ເຜີຍແຜ່ຜົນສຳເລັດໃນການຮ່ວມທຶນ, ຜົນສຳເລັດຂອງການປັບປຸງນິຕິກຳ, ຍຸດທະສາດ ແລະ ກົນໄກການບໍລິຫານຍຸກໃໝ່ຂອງທະນາຄານພັດທະນາລາວ ພາຍໃຕ້ການຂັບເຄື່ອນຂອງ CSE


ວັນທີ 02/12/2021 ທີ່ໂຮງແຮມຈຳປາສັກ ແກຣນ, ນະຄອນປາກເຊ, ແຂວງ ຈໍາປາສັກ, ທະນາຄານພັດທະນາລາວ ໄດ້ຈັດກອງປະຊຸມເຜີຍແຜ່ຜົນສຳເລັດໃນການຮ່ວມທຶນ, ຜົນສຳເລັດຂອງການປັບປຸງນິຕິກຳ ສໍານັກງານໃຫຍ່ 38 ສະບັບ, ສາຂາພາກ ແລະ ສາຂານ້ອຍ 72 ສະບັບ, ຍຸດທະສາດ ແລະ ກົນໄກການບໍລິຫານຍຸກໃໝ່ ຂອງທະນາຄານພັດທະນາລາວ ພາຍໃຕ້ການຂັບເຄື່ອນຂອງ CSE ໂດຍການເປັນປະທານຂອງ ທ່ານ ສິດທິສອນ ເທບພາສີ ປະທານສະພາບໍລິຫານ ທະນາຄານພັດທະນາລາວ, ທ່ານ ຈັນທະໜອມ ພົມມະນີ ປະທານຄະນະຜູ້ບໍລິຫານງານ ທະນາຄານພັດທະນາລາວ ພ້ອມດ້ວຍ ຄະນະອໍານວຍການ, ຄະນະພະແນກ ແລະ ການເຂົ້າຮ່ວມຂອງບັນດາແຂວງພາກກາງ ພາກໃຕ້ຈຳນວນ 6 ສາຂາ ປະກອບມີ: ຈຳປາສັກ, ອັດຕະປື, ເຊກອງ, ສາລະວັນ, ຄຳມ່ວນ ແລະ ສະຫວັນນະເຂດ ຕະຫຼອດຮອດ ພະນັກງານວິຊາການທຸກຂັ້ນ ເຂົ້າຮ່ວມໃນພິທີຄັ້ງນີ້.
ໃນທີ່ປະຊຸມ ໄດ້ມີການແລກປ່ຽນຄຳຄິດເຫັນ ແລະ ຮັບຟັງກົນໄກການຫັນປ່ຽນໃໝ່ ຂອງທະນາຄານ ພັດທະນາລາວ, ຄວາມຮູ້ສຶກຕໍ່ ຜົນສຳເລັດຂອງການສ້າງ ແລະ ປັບປຸງນິຕິກຳແນວທາງໃນການຄຸ້ມຄອງບໍລິຫານການຊີ້ນຳ-ນຳພາ ແລະ ແຜນຍຸດທະສາດໃນຕໍ່ໜ້າ, ຄວາມຮູ້ສຶກຕໍ່ແນວທາງການບໍລິຫານໃໝ່ ແລະ ຄວາມຮູ້ສຶກຂອງການປ່ຽນແປງໃໝ່ຂອງ ທພລ. ນອກຈາກນັ້ນ, ກໍໄດ້ມີການແລກປ່ຽນວິໄສທັດ, ນະໂຍບາຍ ແລະ ແນວທາງແຜນການດຳເນີນທຸລະກິດໃນຕໍ່ໜ້າ ແລະ ບັນຫາທີ່ກ່ຽວຂ້ອງຈຳນວນໜຶ່ງຈາກ ທາງຄະນະອໍານວຍການ, ຄະນະພະແນກ, ຄະນະສາຂາ ແລະ ພະນັກງານສາຂາພາກໃຕ້ ອີກດ້ວຍ.
ດ້ານນິຕິກໍາ ແມ່ນໄດ້ມີການປັບປຸງໃໝ່ ໂດຍເລີ່ມຈາກການປັບປຸງກົດລະບຽບພາຍໃນຂອງ ທພລ, ຊຶ່ງເປັນນິຕິກຳຫຼັກ ແລະ ໄດ້ອີງໃສ່ກົດໝາຍວ່າດ້ວຍ ການຄຸ້ມຄອງທະນາຄານທຸລະກິດ ແລະ ກົດໝາຍທີ່ກ່ຽວພັນ ກໍ່ຄືຂໍ້ກຳນົດກົດລະບຽບທີ່ກ່ຽວຂ້ອງ ຂອງທະນາຄານແຫ່ງ ສປປ ລາວ. ການປັບປຸງຄັ້ງນີ້ ກໍ່ເພື່ອແນໃສ່ໃຫ້ບັນດາ ຄະນະອຳນວຍການ, ຄະນະພະແນກ, ຄະນະສາຂາ ແລະ ຂະແໜງການຕ່າງໆ ນຳໄປຜັນຂະຫຍາຍເປັນແຜນອັນລະອຽດຂອງຕົນ ເພື່ອໃຫ້ເຫັນເຖິງບັນຫາ ແລະ ແນວທາງແກ້ໄຂ ໃຫ້ຖືກຕ້ອງຕາມຕົວຈິງ. ເຊິ່ງປັດຈຸບັນນີ້, ບັນດານິຕິກໍາທີ່ໄດ້ປັບປຸງສໍາເລັດແລ້ວ ສໍານັກງານໃຫຍ່ ມີທັງໝົດ 38 ສະບັບ, ສາຂາພາກ ແລະ ສາຂານ້ອຍ 72 ສະບັບ ເພື່ອເປັນເຄື່ອງມືໃຫ້ພະນັກງານທຸກຄົນຂອງ ທພລ ຕ້ອງນຳໄປຈັດຕັ້ງປະຕິບັດ ເພື່ອຫຼີກອອກຈາກເສັ້ນທາງເກົ່າ, ໂດຍຖືເອົາວິໄສທັດແຜນຍຸດທະສາດ ແລະ ແນວທາງການດໍາເນີນທຸລະກິດພາຍໃຕ້ການຂັບເຄື່ອນຂອງ CSE ໃຫ້ມີຄວາມເຂັ້ມແຂງຮອບດ້ານ, ຍືນຍົງ ແລະ ດຳເນີນທຸລະກິດໃຫ້ມີຜົນກຳໄລ.
ພາຍໃຕ້ການຂັບເຄື່ອນທຸລະກິດຂອງຄະນະຜູ້ບໍລິຫານຊຸດໃຫມ່ ກໍ່ໄດ້ມີຍຸດທະສາດການບໍລິຫານງານ ແລະ ແຜນປະຕິບັດງານທີ່ຊັດເຈນ ເປັນຕົ້ນແມ່ນວິທີການບໍລິຫານງານ ແລະ ການເຮັດວຽກແບບເປັນມືອາຊີບ, ການສ້າງຜົນກໍາໄລໃຫ້ກັບອົງກອນ, ການລະດົມສິນເຊື່ອເພື່ອສ້າງກຸ່ມຄູ່ຄ້າສິນເຊື່ອຍຸດທະສາດ ຄຽງຄູ່ກັບການລະດົມເງິນຝາກ ແລະ ແຫລ່ງທຶນທີ່ມີຕົ້ນທຶນຕໍ່າ ແລະ ຍາວນານຈາກ ບໍລິສັດ, ຫ້າງຮ້ານ, ທຸລະກິດຍັກໃຫຍ່ ແລະ ບັນດາອົງການພາກລັດ, ພ້ອມທັງເລັ່ງປັບປຸງການບໍລິການຢູ່ບັນດາຫນ່ວຍບໍລິການ, ສາຂາ ແລະ ສຳນັກງານໃຫຍ່ໃຫ້ມີໂສມຫນ້າໃຫມ່ ແລະ ເປັນທີ່ເພິ່ງພໍໃຈຂອງລູກຄ້າ ແລະ ຜູ້ມາໃຊ້ບໍລິການນຳ ທພລ ຂອງພວກເຮົາ ຄຽງຄູ່ກັບການປັບປຸງບັນດາຜະລິດຕະພັນ ແລະ ການບໍລິການໂດຍສະເພາະແມ່ນແອັບໂມບາຍແບ້ງກິ້ງ ແລະ ລະບົບໄອທີໃຫ້ປອດໄພ, ທັນສະໄຫມ ແລະ ວ່ອງໄວ.
ເຖິງຢ່າງໃດກໍ່ຕາມ, ທຸກການປ່ຽນແປງໃໝ່ຂອງທະນາຄານພັດທະນາລາວ ກໍຍັງຄົງຂັບເຄື່ອນວຽກງານພາຍໃຕ້ການເປັນສ່ວນໜຶ່ງໃນການປະກອບສ່ວນຕໍ່ນະໂຍບາຍຂອງລັດຖະບານ ໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ກ້າວຂຶ້ນຢ່າງຫນັກແຫນ້ນ ແລະ ສືບຕໍ່ຂັບເຄື່ອນວຽກງານການເງິນ ການທະນາຄານໃຫ້ກ້າວໜ້າ ແລະ ກ້າວໄກ ພາຍໃຕ້ຄໍາຂວັນທີ່ວ່າ ປ່ຽນ..!! ເພື່ອເປົ້າໝາຍ ກ້າວສູ່ຄວາມສຳເລັດ.