ກຽມຮັບແຂກສູ່ເມືອງລາວກັບການທ່ອງທ່ຽວສີຂຽວ

ກຽມຮັບແຂກສູ່ເມືອງລາວກັບການທ່ອງທ່ຽວສີຂຽວ - Balloons Vang Vieng 1024x682 1 - ກຽມຮັບແຂກສູ່ເມືອງລາວກັບການທ່ອງທ່ຽວສີຂຽວ
ກຽມຮັບແຂກສູ່ເມືອງລາວກັບການທ່ອງທ່ຽວສີຂຽວ - kitchen vibe - ກຽມຮັບແຂກສູ່ເມືອງລາວກັບການທ່ອງທ່ຽວສີຂຽວ

ໂດຍ: ທິດກໍ່າ

ວັນທີ 1 ມັງກອນ 2022 ເປັນວັນກຳນົດເປີດປະເທດເພື່ອຕ້ອນຮັບເອົານັກທ່ອງທ່ຽວຈາກຕ່າງແດນເຂົ້າມາທ່ຽວ ສປປ ລາວ ພາຍຫລັງປິດປະເທດມາແຕ່ມີການລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ. ນີ້ແມ່ນອີງຕາມຂໍ້ຕົກລົງສະບັບເລກທີ 135/ນຍ, ລົງວັນທີ 7/12/2021 ວ່າດ້ວຍການແຕ່ງຕັ້ງຮັບຜິດຊອບກະກຽມແຜນເປີດປະເທດເພື່ອຕ້ອນຮັບນັກທ່ອງທ່ຽວ ຫລັງຈາກໄດ້ປະກາດເປີດປະເທດໃນວັນທີ 1 ມັງກອນ 2022 ເປັນຕົ້ນໄປ. ນອກຈາກນັ້ນ ກໍອີງຕາມການກຳນົດ 3 ແຜນບູລິມະສິດທີ່ໄດ້ວາງອອກຢ່າງຈະແຈ້ງ 3 ໄລຍະຄື: ໄລຍະທີ ໃນວັນທີ 1 ມັງກອນ 2022 ຈະເປີດຢູ່ນະຄອນຫລວງວຽງຈັນ, ເມືອງວັງວຽງ ແຂວງວຽງຈັນ ແລະ ຫລວງພະບາງ. ໄລຍະທີ 2 ໃນວັນທີ 1 ເມສາ 2022 ຢູ່ນະຄອນຫລວງວຽງຈັນ, ແຂວງວຽງຈັນ, ຫລວງພະບາງ, ອຸດົມໄຊ, ໄຊຍະບູລີ, ຊຽງຂວາງ, ຄຳມ່ວນ, ສະຫວັນນະເຂດ ແລະ ແຂວງຈຳປາສັກ. ສ່ວນໄລຍະທີ 3 ເປີດທົ່ວປະເທດ ໂດຍຈະເລີ່ມຕົ້ນແຕ່ວັນທີ 1 ກໍລະກົດເປັນຕົ້ນໄປ.

ກຽມຮັບແຂກສູ່ເມືອງລາວກັບການທ່ອງທ່ຽວສີຂຽວ - Visit Laos Visit SALANA BOUTIQUE HOTEL - ກຽມຮັບແຂກສູ່ເມືອງລາວກັບການທ່ອງທ່ຽວສີຂຽວ

ແນວໃດກໍຕາມ, ສຳລັບພາກສ່ວນຜູ້ປະກອບການທີ່ຈະເຂົ້າຮ່ວມນັ້ນ ກໍມີໂຮງແຮມ, ຮ້ານອາຫານ, ສະຖານທີ່ນຳທ່ຽວ, ລົດນຳທ່ຽວ, ພະນັກງານນຳທ່ຽວ ແຕ່ຕ້ອງພາຍໃຕ້ເງື່ອນໄຂສັກວັກຊີນຄົບໂດສ ແລະ ເຂົ້າຮ່ວມການຝຶກອົບຮົມ, ດາວໂຫລດ ແລະ ອ່ານຄູ່ມືການນຳໃຊ້ຂອງລາວສເຕເຊບ (Lao stay safe). ສ່ວນເງື່ອນໄຂຂອງນັກທ່ອງທ່ຽວທີ່ຈະເຂົ້າມາລາວ ທຸກຄົນຕ້ອງຜ່ານບໍລິສັດທ່ອງທ່ຽວ, ໄດ້ສັກວັກຊິນປ້ອງກັນໂຄວິດ-19 ຄົບສອງເຂັມ ແລະ ຫລາຍກວ່າ 14 ວັນຂຶ້ນໄປ ທັງມີຜົນກວດເປັນລົບຈາກການກວດ RC PCR ບໍ່ເກີນ 72 ຊົ່ວໂມງກ່ອນເຂົ້າມາທ່ອງທ່ຽວລາວ. ພ້ອມນີ້ ກ່ອນອະນຸຍາດເຂົ້າລາວຍັງມີເງື່ອນໄຂດາວໂຫລດແອັບ Lao stay safe, ມີປະກັນໄພຄວບຄຸມມູນຄ່າຢ່າງຕໍ່າ 50 ພັນໂດລາສະຫະລັດ ແລະ ກວດ RC PCR ຢູ່ສະໜາມບິນ ແລະ ລໍຖ້າຜົນກວດບໍ່ເກີນ 24 ຊົ່ວໂມງ.

ຈາກປັດຈຸບັນໄປຮອດມື້ເປີດປະເທດ ພວກເຮົາກໍພວມຈົດຈໍ່ກະກຽມຄວາມພ້ອມຈົນກວ່າວັນເວລານັ້ນຈະມາເຖິງ. ໄປພ້ອມກັນນີ້ ກໍພ້ອມກັນນັບຖອຍຫລັງກະກຽມຕ້ອນຮັບແຂກຕ່າງດ້າວທ້າວຕ່າງແດນທີ່ຈະເຂົ້າມາຢ້ຽມຢາມທ່ອງທ່ຽວເມືອງລາວ ເພື່ອສຳຜັດກັບສິ່ງໃໝ່ໆ ສ້າງບັນຍາກາດໃໝ່ ໂດຍສະເພາະແມ່ນສຳຜັດກັບລົດໄຟຄວາມໄວສູງ ໄປທ່ຽວແຖວພາກກາງ ແລະ ພາກເໜືອຂອງລາວໃຫ້ຄຸ້ມຄ່າ.

ເຖິງຢ່າງໃດກໍດີ, ສິ່ງທີ່ໜ້າເປັນຫ່ວງນັ້ນແມ່ນການບໍລິການລົດຕຸກໆ, ລົດຕູ້, ລົດສອງແຖວຕາມສະຖານີລົດໄຟຄວນເກັບຄ່າບໍລິການຢ່າງສົມເຫດສົມຜົນ. ນອກຈາກນັ້ນ ກໍແມ່ນຄ່າອາຫານຕາມສະຖານທີ່ທ່ອງທ່ຽວກໍຕ້ອງຄຳນຶງເຖິງຄວາມພໍດີພໍງາມ ແລະ ເໝາະສົມ ຢ່າເຮັດໃຫ້ແຂກຈົ່ມວ່າເຂັດຫລາບປານຕອນແມວ.

ກຽມຮັບແຂກສູ່ເມືອງລາວກັບການທ່ອງທ່ຽວສີຂຽວ - 3 - ກຽມຮັບແຂກສູ່ເມືອງລາວກັບການທ່ອງທ່ຽວສີຂຽວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!