ທຸກຄົນໃນທົ່ວສັງຄົມບໍ່ຄວນວິຕົກກັງວົນ ກັບໂຄວິດສາຍພັນໃໝ່ ໂອມິຄຣອນ ເກີນໄປ

ທຸກຄົນໃນທົ່ວສັງຄົມບໍ່ຄວນວິຕົກກັງວົນ ກັບໂຄວິດສາຍພັນໃໝ່ ໂອມິຄຣອນ ເກີນໄປ - mgnomnicron variantcdc - ທຸກຄົນໃນທົ່ວສັງຄົມບໍ່ຄວນວິຕົກກັງວົນ ກັບໂຄວິດສາຍພັນໃໝ່ ໂອມິຄຣອນ ເກີນໄປ
ທຸກຄົນໃນທົ່ວສັງຄົມບໍ່ຄວນວິຕົກກັງວົນ ກັບໂຄວິດສາຍພັນໃໝ່ ໂອມິຄຣອນ ເກີນໄປ - kitchen vibe - ທຸກຄົນໃນທົ່ວສັງຄົມບໍ່ຄວນວິຕົກກັງວົນ ກັບໂຄວິດສາຍພັນໃໝ່ ໂອມິຄຣອນ ເກີນໄປ

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ລາຍງານໃນວັນທີ 7 ທັນວາ 2021 ນີ້ວ່າ: ການລະບາດຂອງພະຍາດໂຄວິດ-19 ໄດ້ສ້າງຄວາມກັງວົນໃຫ້ທຸກປະເທດໃນທົ່ວໂລກ ລວມທັງ ສປປ ລາວເຮົາ, ດັ່ງທີ່ພວກເຮົາໄດ້ຕິດຕາມຂ່າວສານຈາກຫລາຍໆບ່ອນກ່ຽວກັບການລະບາດຂອງສາຍພັນໃໝ່ ໂອມິຄຣອນ ນັ້ນ, ຂໍໃຫ້ທຸກພາກສ່ວນໃນສັງຄົມເຂົ້າໃຈຢ່າງຖືກຕ້ອງ, ບໍ່ໃຫ້ວິຕົກກັງວົນຈົນເກີນໄປ ເພາະວິທີການປ້ອງກັນຕົນເອງທີ່ຄະນະສະເພາະກິດໄດ້ແນະນຳຜ່ານມຍັງເປັນວິທີປ້ອງກັນທີ່ດີສາມາດປ້ອງກັນພະຍາດໂຄວິດ-19 ທຸກສາຍພັນໄດ້ ໂດຍການໃສ່ຜ້າປິດປາກ-ດັງ, ການຮັກສາໄລຍະຫ່າງ, ລ້າງມືເລື້ອຍໆ ແລະ ການສັກວັກຊີນ ກໍຍັງແມ່ນມາດຕະການຕົ້ນຕໍ ໃນການສະກັດກັ້ນ, ຫລຸດ ຜ່ອນ ແລະ ລະງັບການແພ່ລະບາດພະຍາດດັ່ງກ່າວ.

ທຸກຄົນໃນທົ່ວສັງຄົມບໍ່ຄວນວິຕົກກັງວົນ ກັບໂຄວິດສາຍພັນໃໝ່ ໂອມິຄຣອນ ເກີນໄປ - 264532375 4286836458093470 844173883763735803 n - ທຸກຄົນໃນທົ່ວສັງຄົມບໍ່ຄວນວິຕົກກັງວົນ ກັບໂຄວິດສາຍພັນໃໝ່ ໂອມິຄຣອນ ເກີນໄປ

ປັດຈຸບັນ, ສະພາບຂອງການລະບາດຢູ່ປະເທດຂອງພວກເຮົາ ພົບຢູ່ໃນຊຸມຊົນ ໂດຍສະເພາະແມ່ນສະຖານທີ່ທີ່ມີຄົນຢູ່ຈຳນວນຫລາຍເຊັ່ນ: ສະຖານທີ່ເຮັດວຽກ, ສຳນັກງານອົງການ, ໂຮງຈັກໂຮງງານ, ສະຖາບັນການສຶກສາ ເຊິ່ງສ້າງເງື່ອນໄຂໃຫ້ຜູ້ທີ່ຕິດເຊື້ອແຕ່ບໍ່ມີອາການສາມາດແພ່ໃສ່ຄົນອ້ອມຂ້າງໄດ້, ດັ່ງ ນັ້ນ ສະຖານທີ່ດັ່ງກ່າວຈະຕ້ອງມີມາດຕະການເພື່ອກັ່ນກອງບໍ່ໃຫ້ຜູ້ທີ່ມີອາການສົງໄສຕິດເຊື້ອເຂົ້າມາຮ່ວມໄດ້, ຈັດຕັ້ງສະຖານທີ່ເຮັດວຽກບົນພື້ນຖານການຮັກສາໄລຍະຫ່າງ, ອຳນວຍຄວາມສະດວກໃຫ້ມີເຈວລ້າງມື ຫລື ມີອ່າງລ້າງມືພ້ອມສະບູຫລາຍຈຸດໃນສະຖານທີ່ເຮັດວຽກ. ຂະນະດຽວກັນກໍຕ້ອງໄດ້ໝັ່ນອະນາໄມຂ້າເຊື້ອດ້ວຍນ້ຳຢາຂ້າເຊື້ອເປັນປະຈຳ, ເດັດຂາດບໍ່ໃຫ້ຜູ້ທີ່ມີຄວາມສ່ຽງທີ່ເປັນຜູ້ສຳພັດໃກ້ຊິດກັບຄົນຕິດ ເຊື້ອ ຫລື ບຸກຄົນທີ່ມີອາການເຂົ້າມາເຮັດວຽກໃນສະຖານທີ່ດັ່ງກ່າວ.

ສະພາບການລະບາດທີ່ພວມຜະເຊີນໃນປັດຈຸບັນ, ພັກ ແລະ ລັດຖະບານ ໄດ້ຈັດສັນໂຮງໝໍພາກສະ ໜາມຂຶ້ນຢູ່ຫລາຍແຫ່ງ, ນຳໃຊ້ໂຮງແຮມເປັນສູນປິ່ນປົວສຳລັບຜູ້ມີເງື່ອນໄຂ ລວມທັງການອະນຸຍາດໃຫ້ປິ່ນປົວຢູ່ເຮືອນສຳລັບຜູ້ທີ່ມີເງື່ອນໄຂ: ຜູ້ທີ່ບໍ່ມີອາການສະແດງ ຫລື ມີອາການເບົາບາງ ເທົ່ານັ້ນ ແລະ ສຳຄັນທີ່ສຸດ ຕ້ອງໄດ້ສັກວັກຊີນຄົບ, ບໍ່ມີພະຍາດປະຈໍາໂຕ, ບໍ່ແມ່ນຜູ້ອາຍຸສູງ, ບໍ່ຖືພາ, ບຸກຄົນເຫລົ່ານີ້ຕ້ອງປະຕິບັດດັ່ງນີ້: ຕ້ອງມີຫ້ອງນອນ ແລະ ຫ້ອງນໍ້າໃຊ້ສະເພາະຕົນເອງ, ຕິດຕາມອາການຕົນເອງ, ບໍ່ໃຫ້ໃຊ້ສິ່ງຂອງຮ່ວມກັນ, ຕ້ອງໃສ່ຜ້າອັດປາກ-ດັງ, ຖ້າທ່ານມີອາການຮຸນແຮງ ເຊັ່ນ ຫາຍໃຈຍາກ ໃຫ້ໂທຫາແພດ ເບີ 164 ຫລື ແຈ້ງອຳນາດການປົກຄອງບ້ານທັນທີ.

ທຸກຄົນໃນທົ່ວສັງຄົມບໍ່ຄວນວິຕົກກັງວົນ ກັບໂຄວິດສາຍພັນໃໝ່ ໂອມິຄຣອນ ເກີນໄປ - 5 - ທຸກຄົນໃນທົ່ວສັງຄົມບໍ່ຄວນວິຕົກກັງວົນ ກັບໂຄວິດສາຍພັນໃໝ່ ໂອມິຄຣອນ ເກີນໄປ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!