ອງທ່ຽວ ເປັນຕົ້ນ: ສະຖານບັນເທີງ, ຮ້ານອາຫານ, ສະຖານທີ່ພັກແຮມ, ສະຖານທີ່ທ່ອງທ່ຽວ ແລະ ຂາຍເຄື່ອງຫັດຖະກໍາ, ຕາມສະຖານທີ່ຕ່າງໆ ມີເດັກນ້ອຍອາຍຸຕໍ່າກ່ວາ 18 ປີ ຈໍານວນບໍ່ໜ້ອຍເຂົ້າໄປບໍລິການເສີບເຄື່ອງດື່ມໃນຮ້ານບັນເທີງ, ເດັກນ້ອຍທີ່ອອກຈາກໂຮງຮຽນ ໄປເລາະຂາຍເຄື່ອງຫັດຖະກໍາຕາມສະຖານທີ່ທ່ອງທ່ຽວ, ຕາມສະ ຖານທີ່ພັກແຮມ ແລະ ຕາມຕະຫລາດກາງຄືນ ຊຶ່ງຖືວ່າເຂົ້າຂ່າຍການນໍາໃຊ້ແຮງງານເດັກ ເພາະຖືວ່າເຮັດວຽກໃນສະຖານທີ່ ທີ່ເປັນອັນຕະລາຍ ແລະ ມີຄວາມສ່ຽງຕໍ່ສຸຂະພາບຂອງເດັກ ທັງເປັນການລົບກວນຊີວິດໃນໄວຮຽນຂອງເຂົາເຈົ້າ.
อาจเป็นรูปภาพของ 1 คน และ กำลังนั่ง ບາງສະຖານທີ່ບໍລິການທ່ອງທ່ຽວ ຢູ່ໃນ ສປປ ລາວ ຍັງພົບເຫັນການເຂົ້າຂ່າຍນໍາໃຊ້ແຮງງານເດັກ - 261243147 2949059002071308 6439683975534514744 n - ບາງສະຖານທີ່ບໍລິການທ່ອງທ່ຽວ ຢູ່ໃນ ສປປ ລາວ ຍັງພົບເຫັນການເຂົ້າຂ່າຍນໍາໃຊ້ແຮງງານເດັກ
ທ່ານ ຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ ໃຫ້ຮູ້ຕື່ມວ່າ: ສໍາລັບການຄຸ້ມຄອງການນໍາໃຊ້ແຮງງານເດັກໃນຂະແໜງການທ່ອງທ່ຽວໃນໄລຍະຜ່ານມາ ນອກຈາກອີງໃສ່ບັນດາກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງຂອງລາວ ຍັງອີງໃສ່ບັນດານິຕິກໍາ ຂອງສາກົນທີ່ ສປປ ລາວ ໄດ້ໃຫ້ສັດຕະຍາບັນຮ່ວມ ຄື: ສົນທິສັນຍາຂອງອົງການແຮງງານສາກົນ ເລກທີ 138 ວ່າດ້ວຍອາຍຸຕ່ໍາສຸດຂອງການເຮັດວຽກ ແລະ ສົນທິສັນຍາ 182 ວ່າດ້ວຍການຫ້າມ ແລະ ດໍາເນີນການລຶບລ້າງທັນທີ ການ ນໍາໃຊ້ແຮງງານເດັກໃນຮູບ ແບບທີ່ໂຫດຮ້າຍທາລຸນ. ນອກຈາກນີ້ ກົມຄຸ້ມຄອງການທ່ອງທ່ຽວ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບເພື່ອເຄື່ອນໄຫວກວດກາການນໍາໃຊ້ແຮງງານເດັກໃນຂະແໜງທ່ອງທ່ຽວເປັນປົກກະຕິ, ລວມເຖິງຮ່ວມກັບພາກສ່ວນກ່ຽວຂ້ອງເຄື່ອນໄຫວກວດກາເມື່ອມີລາຍງານກ່ຽວກັບບັນຫາການນໍາໃຊ້ແຮງງານເດັກໃນຂະແໜງທ່ອງທ່ຽວ.
 ສໍາລັບປີ 2021 ນີ້ ໂດຍໄດ້ຮັບການສະໜັບສະໜູນຈາກອົງການແຮງງານສາກົນ ປະຈໍາລາວ ຂະແຫນງການທ່ອງທ່ຽວ ພວມສຸມໃສ່ການສ້າງເຄື່ອງ ມືໂຄສະນາ ແລະ ເຜີຍແຜ່ປູກຈິດສໍານຶກໃຫ້ແກ່ຫົວຫນ່ວຍທຸລະກິດບໍລິການໃນຂະແໜງການທ່ອງທ່ຽວຢູ່ແຂວງເປົ້າຫມາຍ ຄື: ບໍ່ແກ້ວ, ແຂວງວຽງຈັນ, ສະຫວັນນະເຂດ ແລະ ຈໍາປາສັກ ເພື່ອໃຫ້ຄວາມຮູ້ຄວາມເຂົ້າໃຈແກ່ຜູ້ປະກອບການໃນຂະແຫນງການທ່ອງທ່ຽວກ່ຽວກັບແຮງງານເດັກ, ໄພມືດທີ່ມາກັບການທ່ອງທ່ຽວ, ການມີສ່ວນຮ່ວມໃນການປ້ອງກັນ ແລະ ກົນໄກການຮ່ວມມື, ການລາຍງານ ເພື່ອປົກປ້ອງຊ່ວຍເຫລືອ ຜູ້ຖືກເຄາະຮ້າຍ ແລະ ອື່ນໆ.
ນອກນີ້, ວຽກງານການຕ້ານການນໍາໃຊ້ແຮງງານເດັກ ແມ່ນໜ້າທີ່ຂອງທຸກຄົນໃນສັງຄົມ ທີ່ຕ້ອງຮ່ວມແຮງຮ່ວມໃຈກັນ. ໃນຂະແໜງການທ່ອງທ່ຽວ ປະກອບມີພາກລັດ, ພາກທຸລະກິດ ແລະ ປະຊາຊົນທ້ອງຖິ່ນ ແລະ ຄູ່ຮ່ວມພັດທະນາ ຊຶ່ງຕ້ອງໄດ້ເຮັດພາລະບົດບາດຫນ້າທີ່ຂອງຕົນ ແລະ ປະສານສົມທົບກັນ ແຫນ້ນ ໂດຍເລີ່ມຈາກການໃຫ້ຜູ້ມີສ່ວນຮ່ວມດັ່ງກ່າວ ມີຄວາມຮູ້ ແລະ ເຂົ້າໃຈກ່ຽວກັບແຮງງານເດັກ, ເຊື່ອມຊຶມແນວທາງນະໂຍບາຍ, ລະ ບຽບກົດຫມາຍທີ່ກ່ຽວຂ້ອງ, ພ້ອມກັນນໍາເອົາເນື້ອໃນຈິດໃຈວຽກງານຕ້ານການນໍາໃຊ້ແຮງງານເດັກ ໄປເຜີຍແຜ່ໃຫ້ກວ້າງຂວາງໃນຂອບເຂດຄວາມຮັບຜິດຊອບຂອງຕົນ ແລະ ອື່ນໆ.
ພ້ອມທັງຮຽກຮ້ອງໃຫ້ໃຫ້ທຸກພາກສ່ວນກ່ຽວຂ້ອງພ້ອມກັນເອົາໃຈໃສ່ແກ້ໄຂບັນຫານີ້ຮ່ວມກັນໃຫ້ດີຂຶ້ນກວ່າເກົ່າ.
ບາງສະຖານທີ່ບໍລິການທ່ອງທ່ຽວ ຢູ່ໃນ ສປປ ລາວ ຍັງພົບເຫັນການເຂົ້າຂ່າຍນໍາໃຊ້ແຮງງານເດັກ - 3 - ບາງສະຖານທີ່ບໍລິການທ່ອງທ່ຽວ ຢູ່ໃນ ສປປ ລາວ ຍັງພົບເຫັນການເຂົ້າຂ່າຍນໍາໃຊ້ແຮງງານເດັກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!